ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງ ປັນຍາຊົນວິທະຍາສາດໜຸ່ມຢູ່ເຂດຫ່າງໄກຊອກຫຼີກ

08:53 | 20/07/2018

ເພື່ອແນໃສ່ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງປັນຍາຊົນວິທະຍາສາດໜຸ່ມ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ປະຕິບັດລາຍການ ປັນຍາຊົນວິທະຍາສາດໜຸ່ມອາສາສະໝັກນະຄອນ ຄ້ັງທີ 9 ປີ 2018 ຢູ່ເມືອງ ດັກເກີລອງ, ແຂວງດັກນົງຂອງ ຫວຽດນາມ.

ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງ ປັນຍາຊົນວິທະຍາສາດໜຸ່ມຢູ່ເຂດຫ່າງໄກຊອກຫຼີກ

ຊາວ​ໜຸ່ມ​ແນະ​ນຳ ຊາວ​ກະ​ສິ​ກອນ ເພີ່ມ​ພູນ​ຜ​ລິດ​ຜົນ.(ພາບ: giaoducthoidai.vn)

ໂດຍຈະໄດ້ດໍາເນີນແຕ່ວັນທີ 20 ກໍລະກົດ - 12 ສິງຫາ, ລາຍການປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງ ປັນຍາຊົນວິທະຍາສາດໜຸ່ມ 40 ຄົນ ເຊິ່ງໂດຍແມ່ນພະນັກງານ ສັງກັດຢູ່ສູນພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມ, ສະມາຊິກສະໂມສອນບັນດານັກວິທະຍາສາດໜຸ່ມ, ຜູ້ຮັບຜິດຊອບຫົວເລື່ອງຄົ້ນຄວ້າ ລາຍການ ໜູນຊ່ວຍການເຄື່ອນໄຫວຄົ້ນຄວ້າ, ການປະດິດຄິດສ້າງວິທະຍາສາດ ແລະ ເຕັກໂນໂລຢີໜຸ່ມ, ພະນັກງານ, ຄູອາຈານ, ນັກສຶກສາຢູ່ບັນດາອົງການ, ສູນຕ່າງໆ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ສະຖາບັນ ໃນບໍລິເວນນະຄອນ.

ເສີມຂະຫຍາຍນໍ້າໃຈອາສາສະໝັກ, ປະຈັນບານຂອງ ປັນຍາຊົນວິທະຍາສາດໜຸ່ມຢູ່ເຂດຫ່າງໄກຊອກຫຼີກ

ຊາວ​ໜຸ່ມ​ຮ່ວມ​ກັນ​ແປງ​ເຄື່ອງ​ຈັກ​ໃຫ້​ຊາວ​ກະ​ສິ​ກອນ. (ພາບ: giaoducthoidai.vn)

ເຂົ້າຮ່ວມລາຍການອາສາສະໝັກ, ປັນຍາຊົນວິທະຍາສາດໜຸ່ມ ຈະເຂົ້າຮ່ວມການສິດສອນ, ຝຶກອົບຮົມ, ຖ່າຍທອດໝາກຜົນແຫ່ງການຄົ້ນຄວ້າວິທະຍາສາດເຕັກນິກ ແລະ ເຕັກໂນໂລຢີໃນຂະແໜງການກະສິກໍາ, ສຸມໃສ່ຈັດຕັ້ງບັນດາຊຸດຝຶກອົບຮົມຫົວເລື່ອງສະເພາະ ກ່ຽວກັບຂະແໜງກະສິກໍາ; ເຜີຍແຜ່ການນໍາໃຊ້ຄອມພິວເຕີ ແລະ ອິນເຕີເນັດ ໃຫ້ນັກຮຽນຢູ່ບັນດາໂຮງຮຽນ ຢ່າງທົ່ວເຖິງ, ມອບຄອມພິວເຕີໃຫ້ບັນດາຕາແສງ ທີ່ປະສົບກັບຄວາມຫຍຸ້ງຍາກພິເສດ ໃນບໍລິເວນເມືອງດັກເກີລອງ. ພ້ອມກັນນັ້ນ, ບັນດານັກຮົບອາສາສະໝັກ ຍັງໄດ້ຈັດຕັ້ງບັນດາທິມງານການແພດລົງກວດ, ປິ່ນປົວພະຍາດ ແລະ ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກໃນບໍລິເວນຕາແສງດັກສອມ ແລະຕາແສງ ກວ໋າງເຄ, ຈັດຕັ້ງທິມງານໄປໂຄສະນາເຜີຍແຜ່, ສ້າງແວັບໄຊ ແລະ ປື້ມຄູ່ມືການທ່ອງທ່ຽວໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນ...

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.