ຫວຽດ​ນາມ ຊຸກຍູ້ການຮ່ວມ​ມືເຊື່ອມ​ຕໍ່​ການ​ຊຳ​ລະ​ເງິີນໃນ​ພາກ​ພື້ນ

10:12 | 06/09/2023

ຍສໝ - ວັນທີ 25 ສິງຫາ, ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ (SBV) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການຮ່ວມມືເຊື່ອມຕໍ່ການຊຳລະໃນພາກພື້ນ ກັບທະນາຄານສູນກາງຂອງບັນດາປະເທດ ອາຊຽນ 5.

ຫວຽດ​ນາມ ຊຸກຍູ້ການຮ່ວມ​ມືເຊື່ອມ​ຕໍ່​ການ​ຊຳ​ລະ​ເງິີນໃນ​ພາກ​ພື້ນ
ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ (SBV) ລົງນາມບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການຮ່ວມມືເຊື່ອມຕໍ່ການຊຳລະໃນພາກພື້ນ (ພາບ: TTXVN)

ໃນຂອບເຂດກອງປະຊຸມລັດຖະມົນຕີການເງິນ ອາຊຽນ ແລະ ຜູ້ວ່າການທະນາຄານສູນກາງ ອາຊຽນ (AFMGM) ຄັ້ງທີ 10 ຢູ່ຈາກາຕາ, ວັນທີ 25 ສິງຫາ, ທ່ານ ຟ້າມແທັງຮ່າ ຮອງຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ (SBV) ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MoU) ກ່ຽວກັບການຮ່ວມມືເຊື່ອມຕໍ່ການຊຳລະໃນພາກພື້ນ ກັບທະນາຄານສູນກາງຂອງບັນດາປະເທດ ອາຊຽນ 5 (ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ). ໂດຍຕີລາຄາສູງບັນດາຜົນປະໂຫຍດ ແລະ ກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນຈາກຂໍ້ລິເລີ່ມນີ້, SBV ໄດ້ເປັນເຈົ້າການ ແລະ ສົມທົບກັບບັນດາທະນາຄານສູນກາງ ອາຊຽນ5 ປະຕິບັດສຳເລັດລະບຽບການເພື່ອກາຍເປັນສະມາຊິກທີ 6 ຂອງ Mou ຢ່າງເປັນທາງການ. ການເຂົ້າຮ່ວມຂໍ້ຕົກລົງສະບັບນີ້ ສະແດງໃຫ້ເຫັນຄຳໝັ້ນສັນຍາຮ່ວມມື ແລະ ເຊື່ອມໂຍງໃນຂົງເຂດຊຳລະຂອງ SBV, ສອດຄ່ອງກັບການກຳນົດທິດຂອງລັດຖະບານ, SBV ກໍ່ຄືທ່າອ່ຽງໃນປັດຈຸບັນກ່ຽວກັບການຊຸກຍູ້ການຊຳລະຂ້າມຊາຍແດນ.

ອີງ​ຕາມ​ເນື້ອ​ໃນຂອງ MOU, ບັນດາທະນາຄານ​ສູນກາງ​ສະມາຊິກ ໄດ້​ເຫັນ​ດີ​ຊຸກຍູ້​ການ​ເຊື່ອມ​ຕໍ່​ການ​ຊຳລະ​ເງິນ​ຂ້າມ​ຊາດ​ໂດຍ​ອີງ​ໃສ່​ການ​ນຳ​ໃຊ້​ວິທີ​ການ​ຊຳລະ​ເງິນ​ເຊັ່ນ QR code, ການ​ຊຳລະ​ເງິນ​ດ່ວນ ​ແລະ​ຮູບ​ແບບ​ການ​ຊຳລະ​ອື່ນໆ, ພ້ອມ​ທັງ​ຮ່ວມ​ມື​ໃນ​ການ​ຕິດຕາມ ​ແລະ ສ້າງ​ກົນ​ໄກ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ທີ່​ມີ​ປອດໃສ, ສອດຄ່ອງກັບກອບກົດໝາຍຂອງປະເທດສະມາຊິກ. ກົນໄກການຈັດຕັ້ງປະຕິບັດ MOU ໄດ້ຖືກຈັດຕັ້ງປະຕິບັດໃນຫຼາຍຮູບຫຼາຍແບບເຊັ່ນ: ການໂອ້ລົມສົນທະນາ, ຕິດຕາມ, ປະເມີນຜົນ ແລະ ການແລກປ່ຽນຂໍ້ມູນຂ່າວສານ.

ດີງເລື້ອງ

ເຫດການ