ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໂອ້ລົມທາງໂທລະສັບກັບທ່ານປະທານ CPP, ນາຍົກລັດຖະມົນຕີ ກຳປູເຈຍ Hunsen

00:00 | 05/08/2023

ຍສໝ - ຕອນບ່າຍວັນທີ 5 ສິງຫານີ້, ຢູ່ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານ ພັກປະຊາຊົນກຳປູເຈຍ(CPP), ນາຍົກລັດຖະມົນຕີ ກຳປູເຈຍ Hun Sen

ທີ່ການໂອ້ລົມທາງໂທລະສັບ, ທ່ານປະທານ CPP , ນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊາບກ່ຽວກັບສະພາບການຢູ່ ກຳປູເຈຍ, ໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ 7, ແລະ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານທີ່ປະຊາຊົນຫວຽດນາມຍາດມາໄດ້. ທ່ານນາຍົກລັດຖະມົນຕີ Hun Sen ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງນຳພາ, ປະຊາຊົນ ຫວຽດນາມ ສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະ ໃຫຍ່ຫຼວງກວ່າເກົ່າ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຢ່າງມີໄຊ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໂອ້ລົມທາງໂທລະສັບກັບທ່ານປະທານ CPP, ນາຍົກລັດຖະມົນຕີ ກຳປູເຈຍ Hunsen
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໂອ້ລົມທາງໂທລະສັບກັບທ່ານປະທານ ພັກ CPP, ນາຍົກລັດຖະມົນຕີ ກຳປູເຈຍ Hun Sen ( ພາບ : vov)

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊົມເຊີຍ ກຳປູເຈຍ ໄດ້ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ 7 ຢ່າງສຳເລັດຜົນ, ຮັບປະກັນປະຊາທິປະໄຕ, ຍຸດຕິທຳ, ເສລີພາບ ແລະ CPP ໄດ້ຮັບໄຊຊະນະອັນໃຫຍ່ຫຼວງ, ຜ່ານນັ້ນຢືນຢັນທີ່ຕັ້ງ ແລະ ບົດບາດຂອງ CPP ພາຍໃຕ້ການນຳພາຂອງປະທານ CPP, ນາຍົກລັດຖະມົນຕີ Hun Sen ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ການສະໜັບສະໜູນຢ່າງແຂງແຮງຂອງປະຊາຊົນທີ່ສະຫງວນໃຫ້ແກ່ CPP. ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຫວຽດນາມສະໜັບສະໜູນຢ່າງແຂງແຮງຕໍ່ການສ້າງສາ ແລະ ພັດທະນາກຳປູເຈຍ ພາຍໃຕ້ການນຳພາຂອງ CPP ແລະ ລັດຖະບານຊຸດໃໝ່.

ການນຳສອງທ່ານເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສຳຄັນຂອງນ້ຳໃຈສາມັກຄີ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຢືນຢັນຈະຮ່ວມກັນຮັກສາ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຕາມການກຳທິດທີ່ໄດ້ຕົກລົງກັນເປັນເອກະພາບ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.