Festival ທະເລ 2023: ເຊີດຊູຊຸດເສື້ອຍາວຫວຽດນາມ

00:00 | 05/08/2023

ຍສໝ - ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວຕ້ອຮັບວັນບຸນ​ທະ​ເລ​ ຍາຈາງ - ​ແຂວງ​ແຄ໋ງຮ່ວາ 2023, ຕອນ​ຄ່ຳ​ວັນ​ທີ 31 ພຶດສະພາ, ຢູ່​ນະຄອນ ຫາຍ​ຟ່ອງ, ສະຫະພັນ​ແມ່ຍິງ​ແຂວງ ແຄ໋ງຮ່ວາ ​ໄດ້​ຈັດ​ຕັ້ງ​ງານ​ບຸນຊຸດເສື້ອຍາວ ຄັ້ງ​ທີ 4.

ພິທີໄຂ Festival ອາ​ຊີບ​ຫັດ​ຖະ​ກຳ ເຫ້ວ ພິທີໄຂ Festival ອາ​ຊີບ​ຫັດ​ຖະ​ກຳ ເຫ້ວ
ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023

ພາຍຫຼັງ​ໄດ້​ຈັດ​ຂຶ້ນ​ 3 ​ຄັ້ງ, ງານບຸນ Festival ຊຸດເສື້ອຍາວ ​ໄດ້​ກາຍ​ເປັນ​ງານ​ບຸນ​ວັດທະນະທຳ - ທ່ອງ​ທ່ຽວ​ທີ່​ພົ້ນເດັ່ນ, ໄດ້ສ້າງ​ສັນຍາລັກສະເພາະຂອງຕົນ, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຊາວ​ທ້ອງ​ຖິ່ນ ​ແລະ ນັກ​ທ່ອງ​ທ່ຽວ​ມາຍັງແຂວງ ແຄ໋ງຮ່ວາ ເປັນ​ຈຳນວນ​ຫຼວງ​ຫຼາຍ. ງານ​ບຸນ Festival ຊຸດເສື້ອຍາວ ຄັ້ງ​ທີ 4 ​ແມ່ນເພື່ອ​ແນ​ໃສ່​ເຊີດ​ຊູ​ຄວາມ​​ງາມ​ຂອງຊຸດເສື້ອຍາວພື້ນ​ເມືອງ, ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳທາງດ້ານຈິດ​ໃຈ​ທີ່​ອຸດົມສົມບູນ, ປະກອບສ່ວນ​ຮັກສາ ​ແລະ ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ​ຂອງ​ປະເທດຊາດ.

ປີ​ນີ້, ງານ​ບຸນ​ໄດ້​ສືບ​ຕໍ່​ຍົກ​ສູງດ້ວຍ​ຂະ​ໜາດ​ໃຫຍ່ ​ແລະ ປ່ຽນໃໝ່​ບັນດາ​ເນື້ອ​ໃນ, ​ໃຫ້​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ມີ​ປະສົບ​ການ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເມື່ອ​ມາ​ຍັງບຸນ​ທະ​ເລ​ຂອງ​ ຍາຈາງ, ແຂວງແຄ໋ງຮ່ວາ.

Festival ທະເລ 2023: ເຊີດຊູຊຸດເສື້ອຍາວຫວຽດນາມ
Festival ທະເລ 2023: ເຊີດຊູຊຸດເສື້ອຍາວຫວຽດນາມ

ທ່ານ​ນາງ ຫງວຽນກວິ່ງງາ, ປະທານ​ສະຫະພັນ​ແມ່ຍິງ​ແຂວງແຄ໋ງຮ່ວາ ​ໃຫ້​ຮູ້​ວ່າ: ຜ່ານ​ຫຼາຍ​ຈຸດ​ເວລາການຂຶ້ນລົງຂອງ​ປະຫວັດສາດ, ປະຈຸ​ບັນ ຊຸດເສື້ອຍາວຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ສັນຍາ​ລັກ​ໃຫ້​ແກ່​ພາບ​ພົດ​ຂອງ​ຊາວ ຫວຽດນາມ ​ເທົ່ານັ້ນ, ຫາກຍັງມີທັງ​ຈິດ​ວິນ​ຍານ​ຂອງ​ບັນດາ​ເຜົ່າ, ສະ​ແດງ​ໃຫ້​ເຫັນຄຸນຄ່າທາງດ້າຄຸນສົມບັດ ແລະ ຄວາມງາມ, ​ແລະ ​ແມ່ນ​ມໍລະດົກ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດນາມ. ສະນັ້ນ, ຄວນສືບຕໍ່ອະນຸລັກຮັກສາຄຸນຄ່າມະນຸດສະທຳ ໃນຊຸດອາພອນພື້ນເມືອງ ເພື່ອໃຫ້ຮູ້ຄຸນຄ່າທີ່ບັນພະບຸລຸດໄດ້ປະໄວ້. “ນັ້ນ​ກໍ່ແມ່ນ​ສານ​ເຊິ່ງ ຜ່ານ​ວັນ​ບຸນ​ນີ້, ສະຫະພັນ​ແມ່ຍິງ​ແຂວງ ຈະສືບ​ຕໍ່​ຮຽກຮ້ອງ​ໃຫ້​ແມ່ຍິງ​ທຸກ​ຄົນ​ເຊີດ​ຊູ​ຮີດຄອງ​ປະ​ເພນີ ​ແລະ ​ເອກະລັກ​ຂອງ​ຊາດ, ອະນຸລັກຮັກສາຄຸນຄ່າ​ຂອງຊຸດເສື້ອຍາວ​ຫວຽດນາມ, ພ້ອມ​ກັນ​ນັ້ນ, ​ກໍ່ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ຊຸດເສື້ອຍາວ​ຫວຽດນາມ ກໍ່​ຄື​ພາບ​ພົດ​ຂອງ​ແມ່​ຍິງ​ຫວຽດ​ນາມ ໄປສູ່ໝູ່ເພື່ອນ​ສາກົນ”, ທ່ານ​ນາງ ຫງວຽນກວິ່ງງາ ເນັ້ນ​ໜັກ​.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.