ລົງ​ເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ

00:00 | 27/07/2023

ຍສໝ - ຕອນເຊົ້າວັນທີ 26 ມິຖຸນາ, ພາຍຫຼັງພິທີຕ້ອນຮັບທາງການທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂດຍທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ເປັນປະທານ, ນາຍົກລັດຖະມົນຕີ ສອງທ່ານ ໄດ້ດຳເນີນການເຈລະຈາ.

ສື່ມວນຊົນຈີນ ຕີລາຄາສູງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສື່ມວນຊົນຈີນ ຕີລາຄາສູງການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ

ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ທາງລົດໄຟ, ທາງບົກ, ທາງທະເລ, ຄົ້ນຄ້ວາພັດທະນາບາງເສັ້ນທາງລົດໄຟຄວາມໄວສູງເຊື່ອມຕໍ່ສອງປະເທດ, ລົງນາມຂໍ້ຕົກລົງຊອກຫາກູ້ໄພກູ້ຊີບບົນທະເລໂດຍໄວ; ຟື້ນຟູສາຍການບິນການຄ້າຮອບດ້ານ; ເພີ່ມທະວີການຮ່ວມມືຄຸ້ມຄອງແຫຼ່ງນ້ຳຍ່ານລຸ່ມແມ່ນ້ຳຂອງ - ລ້ານຊ້າງ.

ລົງ​ເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນ

ສ່ວນທ່ານນາຍົກລັດຖະມົນຕີ ຫຼີຊຽນ ຢັ້ງຢືນຄວາມພ້ອມທີ່ຈະພ້ອມກັບ ຫວຽດນາມ ຮ່ວມມືກັນຢ່າງແທດຈິງ, ເຮັດໃຫ້ເນື້ອແທ້ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ອຸດົມສົມບູນຂຶ້ນຕື່ມ. ທ່ານນາຍົກລັດຖະມົນຕີ ຫຼີຊຽນ ໃຫ້ຮູ້ວ່າ ລັດຖະບານ ຈີນ ສົ່ງເສີມບັນດາວິສາຫະກິດ ຈີນ, ພິເສດແມ່ນວິສາຫະກິດຂະໜາດໃຫຍ່, ເຕັກໂນໂລຊີສູງຂອງ ຈີນ ເປີດກ້ວາງການລົງທຶນ ເຂົ້າບັນດາຂົງເຂດທີ່ເໝາະສົມກັບຄວາມຕ້ອງການ, ຍຸດທະສາດພັດທະນາແບບຍືນຍົງຂອງ ຫວຽດນາມ, ນຳການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງກ່ວາ.

ສອງຝ່າຍເຫັນດີເປັນເອກະພາບຜັນຂະຫຍາຍຖະແຫຼງການຮ່ວມ ຫວຽດນາມ - ຈີນ ກ່ຽວກັບການສືບຕໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເລິກເຊິ່ງຂຶ້ນຕື່ມຢ່າງມີປະສິດທິຜົນ; ຮັກສາການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ຍູ້ແຮງການພົວພັນແລກປ່ຽນ, ການຮ່ວມມືຜ່ານຊ່ອງພັກ, ລະຫວ່າງລັດຖະບານສອງປະເທດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ… ສອງຝ່າຍໄດ້ແລກປ່ຽນຢ່າງກົງໄປກົງມາ ກ່ຽວກັບບັນຫາບົນທະເລ, ເປັນເອກະພາບຢັ້ງຢືນຄວາມສຳຄັນຂອງການຄວບຄຸມຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ສິ້ນສຸດການເຈລະຈາ, ນາຍົກລັດຖະມົນຕີ ສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະ ປະກາດບາງເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນບັນດາຂົງເຂດ…

ຕອນບ່າຍວັນດຽວກັນ, ຢູ່ນະຄອນ ທຽນຊິນ, ປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ການພົບປະເຈລະຈາ ຍຸດທະສາດລະດັບຊາດ ຫວຽດນາມ ແລະ ເວທີປາໄສເສດຖະກິດ ໂລກ (WEF) ດ້ວຍຫົວຂໍ້ : ຊຸກຍູ້ບັນດາກຳລັງໜູນການເຕີບໂຕໃໝ່ເພື່ອສ້າງອະນາຄົດຂອງປະເທດຊາດ. ເຂົ້າຮ່ວມການພົບປະເຈລະຈາ, ມີທ່ານ ສຈ Klaus Schwab, ປະທານ WEF, ທ່ານ Borge Brende, ຜູ້ອຳນວຍການບໍລິຫານ WEF ພ້ອມກັບປະມານ 50 ການນຳກຸ່ມບໍລິສັດທົ່ວໂລກເຊິ່ງເປັນສະມາຊິກຂອງ WEF.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.