ວັນທີ 17 ສິງຫາ, ຢູ່ Kuala Lumpur, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດິງງອກລິງ ໄດ້ເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕໍ່ກະສັດ ມາເລເຊຍ Abdullah Sultan Ahmad Shah ໃນພິທີທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ພະລາດຊະວັງ.
ທີ່ພິທີ, ທ່ານເອກອັກຄະລັດຖະທູດ ດັ້ງງອກລິງ ໄດ້ສົ່ງຄຳຖາມຂ່າວທີ່ສະໜິດສະໜົມ ແລະ ຄຳອວຍພອນຂອງທ່ານປະທານປະເທດ ຫວໍວັນເຖືອງ ເຖິງກະສັດ Abdullah.
![]() |
ທ່ານເອກອັກຄະລັດຖະທູດ ດັ້ງງອກລິງ ຍື່ນສານຕາຕັ້ງຕໍ່ ກະສັດມາເລເຊຍ Abdullah Sultan Ahmad Shah (ພາບ : VNA) |
ທ່ານເອກອັກຄະລັດຖະທູດ ດັ້ງງອກລິງ ຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.
ສ່ວນກະສັດ Abdullah ຢັ້ງຢືນວ່າ ມາເລເຊຍ ຖືການພົວພັນມິດຕະພາບກັບ ຫວຽດນາມ ເປັນສຳຄັນ, ພ້ອມທັງປາດຖະໜາຢາກຕ້ອນຮັບ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມາຢ້ຽມຢາມ ມາເລເຊຍ ໃນໄລຍະຈະມາເຖິງ.
ມາເລເຊຍ ເຊື່ອໝັ້ນວ່າ ທັງສອງຝ່າຍ ລ້ວນແຕ່ມີຄວາມປາດຖະໜາຢາກຮັກສາທ່ວງທ່າພັດທະນາ ແລະ ຫັນການພົວພັນສອງຝ່າຍເປັນຫຼາຍຮູບຫຼາຍແບບ ເພື່ອມຸ່ງໄປເຖິງການພົວພັນທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແທດຈິງກວ່າອີກ.
ນັບແຕ່ສ້າງຕັ້ງການພົວພັນທາງການທູດໃນວັນທີ 30 ມີນາ 1973, ການພົວພັນ ຫວຽດນາມ - ມາເລເຊຍ ກໍ່ໄດ້ຜ່ານໄລຍະ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ດ້ວຍບັນດາຂີດໝາຍສຳຄັນແມ່ນການລົງນາມໃນຖະແຫຼງການຮ່ວມກ່ຽວກັບຂົງເຂດຄູ່ຮ່ວມມືຍຸດທະສາດຂອງ 2 ປະເທດໃນວັນທີ 7 ສິງຫາ 2015./.
ດີງເລື້ອງ