ໝາກລິ້ນຈີ່ຫວຽດນາມ ເຂົ້າສູ່ສັບພະສິນຄ້າໃຫຍ່ໃນໄທ

00:00 | 01/08/2023

ຍສໝ - ວັນ​ທີ 12 ກໍລະກົດ​ນີ້ ຢູ່​ສູນ​ການ​ຄ້າ Centralworld ທີ່​ຢູ່ນະຄອນຫຼວງບາງກອກ, ກຸ່ມບໍລິສັດ​ຄ້າ​ຂາຍ​ຍ່ອຍ​ Central Retailໄດ້ຈັດຕັ້ງ​ງານໂຄສະນາໝາກ​ລິ້ນ​ຈີ່ ​ຫວຽດ​ນາມ ​ຢູ່​ຕະ​ຫລາດ​ໄທ - ແນະ​ນຳ​ໝາກລິ້ນຈີ່ ລຸກຫງ້ານ (ບັກຢາງ) ຕາມລະດູ​, ມີເຄື່ອງໝາຍການຄ້າ​, ມີຂໍ້ມູນຢັ້ງຢືນ GlobalGAP ຢ່າງຄົບຖ້ວນ​, ມີສະ​ແຕມ​ຊີ້ບອກທີ່​ຕັ້ງ, ບັນດາໂລ​ໂກ້ ​ແລະ ​ສະແຕມຍີ່ຫໍ້​ຢ່າງຄົບ... ເຖິງ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ໄທ​.

ທີ່​ຢູ່ເຫດການໂຄສະນາ, ທ່ານ Olivier Langlet, ຜູ້​ອຳ​ນວຍ​ການ​ໃຫຍ່​ Central Retail ​ຫວຽດ​ນາມ ໃຫ້​ຮູ້​ວ່າ: “ ໝາກລິ້ນຈີ່​ຫວຽດ​ນາມ ​ໄດ້​ຮັບ​ຮູ້​ວ່າ​ແມ່ນໝາກລິ້ນຈີ່ທີ່​ແຊບ​ທີ່​ສຸດ​ຢູ່​ຕະ​ຫຼາດ ແລະ ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້ແນະນຳໝາກລິ້ນຈີ່ຫວຽດ​ນາມ​ ອອກໄປ​ສູ່​ໂລກ. ນັ້ນແມ່ນ​ເຫດ​ຜົນທີ່​ພວກ​ຂ້າພະ​ເຈົ້າໄດ້​ຈັດ​ຕັ້ງ​ເຫດການ​ນີ້​ຂຶ້ນ​ເພື່ອ​ເພີ່ມ​ທະວີ​ການໂຄສະນາ​​ໝາກ​ລິ້ນຈີ່​ຢູ່​ໄທ ​ແລະ ຄ່ອຍໆສ້າງຕະຫຼາດ​ທີ່ເປັນປົກກະຕິ​ເພື່ອບໍລິ​ໂພ​ກໝາກລິ້ນຈີ່​ຢູ່​ໄທ”.

ໝາກລິ້ນຈີ່ຫວຽດນາມ ເຂົ້າສູ່ສັບພະສິນຄ້າໃຫຍ່ໃນໄທ
ໝາກລີ້ນຈີ່ຫວຽດນາມ ໄດ້ວາງຂາຍຢູ່ໄທ.

ກ່ອນ​ໜ້າ​ນີ້, ໝວດສິນຄ້າໝາກ​ລີ້ນ​ຈີ່ ລຸກຫງ້ານ (ບັກ​ຢາງ) 3 ​ໂຕນ Central Retail ໄດ້ສົ່ງອອກໃນໂຄຕ້າ​ໄປຕະຫຼາດ​ໄທ ​ໃນ​ວັນ​ທີ 10 ກໍ​ລະ​ກົດ 2023; ແລະ ມາຮອດວັນທີ 12 ກໍລະກົດ 2023, ໝາກລີ້ນຈີ່ທີ່ມີຊື່ສຽງຂອງຫວຽດນາມ ໄດ້ຮັບການວາງຂາຍຢ່າງເປັນທາງການຢູ່ຊັ້ນວາງຂອງລະບົບຮ້ານສັບພະສິນຄ້າ Tops Food Hall (ລະບົບຄ້າຂາຍການຂາຍຍ່ອຍສະບຽງອາຫານຂອງກຸ່ມບໍລິສັດ Central Retail Group) ເພື່ອຂາຍໃຫ້ຜູ້ບໍລິໂພກຢູ່ນະຄອນຫຼວງບາງກອກ (ປະເທດໄທ). ລາຄາຂາຍໝາກລີ້ນຈີ່ຫວຽດນາມ ຢູ່ໄທ ແມ່ນ 259 ບາດ/ກ່ອງ, ເທົ່າກັບ 173.000 ດົ່ງ/ກິໂລ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ປະເທດ​ໄທ ຟານຈິເເທງ ​ແລ້ວ, ງານ​ວາງສະ​ແດງ​ຜະລິດ​ຕະພັນ​ໝາກ​ລີ້ນ​ຈີ່ ລຸກງ້ານ ​ຄັ້ງ​ທີ 2 ຢູ່​ໄທ ຈະ​ຊ່ວຍ​ນຳ​ໝາກ​ໄມ້​ຫວຽດນາມ ເຂົ້າໄປຍັງ​ໄທ ຕື່ມອີກ ກໍ່ຄື​​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ທີ 3 ມາ​ຍັງ 2 ປະ​ເທດ.ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ດ້ວຍຄວາມຕັດສິນໃຈຂອງ​ບັນດາ​ວິ​ສາ​ຫະກິດ ຈະຊຸກຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ລະຫວ່າງ ຫວຽດນາມ - ​ໄທ, ໝາກ​ລິ້ນ​ຈີ່​ຫວຽດນາມ ຈະເກັບກ່ຽວໄດ້​ຜົນສຳ​ເລັດ​ຫລາຍ​ຢ່າງ​ຢູ່​ໄທ ​ແລະ ​ເປີດ​ກວ້າງ​ອອກ​ສູ່​ຕະຫຼາດ​ສາກົນ​ຢ່າງ​ແຮງ​ໃນ​ອະນາຄົດ.

ວັນ​ທີ 16 ພຶດສະພາ 2023, ຢູ່​ແຂວງ ບັກ​ຢາງ ​ໄດ້​ຈັດ​ພິທີ​ລົງ​ນາມ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ກຸ່ມບໍລິສັດ Central Retail ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ຢາງ ກ່ຽວ​ກັບ​ການຈຳໜ່າຍ​ໝາກລິ້ນ​ຈີ່ ​ໃນ​ປີ 2023.

ຕາມ​ຂໍ້​ຕົກລົງ​ຮ່ວມ​ມື​ແລ້ວ, Central Retail ຈະ​ຜັນ​ຂະຫຍາຍ​ຫຼາຍ​ວິທີ​ເພື່ອ​ຊຸກຍູ້​ການ​ຈຳໜ່າຍ​ໝາກ​ລິ້ນ​ຈີ່​ແຂວງ​ບັກ​ຢາງ, ​ເພື່ອ​ແນ​ໃສ່​ບັນລຸ​ໍແຜນການການ​ບໍລິ​ໂພ​ກປະມານ 300 ​ໂຕນ​ໃນ​ປີ​ນີ້.

ປີ 2017, ພາຍຫຼັງຄວາມມານະພະຍາຍາມ​​ໃນ​ການ​ຊຸກຍູ້​ການ​ສົ່ງ​ອອກ​ໝາກ​ລິ້ນຈີ່​ໄປ​ປະເທດ​ໄທ, ໝວດສິນຄ້າໝາກ​ລິ້ນຈີ່ ​ລຸກຫງ້ານ (ບັກ​ຢາງ) ກໍ່ໄດ້ສົ່ງອອກໄປຍັງຕະຫຼາດໄທ ຄັ້ງທຳອິດໃນວັນທີ 30 ມິຖຸນາ 2017, ໂດຍໄດ້ຮັບຄວາມສົນໃຈ, ສະໜັບສະໜູນຢ່າງຕັ້ງໜ້າຈາກຜູ້ບໍລິໂພກໄທ ເມື່ອໄປຊື້ເຄື່ອງຢູ່ຮ້ານສັບພະສິນຄ້າ Tops ແລະ Tops Food Hall.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.