ທ່ານ​ປະ​ທານ​ສະ​ພາ​ແຫ່ງຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ຜູ້​ວ່າ​ການ​ແຂວງ Canelones ຂອງ ອູ​ຣູກວາຍ

10:59 | 02/05/2023

ໃນຂອບເຂດການຢ້ຽມຢາມ ສ.ອູຣູກວາຍຕາເວັນອອກ ຢ່າງເປັນທາງການໃນລະຫວ່າງວັນທີ 26 - 28 ເມສາ, ວັນທີ 28 ເມສາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Yamadu Ramon Antonio Orsi Martinez ຜູ້ວ່າການແຂວງ Canelones.

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ
ນັກສອບເສັງ, ພໍ່ແມ່ນັກຮຽນ  ຫາຍໃຈໂລ່ງ ຫຼັງເສັງແລ້ວວິຊາທຳອິດ ໃນການສອບເສັງມັດທະຍົມປາຍ ແຫ່ງຊາດ ນັກສອບເສັງ, ພໍ່ແມ່ນັກຮຽນ ຫາຍໃຈໂລ່ງ ຫຼັງເສັງແລ້ວວິຊາທຳອິດ ໃນການສອບເສັງມັດທະຍົມປາຍ ແຫ່ງຊາດ

ນີ້ແມ່ນການເຄື່ອນໄຫວສຸດທ້າຍໃນການຢ້ຽມຢາມ ສ.ອູຣູກວາຍຕາເວັນອອກຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ກ່ອນຈະກັບເມືອປະເທດ, ສິ້ນສຸດການຢ້ຽມຢາມ ສ.ກຸຍບາ, ສ.ອາກຊັງຕິນ ແລະ ສ.ອູຣູກວາຍຕາເວັນອອກຢ່າງເປັນທາງການໃນລະຫວ່າງວັນທີ 18 – 28 ເມສາ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ຜູ້​ວ່າ​ການ​ແຂວງ Canelones ຂອງ ອູ​ຣູກວາຍ
ທ່ານ​ປະ​ທານ​ສະ​ພາ​ແຫ່ງຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ຜູ້​ວ່າ​ການ​ແຂວງ Canelones ຂອງ ອູ​ຣູກວາຍ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າການພົວພັນລະຫວ່າງບັນດາທ້ອງຖິ່ນສອງປະເທດ ແມ່ນໜຶ່ງໃນບັນດາປັດໄຈສຳຄັນເພື່ອເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອູຣູກວາຍເລິກເຊິ່ງກ່ວາອີກ. ທ່ານປະທານສະພາແຫ່ງຊາດ ກໍ່ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປີດປະຕູຕ້ອນຮັບບັນດາທ້ອງຖິ່ນ ຂອງ ອູຣູກວາຍ, ໃນນັ້ນມີແຂວງ Canelones, ເປີດກວ້າງການຮ່ວມມືກັບ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ຜູ້ວ່າການແຂວງ Canelones ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ວິສາຫະກິດ Canelones ສຳຜັດ, ແລກປ່ຽນຂໍ້ມູນຂ່າວສານ, ພ້ອມທັງຫວັງວ່າການນຳກໍ່ຄືວິສາຫະກິດ ແຂວງ Canelones ມີຄວາມເອົາໃຈໃສ່, ໜູນຊ່ວຍສ້າງຄວາມເຫັນດີເຫັນພ້ອມໃນບັນດາວິສາຫະກິດ ກຸ່ມຕະຫຼາດລວມ ອາເມລີກາໃຕ້ (MERCOSUR) ຊຸກຍູ້ການເຈລະຈາລົງນາມສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ MERCOSUR.

ສ່ວນທ່ານ Yamadu Ramon Antonio Orsi Martinez ຜູ້ວ່າການແຂວງ Canelones ຫວັງວ່າ ບັນດາວິສາຫະກິດຫວຽດນາມ ມີຄວາມເອົາໃຈໃສ່ຕໍ່ການລົງທຶນຢູ່ແຂວງ ແລະ ໃຫ້ຄຳໝັ້ນສັນຍາຈະສ້າງທຸກເງື່ອນໄຂສະດວກໃຫ້ວິສາຫະກິດ ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.