ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ

06:30 | 21/11/2022

ຍສໝ - ກຳແພງເມືອງເກົ່າ ເຊີນໄຕ ໂດຍທີ່ຮູ້ຈັກກ່ຽວກັບຄວາມງາມສະຖາປັດຕະຍະກຳການທະຫານທີ່ເປັນເອກະລັກສະເພາະ ແລະ ເກົ່າແກ່ທີ່ສຸດຂອງຫວຽດນາມ. ຫຼັງຈາກ 2 ສະຕະວັດ, ມາຮອດປັດຈຸບັນ, ຮ່ອງຮອຍປະຫວັດສາດຍັງຄົງຢູ່. ພິ​ເສດ​ ແມ່ນ​ມີເສົາທຸງສູງ 18 ​ແມັດ​ທີ່​ສ້າງ​ຢູ່​ເທິງ​ແທ່ນສິລາແລງຂະໜາດໃຫຍ່.

ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ.

ໂດຍ​ຕັ້ງ​ຢູ່​ຫ່າງ​ຈາກ​ແມ່​ນ້ຳ​ແດງ​ປະມານ 2 ກິ​ໂລ​ແມັດ, ກຳແພງ​ເມືອງເກົ່າ ເຊີນ​ໄຕ ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມສະຖາປັດຕະຍະກຳ​ແບບ Vauban. ກຳແພງຖືກອອກແບບເປັນສີ່ຫຼ່ຽມມົນທົນ ມີດ້ານຂ້າງ 500 ແມັດ, ດ້ວຍດິນຈີ່ກໍ່ຂຶ້ນສູງເຖິງ 5 ແມັດ. ອ້ອມ​ຮອບກຳແພງ​ແມ່ນ​ມີຄອງນ້ຳ​ກວ້າງ​ປະມານ 20 ແມັດ, ມີ​ທາງ​ທີ່​ປູ​ດ້ວຍ​ດິນ​ຈີ່ ເພື່ອ​ຂັ້ນຄອງນ້ຳ ​ແລະ​ ກຳ​ແພງ.

ເສົາທຸງ (ພາຍໃນ ກຳແພງເມືອງເກົ່າ ເຊີນໄຕ) ມີຄວາມສູງ 18 ແມັດ ​ສ້າງ​ຢູ່​ເທິງ​ແທ່ນສິລາແລງຂະໜາດໃຫຍ່.

ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ເສົາທຸງ (ພາຍໃນ ກຳແພງເມືອງເກົ່າ ເຊີນໄຕ) ມີຄວາມສູງ 18 ແມັດ ​ສ້າງ​ຢູ່​ເທິງ​ແທ່ນສິລາແລງຂະໜາດໃຫຍ່.

ຕາມ​ການ​ບັນ​ທຶກ​ປະ​ຫວັດ​ສາດ, ກຳແພງເມືອງເກົ່າ ເຊີນ​ໄຕ ມີ​ລວງຮອບ 1306,8 ແມັດ. ບໍລິເວນໜ້ານ້ຳກວ້າງໃຫຍ່ ອ້ອມຮອບກຳແພງ 1792 ແມັດ, ກວ້າງ 26,8 ແມັດ ແລະ ເລິກ 4 ແມັດ. ກໍາ​ແພງ​​ໄດ້​ຮັບ​ການ​ກໍ່​ສ້າງ ສູງ 4.4 ແມັດ​. ພຽງ​ແຕ່​ເບິ່ງ​ຈາກ​ໄລ​ຍະ​ໄກ, ນັກ​ທ່ອງ​ທ່ຽວ​ກໍຕົກຕະລຶງ ກັບຍ່ານພຶ້ນທີ່ອັນກວ້າງ​ໃຫຍ່ ທີ່ກຳແພງ​ປົກ​ຄຸມ, ໂດດເດ່ັນ​ໃນທ່າມກາງ​ບັນ​ດາ​ທິວ​ທັດ​ທໍາ​ມະ​ຊາດ​ທີ່​ສວຍ​ງາມ.

ກຳແພງເມືອງເກົ່າ ເຊີນ​ໄຕ ໂດຍທີ່ຮູ້ຈັກກ່ຽວແມ່ນຄວາມງາມສະຖາປັດຕະຍະກຳການທະຫານທີ່ເປັນເອກະລັກສະເພາະ ແລະ ເກົ່າແກ່ທີ່ສຸດຂອງຫວຽດນາມ. ສ້າງຂຶ້ນໃນສະໄໝລາຊະການທີ 3 ຂອງກະສັດ ມິນມ໋າງ ໃນປີ 1822. ກຳແພງເມືອງເກົ່າ ເຊີນ​ໄຕ ເປັນຮ່ອງຮອຍປະຫວັດສາດແຫ່ງທຳອິດ ແລະ ແຫ່ງດຽວທີ່ສ້າງຂຶ້ນດ້ວຍສິລາແລງ ດ້ວຍເນື້ອທີ່ທັງໝົດ 16 ເຮັກຕາ.

ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ

ເຂດກຳແພງ​ເມືອງ ເຄີຍເປັນເມືອງ​ເອກ​ຂອງ​ເຂດ ຕາມຕຽນ ​ໃນ​ນັ້ນ​ມີ 3 ​ແຂວງ ​ເຊີນ​ໄຕ, ຮຶງ​ຮ່ວາ ​ແລະ ຕວຽນ​ກວາງ ​ໃນ​ສະ​ໄໝ​ລາຊະວົງ ຫງວຽນ. ຫຼັງຈາກ 2 ສັດຕະວັດ, ຮ່ອງຮອຍປະຫວັດສາດຍັງຄົງຮັກສາໄວ້ໃນສະພາບເດີມດ້ວຍຄວາມງາມທີ່ເກົ່າແກ່, ໄຄຫີນ ແລະ ພື້ນທີ່ສະຫງົບສຸກ.

ກຳແພງ​ດັ່ງກ່າວ ​ປະກອບ​ດ້ວຍ 4 ປະຕູ​ຕົ້ນຕໍ​ຫັນ​ໄປ​ທາງ​ຕາ​ເວັນ​ອອກ, ທິດຕາ​ເວັນ​ຕົກ, ທິດ​ໃຕ້ ​ແລະ ທິດ​ເໜືອ ​ໂດຍ​ມີ​ຊື່​ ​ຄື: ປະຕູ​ຊ້າຍ, ປະຕູ​ຂວາ, ປະຕູໜ້າ ​ແລະ ປະຕູຫຼັງ. ປະ​ຕູ​ຊ້າຍ​ອ່ວາຍ​ຫນ້າ​ໄປທາງ​ຖະ​ຫນົນ ຝູ່ງຄັກຄວ່ານ (ຕະ​ຫຼາດ​ ເຫງ້ ເກົ່າ ​)​, ປະ​ຕູ​ຂວາອ່ວາຍ​ຫນ້າ​ໄປທາງ​ຖະ​ຫນົນ ເຈີນຮຶງດ້າວ, ປະຕູໜ້າອ່ວາຍ​ຫນ້າ​ໄປທາງຖະໜົນກວາງຈຸງ ໃນຂະນະທີ່ປະຕູຫຼັງອວ່າຍໜ້າໄປຫາແມ່ນ້ຳແດງ.

ອ້ອມ​ຮອບກຳແພງ​ແມ່ນ​ຄອງ​ນ້ຳ​ກວ້າງ​ປະມານ 20 ແມັດ, ໄຫຼອອກໄປສູ່​ແມ່​ນ້ຳ​ຕິກ ຢູ່​ແຈ​ທາງທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້.

ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ
ຄວາມງາມອັນເກົ່າແກ່ ຂອງກຳແພງສິລາແລງ ອັນດຽວໃນຫວຽດນາມ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.