ທ່ານ ພົນເອກ ຟານວັນຢາງ ເຂົ້າຮ່ວມກອງປະຊຸມ MCIS - 11 ແລະ Army 2023

09:46 | 15/08/2023

ຍສໝ - ໂດຍ​ຕອບຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ Sergei Shoigu, ລັດ​ຖະ​ມົນ​ຕີ​ກະຊວງປ້ອງກັນປະເທດສະ​ຫະ​ພັນ​ລັດ​ເຊຍ (LB), ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳພາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄວາມ​ໝັ້ນຄົງ​ສາກົນ ​ມົສກູ​ ຄັ້ງ​ທີ 11 (MCIS-11) ​ແລະ​ເວທີ​ເຕັກນິກ - ການ​ທະຫານ​ສາກົນ​ ປີ 2023 (Army 2023) ແຕ່ວັນທີ 13 ຫາ 17 ສິງຫາ ຢູ່ນະຄອນຫຼວງ ມົສກູ.

ທ່ານ ພົນເອກ ຟານວັນຢາງ ເຂົ້າຮ່ວມກອງປະຊຸມ MCIS - 11 ແລະ Army 2023

ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ການເຂົ້າຮ່ວມ MCIS-11 ແລະ Army 2023 ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ແມ່ນເພື່ອແນໃສ່ສືບຕໍ່ຢືນຢັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຂອງຫວຽດນາມ ຕໍ່ບັນຫາສາກົນ ແລະ ພາກພື້ນ; ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ສາກົນ ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະພັນ​ລັດ​ເຊຍ ຈັດ​ຕັ້ງ; ພ້ອມ​ກັນ​ນັ້ນ, ກໍ່ຮັກສາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດຂອງ​ສອງ​ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ລັດ​ເຊຍ.

ຄາດ​ວ່າ ທ່ານ​ພົນ​ເອກ ຟານວັນຢາງ ກໍ່​ຈະ​ມີ​ບາງ​ການ​ພົບ​ປະ​ສອງ​ຝ່າຍ​ໃນ​ໂອກາດ​ເຂົ້າ​ຮ່ວມ MCIS-11 ​ແລະ Army 2023 ນີ້.

ດີງເລື້ອງ

ເຫດການ
302 Found

Found

The document has moved here.