ຫວຽດນາມ ສືບ​ຕໍ່​ເພີ່ມ​ທະວີປັບປຸງ​ທີ່​ຕັ້ງ ​ແລະ ບົດບາດ​ສຳຄັນ​ຂອງ​ຕົນ​ໃນ​ເວທີ​ສາກົນ

07:00 | 18/09/2023

ຍສໝ - ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ປະຈຳ​ຫວຽດນາມ ​ແລ້ວ, ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ປະຊາ​ຄົມ​ໂລກ ​ໃນ​ການ​ຮ່ວມ​ມື​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ.

aຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ເມືອງ​ລະດັບ​ສູງ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ເມືອງ​ລະດັບ​ສູງ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ
ຫວຽດນາມ ຖື​ເປັນ​ສຳຄັນ​ ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ຈີນ ຫວຽດນາມ ຖື​ເປັນ​ສຳຄັນ​ ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ​ຈີນ
ຫວຽດນາມ ສືບ​ຕໍ່​ເພີ່ມ​ທະວີປັບປຸງ​ທີ່​ຕັ້ງ ​ແລະ ບົດບາດ​ສຳຄັນ​ຂອງ​ຕົນ​ໃນ​ເວທີ​ສາກົນ
ທ່ານນາງ Pauline Tamesis, ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ ພາບ: ຮວ່າງຫ້ຽວ/TTXVN.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ໄດ້ມີຄຳແບ່ງປັນ, ຊົມເຊີຍບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້, ໃນນັ້ນ ໄດ້ຢັ້ງຢືນວ່າ: ຫວຽດນາມ ໄດ້ ແລະ ກຳລັງເປັນຄູ່ຮ່ວມມືທີ່ນັບມື້ນັບມີຄວາມສຳຄັນສຳລັບປະຊາຄົມສາກົນໃນການຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມໃນທົ່ວໂລກ. ພ້ອມທັງໃຫ້ຄຳໝັ້ນສັນຍາຈະຮຽງບ່າຮຽງໄຫຼ່, ສະໜັບສະໜູນ ເພື່ອສ້າງປະເທດ ຫວຽດນາມ ທີ່ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ທ່ານນາງ Pauline Tamesis, ຢັ້ງຢືນວ່າ ສປຊ ເຊື່ອໝັ້ນວ່າ ຫວຽດນາມ ຈະຫັນສິ່ງທ້າທາຍເປັນໂອກາດ ເພື່ອຫັນປ່ຽນຮູບແບບການພັດທະນາເສດຖະກິດ - ສັງຄົມຂອງປະເທດ ໃຫ້ນັບມື້ນັບຍືນຍົງ, ຮອບດ້ານ ແລະ ເຂັ້ມແຂງກວ່າເກົ່າ, ໃນນັ້ນ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.

ໃນຂະນະນັ້ນ, ທ່ານນາງ Ramla Khalidi, ຫົວໜ້າອົງການພັດທະນາ ສປຊ ປະຈຳ ຫວຽດນາມ ຖືວ່າ ຫວຽດນາມ ແມ່ນແບບຢ່າງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນໃນໄລຍະເວລາສັ້ນເປັນພິເສດ.

ດີງເລື້ອງ

ເຫດການ