ພັດທະນາການຫາເງິນລ້ຽງຊີບເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ

12:30 | 20/11/2022

ຍສໝ - ກິດຈະກຳ​ທົດ​ລອງ​ການ​ພັດທະນາການຫາເງິນລ້ຽງຊີບ​ເພື່ອຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ໄອ​ແລນ ຜ່ານ FAO ດ້ວຍ​ງົບປະມານ​ທັງ​ໝົດ 100.000 ​ເອີ​ໂຣ, ເຊິ່ງ​ປະຕິບັດ​ແຕ່​ປີ 2022 ຫາ 2023.

ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ ປັບປຸງ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ
ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ພັດ​ທະ​ນາ​ກ່າວ​ຄຳ​ເຫັນ​ທີ່​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ມະ​ນຸດ​ສະ​ທຳ ແລະ ວັດ​ທະ​ນະ​ທຳ ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ພັດ​ທະ​ນາ​ກ່າວ​ຄຳ​ເຫັນ​ທີ່​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ມະ​ນຸດ​ສະ​ທຳ ແລະ ວັດ​ທະ​ນະ​ທຳ ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ພິທີ​ເລີ່​ມ “ການ​ເຄື່ອນ​ໄຫວ​ທົດ​ລອງ: ພັດທະນາການຫາເງິນລ້ຽງຊີບ​ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ, ຫວຽດນາມ” ​ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ສົມທົບ​ກັບ​ອົງການ​ສະບຽງອາຫານ ​ແລະ ການ​ກະ​ເສດ ສະຫະ​ປະຊາ​ຊາດ (FAO) ປະຈໍາຫວຽດນາມ ​ໄດ້​ຈັດ​ຂຶ້ນ​ເມື່ອບໍ່ດົນມານີ້ ຢູ່​ແຂວງ ຕວຽນ​ກວາງ.

ພັດທະນາການຫາເງິນລ້ຽງຊີບເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ
ທ່ານ John McCullagh ເອກອັກຄະລັດຖະທູດ Ireland ປະຈໍາຫວຽດນາມ ກ່າວຄໍາເຫັນທີ່ພິທີ. (ພາບ: ຖູ່ຮັ່ງ)

ກິດຈະກຳ​ທົດ​ລອງ​ການ​ພັດທະນາການຫາເງິນລ້ຽງຊີບ​ເພື່ອຮັບມືກັບການ ປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ລັດຖະບານ​ໄອ​ແລນ ຜ່ານ FAO ດ້ວຍ​ງົບປະມານ​ທັງ​ໝົດ 100.000 ​ເອີ​ໂຣ, ເຊິ່ງ​ປະຕິບັດ​ແຕ່​ປີ 2022 ຫາ 2023.

ຕາມ​ທ່ານ ຫງວຽນໂດ​ແອງ​ຕ໋ວນ, ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແລ້ວ, ​ການເຄື່ອນໄຫວດັ່ງກ່າວໄດ້​ດຳ​ເນີນເພື່ອມຸ່ງໄປເຖິງເປົ້າໝາຍ​​ເພີ່ມ​ທະວີ​ການ​ເຂົ້າ​ເຖິງການຫາເງິນລ້ຽງຊີບ​ດ້ານກະສິກຳ​ແບບ​ຍືນ​ຍົງ ​ແລະ ປັບຕົວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃຫ້​ແມ່ຍິງ ​ເຂດພູດອຍພາກເໜືອ​, ປະກອບສ່ວນ​ແກ້​ໄຂ​ບັນຫາ​ຂາດ​ຄວາມໝັ້ນຄົງດ້ານສະບຽງ​ອາຫານ ​ແລະ ຂາດ​ສານ​ອາຫານ ​ໂດຍ​ຜ່ານ​ການ​ສ້າງ​ກາລະ​ໂອກາດ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ​ໃນ​ບັນດາ​ຕ່ອງ​ໂສ້​ມູນ​ຄ່າ​ກະສິກຳ ​ແລະ ຕະຫຼາດ.

ຜົນ​ຂອງ​ການ​ເຄື່ອນ​ໄຫວ​ທົດ​ລອງ​ພ້ອມ​ກັບ​ບົດຮຽນ​ຈະ​ໄດ້​ຮັບ​ການ​ສັງ​ລວມ, ​ແບ່ງປັນ ​ແລະ ທະວີຄູນເປັນ​ໂຄງການ​ຜັນຂະຫຍາຍ​ຢູ່​ບັນດາ​ແຂວງ, ນະຄອນ​ຢູ່​ເຂດ​ພູດ​ອຍ​ພາກ​ເໜືອ​ຄື: ​ແຂວງລາຍ​ເຈົາ, ດ້ຽນບຽນ, ​ເຊີນ​ລາ, ລາວ​ກາຍ, ຮ່ວາ​ບິ່ງ ​ແລະ ອຽນ​ບ໋າຍ.

ບູນມີ

ເຫດການ
302 Found

Found

The document has moved here.