ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

16:04 | 21/08/2018

ນັກທ່ອງທ່ຽວບໍ່ຄວນທີ່ຈະພາດ ບັນດາສະຖານທີ່ທ່ອງທ່ຽວ ທີ່ໂດ່ງດັງຂອງ ອາຊີຕາເວັນອອກສ່ຽງໃຕ ຄື: ວັດອັງກໍ(ກຳປູເຈຍ), ວັດ ສະແວດາກອນ (ມຽນມາ), ວິຫານ Borobudur (ອິນໂດເນເຊຍ), ວັດ ບ໋າຍດິ໋ງ (ຫວຽດນາມ)

ວັດ ອັງກໍ, ປະເທດກຳປູເຈຍ: ເປັນສັນຍາລັກແຫ່ງປະເທດ ກຳປູເຈຍ ໄດ້ຮັບການຂະໜານນາມ ວ່າເປັນ ສິ່ງມະຫັດສະຈັນ ດ້ານສາດສະໜາ ໂລກ ນັບພັນປີ. ວິສະວະກຳ ອັງກໍວັດ ມີເນື້ອທີ່ 200 ເຮັກຕາ. ຄວາມກ້ວາງຂວາງຂອງສິ່ງມະຫັດສະຈັນດັ່ງກ່າວນີ້ ນັກທ່ອງທ່ຽວໄດ້ຍົກໃຫ້ເປັນ ສະຫວັນເທິງດິນ.

ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

ວັດ ອັງກໍ, ປະເທດກຳປູເຈຍ.

ເມື່ອບໍ່ດົນມານີ້ ຈຳນວນນັກທ່ອງທ່ຽວມາຢ້ຽມຢາມ ແລະ ທ່ອງທ່ຽວ ອັງກໍວັດ ນັບມື້ນັບເພີ່ມຂື້ນໃນແຕ່ລະປີ. ພຽງແຕ່ປີ 2017 ຈຳນວນນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຢູ່ທີ່ນີ້ ເກີືອບ 2,5 ລ້ານເທື່ອຄົນ. ລາຍຮັບຈາກການຂາຍປີ້ເພີ່ມຂື້ນຫຼາຍຮ້ອຍລ້ານໂດລາສະຫະລັດໃນແຕ່ລະປີ. ເຖິງວ່າຈະຄົງຕົວຢູ່ມາໄດ້ຫຼາຍສັດຕະວັດແລ້ວ ແຕ່ວ່າ ວິສະວະກຳ ໂຄງສ້າງນີ້ໄດ້ເຄີຍຖືກປ່ອຍປະລະເລີຍ ຈົນມາເຖິງປີ 1900 ຈິ່ງໄດ້ຮັບການປັງປຸງແລະປະຕິສັງຂອນຄືນ. ຮອດປີ 1992 UNESCO ໄດ້ຮັບຮອງເອົາ ອັງກໍວັດ ເປັນ ມໍລະດົກໂລກດ້ານວັດທະນະທຳ.

ວັດ ບ໋າຍດິ໋ງ ປະເທດຫວຽດນາມ: ວັດ ບ໋າຍດິ້ງ ຢູ່ແຂວງ ນິງບິ່ງ ໄດ້ຮັບການບັນທືກເປັນຫຼາຍສະຖິຕິຂອງຫວຽດນາມ ແລະ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເປັນໜຶ່ງໃນເສັ້ນທາງການທ່ອງທ່ຽວຂອງ ແຂວງ, ວັດ ບ໋າຍດິ໋ງ ໄດ້ຮັບການຂະໜານນາມວ່າ ວັດທີ່ມີຂະໜາດໃຫຍ່ສຸດຂອງຫວຽດນາມ ດ້ວຍເນື້ອທີ່ປະມານ 1.700 ເຮັກຕາ. ໃນນັ້ນຂອບເຂດຕົວອາຄານວັດ ມີປະມານ 100 ເຮັກຕາ.

ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ


ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

ວັດ ບ໋າຍດິ໋ງ ປະເທດຫວຽດນາມ

ອາຄານວັດ ບ໋າຍດິ໋ງ ຕັ້ງຢູ່ເທົິງ ພູບ໋າຍດິ໋ງ ດ້ວຍທິວທັດທຳມະຊາດ, ພູຜາ ເຕັມໄປດ້ວຍ ພະພຸດທະຮູບ ຫຼໍ່ດ້ວຍທອງຄຳ, ພະແກ້ວທີ່ປານີດ. ເຂດທ່ອງທ່ຽວທາງດ້ານຄວາມເຊື່ອ ທີ່ໂດ່ງດັງຂອງ ແຂວງນິງບິ່ງ ປະກອບມີ ເຂດວັດ ບ໋າຍດິ໋ງເກົ່າ (ປີ1136) ແລະ ເຂດວັດບ໋າຍດິ໋ງໃໝ່ (ປີ 2003) ໄດ້ຮັບການກໍ່ສ້າງດ້ວຍ ສະຖາປັດຕິຍະກຳ ອັນຍິ່ງໃຫຍ່ເປັນຕົ້ນ: ກຸດຕິ ຕາມເຖ, ກຸດຕິ ຟ໋າບຈູ້, ກຸດຕິ ເຈົ້າແມ່ກວານອິມ, ພະຢູລາຍ, ມະຫາຈເດີ...

ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

ວັດ ບ໋າຍດິ໋ງ ປະເທດຫວຽດນາມ.

ວັດ Borobudur ປະເທດ ອິນໂດຍເນເຊຍ: ວັດ Borobudur ຖືກເອົ້ີນວ່າເປັນໜຶ່ງໃນ ສະຖາປັດຕິຍະກຳ ພຸດທະສາດສະໜາ ອັນຍິ່ງໃຫຍ່ ແລະ ເກົ່າແກ່ທີ່ສຸດຂອງມວນມະນຸດ. ແຂກທ່ອງທ່ຽວພະຍາຍາມຈະມາທ່ຽວ Borobudur ຕັ້ງແຕ່ເຊົ້າໆ ເພື່ອຮັບແສງອາທິດສາບແສງໃສທົ່ວທຸກມູມຂອງ ສະຖາປັຕິຍະກຳອັນໂອໂຖງ.

ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

ວັດ Borobudur ປະເທດ ອິນໂດຍເນເຊຍ.

ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

ວັດ Borobudur ປະເທດ ອິນໂດຍເນເຊຍ.

ຢູ່ຊັ້ນສູງສຸດຂອງວັດ ນັກທ່ອງທ່ຽວ ແລະ ບັນພຸດທະສານຸສິດ ຈະໄດ້ຮັບຊົມພະພຸດທະຮູບຫີນຂອງພະພຸດທະເຈົ້າ 72 ອົງ. ບ່ອນນີ້ເປັນບ່ອນທີ່ດືງດູດນັກຖ່າຍພາບມາຖາ່ບຮູບ ເອົາບັນຍາກາດ ຕາເວັນຕົກດິນ ແສງທີ່ສາດສ່ອງລົງ ກະທົບ ສ້າງບັນຍາກາດ ທີ່ໜ້າພິສະຫວົງ.

ວັດ Shwedagon ປະເທດ ມຽນມາ: ເປັນວັດທີ່ເກົ່າແກ່ ແລະ ສັກສິດ ອາຍຸຫຼາຍກວ່າ 2.500 ປີ ປຽບເໝືອສັນຍາລັກຮູບຄຳ ຂອງປະເທດ ມຽນມາ, ຕັ້ງຢູ່ໃຈກາງຂອງນະຄອນ. ສະຖາປັດຕິຍະກຳ ຂອງ ວັດ Shwedagon ປະກອບມີ ທາດນ້ອຍ ຈຳນວນ 1.000 ທາດ ພາຍໃນເກັບຮັກສາວັດຖຸທີ່ສັກສິດຂອງ ພະພຸດທະສາດສະໜາ ຈອມທາດສູງ 99 ແມັດ. ວັດ Shwedagon ເຮັດໃຫ້ນັກທ່ອງທ່ຽວ ແລະ ພຸດທະສາສະນິກກະຊົນ ຕ້ອງຕົກຕະລຶງຍ້ອນຄວາມອະລັງການ ຂອງສະຖາປັດຕິຍະກຳ ທີ່ເຮັດມາຈາກ ຄຳແທ້ ຈຳນວນ 90 ໂຕນ ແລະ ເພັດ -ມະນີອັນລຳ້ຄ່າອີກເປັນຈຳນວນຫຼາຍ.

ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

ວັດ Shwedagon ປະເທດ ມຽນມາ.

ທາດທຸກໆອັນພາຍໃນວັດລ້ວນແລ້ວແຕ່ເຮັດດ້ວຍຄຳ ແລະ ເພັດນິນຈິນດາ ຕິດໃສ່ຈອມທາດອີກ. ວັດແຫ່ງນີ້ເປັນວັດທີ່ໃຫຍ່ແລະ ໂອ່ໂຖງທີ່ສຸດຂອງ ມຽນມາ ລະຍິບລະຍັບໄປດ້ວຍເພັດ 76 ກາລັດ ຢູ່ເທິງຈອມທາດ. ພາຍໃນກຸດຕິ ມີພະພຸດທະຮູບໃຫຍ່ເຮັດດ້ວຍຄຳ ເປັນບ່ອນທີ່ ພະສົງສຳມະເນ ແລະ ພຸດທະສາສະນິກກະຊົນ ກາບໄຫວ້ ສັກກະລະ.

ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

ວັດ Shwedagon ປະເທດ ມຽນມາ.

ວັດ Tiger Cave ປະເທດໄທ : ຕັ້ງຢູ່ ພາກຕາເວັນຕົກສ່ຽງໃຕ້ ຂອງນະຄອນ ກຣະບີ່ , Tiger Cave ສ້າງຄວາມສົນໃຈໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ນັບຕັ້ງແຕ່ທຳອິດແມ່ນຊື່ “ຖຳ້ເສືອ” ແລະ ພູມສັນຕັ້ງຢູ່ພາຍໃນພື້ນທີ່ ທີ່ມີທັງສີ່ດ້ານເປັນພູຫີນບູນ ລະດັບສູງຈະນຳ້ທະເລ ປະມານ 300 ແມັດ. ນັກທ່ອງທ່ຽວຕ່າງປະເທດ ແລະ ພຸດທະສາສະນິກກະຊົນ ຕ້ອງໄດ້ຂື້ນຂັ້ນໄດປະມານ 1.000 ຂັ້ນ ເພື່ອທີ່ຈະໄດ້ດື່ມດຳ່ກັບທຳມະຊາດ, ພູເຂົາອ້ອມຂ້າງ ແນມລົງມາເບິ່ງທີວທັດທຳມະຊາດທີມະຫັດສະຈັນ ແລະ ຊົມພະພຸທະຮູບທີ່ຍິ່ງໃຫຍ່.

ຄົ້ນຫາ ອາຊີຕາເວັນອອກສ່ຽງໃຕ້ ຜ່ານ ສິ່ງມະຫັດສະຈັນລະດັບໂລກ

ວັດ Tiger Cave ປະເທດໄທ.

Tiger Cave ເປັນສະຖານທີ່ໜຶ່ງທີ່ໜ້າສົນໃຈ ມີລັກສະນະພິເສດ ເຮັດໃຫ້ນັກທ່ອງທ່ຽວຊົມທິວທັດທຳມະຊາຂອງຫີນຢ່າງສວຍສົດງາມ ແລະ ພະສົງ ສຳມະເນນ ຊອກຫາສຖານທີ່ອັນສະຫງົບ. ນັກທ່ອງທ່ຽວຕ້ອງໄດ້ກະກຽມໃຫ້ດີດ້ານພະລະກຳລັງ, ສຸຂະພາບກ່ອນທີ່ຈະມາພິຊິດຂັ້ນໄດຂອງວັດແຫ່ງນີ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.