ຫວຽດນາມ - ຈີນ ຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ

15:59 | 29/03/2023

ຍສໝ - ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ແລະ ທ່ານ​ກຳມະການລັດຖະບານ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ Qin Gang ໄດ້ເຫັນ​ດີ​ສືບ​ຕໍ່​ຊຸກຍູ້ ​ແລະ ປັບປຸງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍຕ່າງ​​ມີ​ຜົນ​ປະ​ໂຫຍ​ດ ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ.

ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ ຫວຽດນາມ, ຈີນ ຊຸກຍູ້ການຮ່ວມມືພັດທະນາ ວິສາຫະກິດພາກລັດ
ສືບຕໍ່ນຳການພົວພັນ ຫວຽດນາມ - ຈີນ ເຂົ້າສູ່ໄລຍະພັດທະນາໃໝ່ ສືບຕໍ່ນຳການພົວພັນ ຫວຽດນາມ - ຈີນ ເຂົ້າສູ່ໄລຍະພັດທະນາໃໝ່

ວັນ​ທີ 28 ມີນາ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸຍ​ແທງ​ເຊີນ ​ໄດ້​ມີ​ການ​ສົນທະນາ​ທາງ​ໂທລະສັບ​ ກັບທ່ານ​ກຳມະການລັດຖະບານ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ Qin Gang.

ລັດຖະມົນຕີ​ສອງ​ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະພາບກັນ​ວ່າ ໝາກຜົນ​ຂອງ​ການ​ຢ້ຽມຢາມ​ໄດ້​ແຜ່​ລາມອອກກວ້າງ​ໄປ​ທົ່ວ​ທຸກ​ຂັ້ນ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ຫວຽດນາມ - ຈີນ ຊຸກຍູ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ໄດ້​ມີ​ການ​ສົນທະນາ​ທາງ​ໂທລະສັບ​ ກັບທ່ານ​ກຳມະການລັດຖະບານ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ Qin Gang.

ທ່ານ​ລັດຖະມົນຕີ ບຸຍ​ແທງ​ເຊີນ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ຈີນ, ​ນີ້ແມ່ນ​ການເລືອກເຟັ້ນ ​ແລະ ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນເຈົ້າຕົນເອງ, ຫັນ​ເປັນ​ຫຼາຍ​ຝ່າຍ ​ແລະ ຄວາມ​ຫຼາກ​ຫຼາຍ​ຂອງ​ຫວຽດນາມ.

ທ່ານ​ລັດຖະມົນຕີ ບຸຍ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ ໜ້າທີ່​ສຳຄັນ​ຂອງ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ​ສອງຝ່າຍ ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ທຸກ​ຂັ້ນ, ຂະ​ແໜງ​ການ​ ຫັນສະຕິ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳ​ຂອງ​ສອງ​ພັກ, ສອງລັດໃຫ້ເປັນອັນລະອຽດ.

ສ່ວນຝ່າຍ​ຈີນ, ທ່ານ​ລັດຖະມົນຕີ Qin Gang ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ ​ທີ່​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ຄັ້ງ​ທຳ​ອິດ​ ກັບ​ທ່ານ​ລັດຖະມົນຕີ ບຸຍ​ແທງ​ເຊີນ; ​ເນັ້ນ​ໜັກ​ວ່າ ຈີນ​ຖື​ເປັນ​ສຳຄັນ ​ແລະ ກຳນົດ​ການ​ພົວພັນ​ກັບ​ຫວຽດນາມ ​ແມ່ນ​ບຸລິມະສິດ​ສຳຄັນ​ໃນ​ການ​ພົວພັນ​ທາງ​ການ​ທູດ​ຂອງ​ຈີນ.

ກ່ຽວ​ກັບ​ທິດ​ທາງ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ສອງ​ຝ່າຍ ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ (2008-2023) ເພື່ອເພີ່ມ​ທະ​ວີ​ຄວາມ​ໄວ້​ວາງ​ໃຈ​ທາງ​ດ້ານ​ການ​ເມືອງ​.

ພ້ອມ​ກັນ​ນັ້ນ, ກໍ່ສືບ​ຕໍ່​ຊຸກຍູ້ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍຕ່າງ​​ມີ​ຜົນ​ປະ​ໂຫຍ​ດໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ; ສົມທົບ​ກັນ​ປະຕິບັດ​ບັນດາ​ໂຄງການ​ນຳ​ໃຊ້ບ້ວງ​ຊ່ວຍ​ເຫຼືອ​ຂອງ​ຈີນ ​ມອບໃຫ້​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ.

ຄຳຮຸ່ງ

302 Found

Found

The document has moved here.