ຫວຽດນາມ ແລະ ກາຊັກສະຖານ ໄດ້ລົງນາມໃນເອກະສານຮ່ວມມືຫລາຍຂົງເຂດ 8 ສະບັບ

15:13 | 25/08/2023

ຍສໝ - ບັນດາ​ເອກະສານ​ຮ່ວມ​ມື​ໃນ​ພິທີ​ລົງ​ນາມ​ຄັ້ງ​ນີ້ ຈະ​ຊ່ວຍ​ໃຫ້ ຫວຽດນາມ ​ແລະ ກາ​ຊັກ​ສະຖານ ຜັນຂະຫຍາຍບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃໝ່, ພິ​ເສດ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື: ການ​ລົງທຶນ, ຄົມມະນາຄົມ, ທ່ອງ​ທ່ຽວ, ການຄ້າເອເລັກໂຕນິກ...

ຫວຽດນາມ ແລະ ກາຊັກສະຖານ ໄດ້ລົງນາມໃນເອກະສານຮ່ວມມືຫລາຍຂົງເຂດ 8 ສະບັບ
ການ​ນຳ​ບໍລິສັດ​ຫຸ້ນ​ສ່ວນ​ສູນ​ກາງ​ນະ​ໂຍບາຍ​ການ​ຄ້າ ​ແລະ ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຮ່ວມມື. (ພາບ: ຮວ່າງອຽນ)

ຕອນ​ບ່າຍ​ວັນທີ 21 ສິງຫາ, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ລົງ​ນາມ​ເອກະສານ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ກາ​ຊັກ​ສະຖານ.​ເຫດການ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານາທິບໍດີສາທາລະນະລັດ ກາ​ຊັກ​ສະຖານ Kassym - Jomart Tokayev.

ທ່ານ ໂດ່ທັງຫາຍ ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ​ແລະ ທ່ານ Serik Zhumangarin ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຄ້າ ແລະ ເຊື່ອມຕໍ່ ກາ​ຊັກ​ສະຖານ ​ໄດ້​ເປັນ​ສັກຂີ​ພິຍານທີ່​ພິທີ​ລົງ​ນາມ​ເອກະສານ 8 ສະບັບ​ລວມມີ:

ບົດ​ບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ​ ກະຊວງ​ອຸດສາຫະກຳ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ ສາທາລະນະ​ລັດ ກາ​ຊັກ​ສະຖານ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ການບິນ Vietjet.

ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ ບໍລິສັດຫຸ້ນສ່ວນແຫ່ງຊາດ “KazMunayGaz” ແລະ ກຸ່ມບໍລິສັດ Sovico.

ບົດບັນທຶກຊ່ວຍຈຳການຮ່ວມມືລະ​ຫວ່າງ ​ຄະ​ນະ​ກຳ​ມະ​ການ​ການລົງ​ທຶນ ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ກາ​ຊັກ​ສະ​ຖານ ແລະ ກົມ​ການ​ລົງ​ທຶນ​ຕ່າງ​ປະ​ເທດ ​ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ.

ບົດບັນທຶກຂ່ວຍຈຳການຮ່ວມມືລະຫວ່າງຄະນະ​ກຳມະການການ​ລົງທຶນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ກາ​ຊັກ​ສະຖານ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ກຸ່ມບໍລິສັດທ່ອງ​ທ່ຽວ Crystal Bay Tourism Group.

ບົດບັນທຶກຊ່ວຍຈຳການຮ່ວມມືກ່ຽວກັບການພັດທະນາ​ການ​ຄ້າ​ເອ​ເລັກ​ໂຕນິກ ​ແລະ ບັນດາຂົງເຂດ​ໄປສະນີ​ຕ່າງໆ​ລະຫວ່າງ​ ບໍລິສັດ​ຫຸ້ນ​ສ່ວນ​ໄປສະນີ ກາຊັກສະຖານ (Kazpost) ​ແລະ ບໍລິສັດ​ໄປສະນີ ຫວຽດນາມ (Vietnam Post)

ບົດບັນທຶກຊ່ວຍຈຳການຮ່ວມມືກ່ຽວ​ກັບຂົງເຂດ​​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ຂົນ​ສົ່ງ​ລະຫວ່າງ​ບໍລິສັດ​ຫຸ້ນ​ສ່ວນ Temir Zholy Kazakhstan ກັບ ກຸ່ມSovico Group.

ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ​ບໍລິສັດ​ຫຸ້ນ​ສ່ວນ​ສູນນະ​ໂຍບາຍ​ການ​ຄ້າ (KazTrade) ​ແລະ ກົມ​ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ (VietTrade).

ຂໍ້ຕົກລົງການຮ່ວມມືລະຫວ່າງ ບໍລິສັດ Microtech DFS Vietnam Company Limited ຈຳກັດ ແລະ ກຸ່ມບໍລິສັດ Vela Corporation.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ລັດຖະມົນຕີ ໂດ່ທັງຫາຍ ຢືນຢັນ​ວ່າ ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ອົງການ​ຄຸ້ມ​ຄອງ​ແຫ່ງລັດ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ - ກາ​ຊັກ​ສະຖານ ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ໃໝ່​ໃນ​ຫຼາຍ​ຂົງ​ເຂດຕື່ມອີກ, ເຊິ່ງໄດ້ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.