ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel

08:30 | 05/05/2023

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີ Xavier Bettel ກໍເຫັນດີເປັນເອກະພາບຕໍ່ເລື່ອງຊຸກຍູ້ບັນດາປະເທດ ສະຫະພາບເອີຣົບ (ອີຢູ) ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີຣົບ (EVIPA) ໂດຍໄວ; ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງສະຫະພາບເອີຣົບ - ຫວຽດນາມ ກ່ຽວກັບການພັດທະນາອາຊີບຈັບຫາປາແບບຍືນຍົງ ແລະ ຄະນະກຳມະການເອີຣົບ (EC) ຍົກເລີກບັດເຫຼືອງ IUU ໂດຍໄວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ຝະລັ່ງ Eduord Philippe ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບອະດີດນາຍົກລັດຖະມົນຕີ ຝະລັ່ງ Eduord Philippe
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ El Salvador

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການໃນຕອນເຊົ້າວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel. ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Xavier Bettel ມີຄວາມໝາຍທີ່ສຸດ, ໂດຍສະເພາະແມ່ນໃນສະພາບການທີ່ສອງປະເທດພວມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (15/11/1973 – 15/11/2023) ແລະ ຢັ້ງຢືນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງທັງສອງປະເທດ ທີ່ວ່າຢາກນຳການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການແລກປ່ຽນດ້ານເສດຖະກິດ, ການຄ້າລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດລົງທຶນ ເມື່ອ ລຸກຊຳບວກ ແມ່ນປະເທດລົງທຶນໃຫຍ່ອັນດັບທີ 3 ຂອງ ເອີຣົບ ຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນບັນລຸ 2,6 ຕື້ USD.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລຸກຊຳບວກ Xavier Bettel

(ພ​າບ: baodongnai.com.vn)

ສ່ວນທ່ານນາຍົກລັດຖະມົນຕີ Xavier Bettel ກໍເຫັນດີເປັນເອກະພາບຕໍ່ເລື່ອງຊຸກຍູ້ບັນດາປະເທດ ສະຫະພາບເອີຣົບ (ອີຢູ) ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີຣົບ (EVIPA) ໂດຍໄວ; ສະໜັບສະໜູນເພີ່ມທະວີການຮ່ວມມືລະຫວ່າງສະຫະພາບເອີຣົບ - ຫວຽດນາມ ກ່ຽວກັບການພັດທະນາອາຊີບຈັບຫາປາແບບຍືນຍົງ ແລະ ຄະນະກຳມະການເອີຣົບ (EC) ຍົກເລີກບັດເຫຼືອງ IUU ໂດຍໄວ. ທ່ານນາຍົກລັດຖະມົນຕີ Xavier Bettel ສະໜັບສະໜູນການເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ໄປຮຽນຢູ່ ລຸກຊຳບວກ.

ນາຍົກລັດຖະມົນຕີສອງທ່ານເຫັນດີກ່ຽວກັບມາດຕະການຕ່າງໆ ເພື່ອຍູ້ແຮງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ, ຄົ້ນຄວ້າສ້າງຕັ້ງກົນໄກຮ່ວມມືໃໝ່ທີ່ເໝາະສົມກັບກຳລັງບົ່ມຊ້ອນ, ຄວາມຕ້ອງການຮ່ວມມື, ພັດທະນາລະຫວ່າງສອງປະເທດ. ນາຍົກລັດຖະມົນຕີສອງທ່ານກໍຢັ້ງຢືນວ່າ ຈະສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອແນໃສ່ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Xavier Bettel ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືດ້ານການເງິນ, ພິເສດແມ່ນ ຂໍ້ຕົກລົງຄູ່ຮ່ວມມືຍຸດທະຍາດ ວ່າດ້ວຍການເງິນສີຂຽວ ລະຫວ່າງກະຊວງການເງິນສອງປະເທດ. ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງປະເທດ ກໍພົບປະກັບສື່ມວນຊົນເພື່ອແຈ້ງໃຫ້ຊາບກ່ຽວກັບໝາກຜົນຂອງການພົບປະເຈລະຈາດັ່ງກ່າວ.

ບຸນ​ຄົງ

302 Found

Found

The document has moved here.