ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານກາງ ອາຊຽນ+3 ຄັ້ງທີ 26

09:20 | 05/05/2023

ໃນວັນທີ 2 ພຶດສະພາ 2023 ຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະ ນາຄານກາງ ອາຊຽນ+3 ຄັ້ງທີ 26(AFMGM+3)

ຊຸກຍູ້ການຮ່ວມມືດ້ານການເງິນ ຂອງ ອາຊຽນ +3 ຊຸກຍູ້ການຮ່ວມມືດ້ານການເງິນ ຂອງ ອາຊຽນ +3
ຫວຽດນາມ ແລະ ອີຢູ ເພີ່ມທະວີການຮ່ວມມືດ້ານພາສີ ຫວຽດນາມ ແລະ ອີຢູ ເພີ່ມທະວີການຮ່ວມມືດ້ານພາສີ

ໃນວັນທີ 2 ພຶດສະພາ 2023 ຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະ ນາຄານກາງ ອາຊຽນ+3 ຄັ້ງທີ 26(AFMGM+3) ໂດຍການເປັນປະທານຮ່ວມລະຫວ່າງ ປະເທດອິນໂດເນເຊຍ ແລະ ປະເທດຍີ່ປຸ່ນ. ກອງປະຊຸມ ໄດ້ຮັບຟັງການລາຍງານຂອງບັນດາອົງການຈັດຕັ້ງສາກົນ-ອົງ ການ ຕິດຕາມເສດຖະກິດມະຫາພາກອາຊຽນ+3(AMRO), ທະນາຄານພັດທະນາອາຊີ (ADB) ແລະ ອົງການກອງທຶນສາກົນ (IMF) ກ່ຽວກັບ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ ໂດຍສະເພາະພາກພື້ນອາຊຽນ+3 ຄາດຄະເນການເຕີບໂຕໃນປີ 2023 ຢູ່ໃນລະດັບ 4,6% ແລະ ອັດຕາເງິນເຟີ້ຢູ່ໃນລະດັບ 4,7%.

ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານກາງ ອາຊຽນ+3 ຄັ້ງທີ 26

ກອງປະຊຸມໃນຄັ້ງນີ້, ໄດ້ປຶກສາຫາລືດ້ານນະໂຍບາຍ ແລະ ມາດຕະການຕ່າງໆ ໃນການເພີ່ມທະ ວີວຽກງານ ການຮ່ວມມືດ້ານເສດຖະກິດ-ການເງິນຂອງອາຊຽນ+3 ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ,ທັງເປັນການຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ ການຄ້າ ແລະ ການລົງທຶນ ພາຍໃນອາຊຽນ+3ເພື່ອຟື້ນຟູເສດຖະກິດໃຫ້ມີຄວາມເຂັ້ມແຂງ. ເຖິງວ່າໃນປີຜ່ານມາ ບັນດາພາກພື້ນໄດ້ຮັບຜົນກະທົບຫລາຍຈາກການລະບາດຂອງພະຍາດໂຄວິດ-19 ແລະ ສືບຕໍ່ດ້ວຍບັນຫາຂໍ້ຄັດແຍ່ງ ແລະ ລາຄານໍ້າມັນ ກໍຄືສິນຄ້າອັດຕາເງິນເຟີ້ທີ່ເພີ່ມຂຶ້ນສູງ, ແຕ່ການເຕີບໂຕເສດຖະກິດຂອງພາກພື້ນອາຊຽນ+3 ຍັງຢູ່ໃນລະດັບສະຖຽນ, ເນື່ອງຈາກການເປີດປະເທດ ແລະ ການຫລຸດຜ່ອນ ການຈຳກັດໃນການເດີນທາງ, ການຊົມໃຊ້ພາຍໃນທີ່ດີຂຶ້ນ ເຮັດໃຫ້ພາກການຜະລິດ ມີການຂະຫຍາຍຕົວ.

ກອງປະຊຸມ ຍັງໄດ້ຮັບຮອງຖະແຫລງການຮ່ວມກອງປະຊຸມ ຄັ້ງທີ 26 ແລະ ຮັບຮອງບັນດາຄວາມຄືບໜ້າຂອງວຽກງານການຮ່ວມມື ດ້ານການເງິນອາຊຽນ+3, ປະກອບດ້ວຍ: ການຄົ້ນຄວ້າກົນໄກການເງິນໃໝ່ຂອງພາກພື້ນ(RFA) ອັນເປັນເຄື່ອງມືທີ່ຈະຊຸກຍູ້ໃຫ້ປະເທດສະມາຊິກລະດົມທຶນໄດ້ໄວຂຶ້ນ ເພື່ອນໍາມາຮັບໃຊ້ໃຫ້ແກ່ວຽກງານ ການຮັກສາສະຖຽນລະພາບທາງດ້ານການເງິນ-ເງິນຕາ ຂອງພາກພື້ນອາຊຽນ+3; ບັນດາຄວາມຄືບໜ້າການຄົ້ນຄວ້າວຽກງານ ຂໍ້ລິເລີ່ມຊຽງໃໝ່ເປັນກົນໄກຫລາຍຝ່າຍ (CMIM) ໂດຍສະເພາະການທົດລອງກູ້ CMIM (Test Run) ແລະ ການກູ້ເງິນເປັນສະກຸນເງິນທ້ອງ ຖິ່ນ. ພ້ອມນັ້ນ, ກໍໄດ້ຮັບຮອງແຜນວຽກງານປະຈໍາປີ ແລະ ງົບປະມານ ອົງການຕິດຕາມເສດຖະກິດມະ ຫາພາກອາຊຽນ+3 (AMRO) ປະຈໍາປີ 2024; ມີການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ຂໍ້ລິເລີ່ມພັດທະນາຕະຫລາດພັນທະບັດອາຊີ ໄລຍະກາງ 2019-2022ແລະ ໄດ້ຮັບຮອງແຜນໄລຍະກາງໃໝ່ 2023-2026 ເຊິ່ງສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ການອອກພັນທະບັດທ້ອງຖິ່ນສຳລັບປະເທດສະມາຊິກອາ ຊຽນ+3 ແລະ ສະໜັບສະໜູນປະເທດສະມາຊິກ ໃນການພັດທະນາພື້ນຖານໂຄງລ່າງຕະຫລາດພັນທະ ບັດ.

ແຜນຈັດຕັ້ງປະຕິບັດຂໍ້ລິເລີ່ມຂອງວຽກງານ ການສະໜອງທຶນສຳລັບການປະກັນໄພຄວາມສ່ຽງ ຈາກໄພພິບັດທາງທຳມະຊາດອາຊຽນ+3. ຄະນະຜູ້ແທນກະຊວງການເງິນ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ເປັນຕົ້ນ: ກອງປະຊຸມລັດ ຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ແບບພິເສດຄົບຮອບ 50 ປີ ສາຍພົວພັນອາຊຽນ-ຍີ່ ປຸ່ນ ເຊິ່ງໄດ້ແລກປ່ຽນກ່ຽວກັບການສ້າງຄວາມເຂັ້ມແຂງ ການຮ່ວມມືດ້ານການເງິນລະຫວ່າງອາຊຽນ-ຍີ່ປຸ່ນ, ການຮັດແໜ້ນການຮ່ວມມືດ້ານການເງິນ ແລະ ບົດສະເໜີກ່ຽວກັບຂົງເຂດການຮ່ວມມືໃໝ່ ຫລື ການສືບຕໍ່ການຮ່ວມືໃນອະນາຄົດ ເຊັ່ນ: ການເງິນດີຈິຕອນ, ຄວາມຍືນຍົງທາງດ້ານການເງິນ ແລະ ການຫັນຕາມຕ່ອງໂສ້ການສະໜອງ. ກອງປະຊຸມ ສອງຝ່າຍເພື່ອປຶກສາຫາລືແຜນການຮ່ວມມືລະຫວ່າງ ສອງປະເທດ ແລະ ການເສີມສ້າງ ການຮ່ວມມືດ້ານການເງິນໃນຂອບອາຊຽນໃນອະນາຄົດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.