ແມ່ວິລະຊົນ ຫວຽດນາມ ເລືອງທິກຶງ ສົ່ງສະການຜູ້ທີ່ເປັນທີ່ຮັກເຖິງ 3 ຄັ້ງ

11:45 | 24/07/2018

ຍ​ສ​ໝ - ເປັນຄົນໜື່ງທີ່ຕ້ອງສົ່ງສະການຄົນທີ່ເປັນທີ່ຮັກເຖິງ ສາມຄັ້ງ: ລູກ, ຫຼານ ໄປເປັນທະຫານຕີສັດຕູ ຕັ້ັ້ງແຕ່ນັ້ນມາ ແມ່ວິລະຊົນ ຫວຽດນາມ ເລືອງທິກຶງ ອາຍຸ 85ປີ ຢູ່ບ້ານ ເລືອງວັນຮ່ວາງ ຕາແສງ ເງາະໂຕ໋, ເມືອງ ມີ໋ຊວຽນ ແຂວງ ຊ໋ອກຈັງ ບໍ່ໄດ້ພົບກັບຜູ້ທີ່ເປັນທີ່ຮັກໃນຄອບຄົວຂອງຕົນອີກເລີຍ.

ແມ່ເລືອງທິກຶງ ໄດ້ເລົ່າວ່າ ເພິ່ນມີອ້າຍສອງຄົນ ແລະ ເອຶ້ອຍ​ໜື່ງ​ຄົນ. ອ້າຍ​ທັງ​ສອງ​ແມ່ນ​ເສຍ​ຊີ​ວິດ​ໃນ​ສົງ​ຄາມ, ສ່​ວນ​​ເອື້ອຍ​ກໍ່​ມີ​ຜູ້​ເປັນ​ຜົວ​ເຂົ້າ​ຮ່ວມ​ການ​ປະ​ຕິ​ວັດ ແລະ ກໍ່ເສຍ​ສະ​ຫຼະ. ຕອນ​ທີ່​ຜູ້​ເປັນ​ອ້າຍ ເລືອງ​ວັນ​ຮ​ວ່າງ ກ​ຳ​ລັງ​ຢູ່​ແນວ​ໜ້າ ເມຍ​ໃຫ້​ກຳ​ເນີດ​ລູກ​ຊາຍ ເລືອງວັນ​ໂນ. ບໍ່​ດົນ​ຈາກນັ້ນ​ເອື້ອຍ​ໄພ້​ກໍ່​ເສຍ​ຊີ​ວິດ, ແມ່​ກຶງ​ຮັບ​ຫຼານ​ມາ​ລ້ຽງ. ພໍ​​ເພິ່ນ​ອາ​ຍຸ​ໄດ້ 25 ປີ ​ເພິ່ນກໍ່​ສ້າງ​ຄອບ​ຄົວ ແລະ ໃຫ້​ກຳ​ເນີດ​ລູກ ສີ່​ຄົນ.

ທ່ານ ຈ່າ​ວັນ​ຟູ - ຜົວ​ຂອງ​ແມ່ ກໍ່​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ກັບ​ສັດ​ຕູ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ແມ່​ກຶງ ຢູ່​ແນວ​ຫຼັງ​ເບິ່ງ​ແຍງ ລູກ ແລະ ຫຼານ​ຄອຍ​ຖ້າ​ຜູ້​ເປັນ​ເສົາ​ຫຼັກ​ກັບ​ມາ. ລູກ​ສາວ​ຜູ້​ທີ​ສີ່​ຂອງ​ແມ່​ເສຍ​ຊີ​ວິດ​ຍ້ອນ ເປັນ​ໄຂ້​ເລືອດ​ອອກ.

ແມ່ວິລະຊົນ ຫວຽດນາມ ເລືອງທິກຶງ ສົ່ງສະການຜູ້ທີ່ເປັນທີ່ຮັກເຖິງ 3 ຄັ້ງ

ປະ​ເທດ​ຊາດມອບ​ໃບປະ​ກາດ ​ຍອມ​ຮັບ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ​ຂອງຄອບ​ຄົວ ແມ່​ກຶງ​. (ພາບ :STO)

ປີ 1968 ແມ່​ກຶງ ໄດ້​ຮັບ​ໃບ​ມໍ​ລະ​ນະ​ຂອງ​ຫຼານ ເລືອງວັນ​ໂນ, ຫຼັງ​ຈາກນັ້ນ 5ປີ (ປີ 1973), ແມ່​ກຶງ ກໍ່​ໄດ້​ຮັບ​ໃບ​ມ​ມໍ​ລະ​ນະ​ຂອງ​ຜູ້​ເປັນ​ລູກ​ຊາຍ ຈ່າ​ວັນ​ໂຫ໋. ຫົວ​ຂອງ​ຜູ້​ເປັນ​ແມ່ ຄື​ກັບ​ມີ​ໃຜ​ເອົາ​ມີດ​ມາ​ແທງ​ໃສ່​ຫົວ​ໃຈ , ແຕ່​ເມື່ອ​ຄິດ​ເຖິງ​ລູກ, ຫຼານ​ເສຍ​ສະ​ຫຼະ​ເພື່ອ​ປະ​ເທດ​ຊາດ ເພິ່ນກໍ່ມີ​ຄວາມ​ຜ່ອນ​ຄາຍ​ລົງ​ມາ.

ພາຍ​ຫຼັງ​ປະ​ເທດ​ຊາດ​ມີ​ສັນຕິ​ພາບ, ແມ່​ກຶງ ຍັງ​ຮັກ​ສາ​ໄວ້​ການ​ດຳ​ລົງ​ຊີ​ວິດ​ແບບ​ລຽບ​ງ່າຍ ຄື​ແຕ່​ກ່ອນ ແລະ ສອນ​ລູກ​ຫຼານ ຮັກ​ສາ​ມູນ​ເຊື້ອ​ຄອບ​ຄົວ​ປະ​ຕິ​ວັດ.

ເຮືອນ​ຫຼັງ​ນ້ອຍ ຄວາມ​ສຸກ​ຂອງ​ແມ່​ປະ​ຈຸ​ບັນ​ແມ່ນ ຄວາມ​ເປັນ​ຜູ້​ໃຫຍ່, ສືບ​ທອດ​ພາ​ລະ​ກິດ​ຂອງ​ຜູ້​ເປັນ​ພໍ່​ລຸ້ນ​ກ່ອນ ທີ່​ອຸ​ທິດ​ຕົນ​ຕໍ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ​ຂອງ​ລູກ​ຫຼານ. ແຕ່​ລະ​ເທື່ອ​ເບິ່ງ​ຮູບ​ພາບ ສາມ​ໃບ​ ທີ່​ພັກ​ລັດ ລະ​ນືກ​ຈົດ​ຈຳ​ຄຸນ​ງາມ​ຄວາມ​ດີ​ຂອງ ຜູ້​ເປັນ​ຜົວ, ລູກ​ຊາຍ ແລະ ຫຼານ ແມ່​ກຶງ ຮູ້​ສຶກ​ເປັນ​ກຽດ​ຍ້ອນ​ຄວາມ​ເສຍ​ສະ​ຫຼະ​ຂອງ​ຜູ້​ເປັນ​ທີ່​ຮັກ​ຂອງ​ຕົນ ໄດ້ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຂະ​ບວນ​ການ​ປົດ​ປ່ອຍ ບ້ານ​ເກີດ​ເມືອງນອນກໍ່​ຄື​ປະ​ເທດ​ຊາດ.

ແມ່​ກືງ​ມີ​ຄວາມ​ສຸກ​ຫຼາຍ ໃນ​ວັນ​ບຸນ, ປີ​ໃໝ່, ວັນ​ຄົບ​ຮອບ ທະ​ຫານ​ເສຍ​ອົງ​ຄະ -ທະ​ຫານ​ວິ​ລະ​ຊົນ , ການ​ນຳ​ພັກ-ລັດ, ອຳ​ນາດ​ກາ​ປົກ​ຄອງ​ມາ​ຢ້ຽມ​ຢາມ ແລະ ໃຫ້​ກຳ​ລັງ​ໃຈ. ປີ 2015 ແມ່​ກຶງ ໄດ້​ຮັບ​ກຽດ​ພົບ​ປະ​ກັບ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ໋ຽນ​ຟູ໋​ຈ້ອງ ລົງ​ມາ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ ຕອນ​ທີ່​ທ່ານ​ລົງ​ມາ​ເຮັດ​ວຽກ​ຢູ່​ບ້ານ​ເງາະ​ໂຕ໋.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.