ຫວຽດນາມ - ອາກຊັງຕິນ: ກຳນົດທິດການຮ່ວມມືໃນໄລຍະ 50 ປີຈະມາເຖິງ ໃນການຮ່ວມມືວິສາຫະກິດ

00:00 | 27/04/2023

ຍສໝ - ຕອນບ່າຍວັນທີ 25 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Buenos Aires, ໃນຂອບເຂດການຢ້ຽມຢາມ ອາກຊັງຕິນ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອາກຊັງຕິນ.

ລາຍການສະແດງສິລະປະພິເສດ ຫວຽດນາມ - ອາກຊັງຕິນ: ບົດເພງມິດຕະພາບ ລາຍການສະແດງສິລະປະພິເສດ ຫວຽດນາມ - ອາກຊັງຕິນ: ບົດເພງມິດຕະພາບ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອາກຊັງຕິນ ຢູ່ແຂວງ Santa Fe

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ Cecilia Todesca Bocco, ລັດຖະມົນຕີຮັບຜິດຊອບບັນຫາເສດຖະກິດ, ສາກົນຂອງກະຊວງການຕ່າງປະເທດ ການຄ້າ ແລະ ສາສະໜາ ອາກຊັງຕິນ, ໃຫ້ຮູ້ວ່າ ໃນໄລຍະ 5 ປີຜ່ານມາ, ການແລກປ່ຽນການຄ້າລະຫວ່າງ 2 ປະເທດໄດ້ບັນລຸລະດັບເຕີບໂຕ 54%, ຫວຽດນາມ ແມ່ນຄູ່ຄ້າຢືນອັນດັບທີ 6 ຂອງ ອາກຊັງຕິນ ດ້ວຍວົງເງິນສົ່ງອອກ - ນຳເຂົ້າບັນລຸ 3,2 ຕື້ USD ແລະ ນຳເຂົ້າຈາກ ຫວຽດນາມ 1,24 ຕື້ USD. ທ່ານນາງຕີລາຄາວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ. ສະນັ້ນ, 2 ປະເທດຄວນຊຸກຍູ້ການຮ່ວມມືລະຫວ່າງບັນດາແຂວງ, ນະຄອນ, ບັນດາກະຊວງ, ຂະແໜງການ. ທ່ານນາງ Cecilia Todesca Bocco ເນັ້ນໜັກວ່າ, ເວທີປາໄສກໍ່ເພື່ອກຳນົດລະອຽດບັນດາໂຄງການທີ່ສາມາດຮ່ວມມືນຳກັນ, ເປັນແຫ່ງເພື່ອໃຫ້ 2 ຝ່າຍພ້ອມກັນກຳນົດທິດໃຫ້ແກ່ການຮ່ວມມືໃນໄລຍະ 50 ປີຈະມາເຖິງ.

ຫວຽດນາມ - ອາກຊັງຕິນ: ກຳນົດທິດການຮ່ວມມືໃນໄລຍະ 50 ປີຈະມາເຖິງ ໃນການຮ່ວມມືວິສາຫະກິດ
ຫວຽດນາມ - ອາກຊັງຕິນ: ກຳນົດທິດການຮ່ວມມືໃນໄລຍະ 50 ປີຈະມາເຖິງ ໃນການຮ່ວມມືວິສາຫະກິດ

ເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ ແລະ ຍາດແຍ່ງກາລະໂອກາດໃນສະພາບການໃໝ່, ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ສະເໜີວ່າ:

“2 ຝ່າຍພ້ອມກັນແລກປ່ຽນ, ເອົາໃຈໃສ່ຊຸກຍູ້ການຫັນບັນດາຜະລິດຕະພັນສົ່ງອອກ, ນຳເຂົ້າທີ່ເປັນມູນເຊື້ອເປັນຫຼາຍຮູບຫຼາຍແບບ ເພື່ອຍົກສູງວົງເງິນການຄ້າ ແລະ ສ້າງຄວາມດຸ່ນດ່ຽງດ້ານການຄ້າເທື່ອລະກ້າວ. ລະອຽດແມ່ນ, ຫວຽດນາມ ປາດຖະໜາຢາກຊຸກຍູ້ການສົ່ງອອກບັນດາຜະລິດຕະພັນມີທ່າແຮງ, ມີຄຸນນະພາບສູງ, ເໝາະສົມກັບຕະຫຼາດ ອາກຊັງຕິນ, ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນກະເສດ, ສິນໃນນ້ຳ, ຜະລິດຕະພັນຈາກໄມ້… ກົງກັນຂ້າມ, ອາກຊັງຕິນ ສືບຕໍ່ສົ່ງອອກບັນດາສິນຄ້າ, ຄື: ສາລີ, ໝາກຖົ່ວເຫຼືອງ… ດ້ວຍແຫຼ່ງສະໜອງ ແລະ ລາຄາເປັນປົກກະຕິເຂົ້າ ຫວຽດນາມ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.