ສື່ມວນ​ຊົນ ອັກ​ຊັງ​ຕິນ ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ

09:03 | 26/04/2023

ຍ​ສ​ໝ - ໃນ​ຊຸມ​ວັນ​ຜ່ານ​ມາ, ມີ​ໜັງ​ສື​ພິມ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງຫຼາຍສະບັບ​ຂອງ​ອັກ​ຊັງ​ຕິນ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງເຖິງ ຄວາມ​ໝາຍ​ຂອ​ງ​ການ​ຢ້ຽມ​ຢາມ ສ.ກຸຍ​ບາ, ສ.ອາກ​ຊັງ​ຕິນ ແລະ ສ.ອູ​ຣູກວາຍ​ຕາ​ເວັນ​ອອກ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃນ​ລະ​ຫວ່າງ​ວັນ​ທີ 18 – 28 ເມ​ສາ.

ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ: ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ທິ​ຕວຽດມາຍ: ຫວຽດນາມ ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ຄວາມ​ຮັບຜິດຊອບ​ຕໍ່​ສະພາ​ສິດທິ​ມະນຸດ ສປຊ
ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂ​ອງ ອາ​ເມ​ລິ​ກາຫຼາຍ​ແຫ່ງ ສະ​ຫງວນ​ຄວາມ​​ສົນໃຈ​​ຕໍ່ ຫວຽດ​ນາມ ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂ​ອງ ອາ​ເມ​ລິ​ກາຫຼາຍ​ແຫ່ງ ສະ​ຫງວນ​ຄວາມ​​ສົນໃຈ​​ຕໍ່ ຫວຽດ​ນາມ
ສື່ມວນ​ຊົນ ອັກ​ຊັງ​ຕິນ ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ
(ພາບ: TTXVN)

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້​ນ​ສັນ​ຍາ, ຄວາມ​ຫວັງ​ຂອງ ຫວຽດ​ນາມ ໃນການເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນຫຼາຍ​ດ້ານ​ກັບ ອາກ​ຊັງ​ຕິນ, ອູ​ຣູກວາຍ​ຕາ​ເວັນ​ອອກ ຢ່າງຈະແຈ້ງ, ໃຫ້​ບຸ​ລິ​ມະ​ສິດ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ ​ແລະ ຄູ່​ຮ່ວມ​ມື​ທີ່​ມາ​ແຕ່​ດົນ​ນານ ເລິກ​ເຊິ່ງ​ກ່​ວາ​ອີກ.

ໃນ​ຊຸມ​ວັນ​ຜ່ານ​ມາ, ມີ​ໜັງ​ສື​ພິມ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງຫຼາຍ​ແຫ່ງ​ຂອງ​ອັກ​ຊັງ​ຕິນ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງເຖິງຄວາມ​ໝາຍ​ຂອ​ງ​ການ​ຢ້ຽມ​ຢາມ ສ.ກຸຍ​ບາ, ສ.ອາກ​ຊັງ​ຕິນ ແລະ ສ.ອູ​ຣູກວາຍ​ຕາ​ເວັນ​ອອກ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃນ​ລະ​ຫວ່າງ​ວັນ​ທີ 18 – 28 ເມ​ສາ.

ຫວ່າງ​ມໍ່ໆ​ມາ​ນີ້, ໜັງ​ສື​ພິມ Resumen Latinoamericano ໄດ້​​ລົງ​ບົດ​ຂຽນ​ຂອງ​ທ່ານ ປ.ອ Ruvislei Gonzalez Saez, ໃນ​ນັ້ນ​ຢັ້ງ​ຢືນ​ວ່າ​ ການ​ຢ້ຽມ​ຢາມ​ຂອງ​ທ່​ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ, ຄວາມ​ຫວັງ​ຂອງ ຫວຽດ​ນາມ ແມ່ນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນຫຼາຍ​ດ້ານ​ກັບ 3 ປະ​ເທດ ອາ​ເມ​ລິ​ກາ​ ລາ​ຕິນ ແລະ ກາ​ຣີ​ເບ ນີ້, ບໍ່​ພຽງ​ແຕ່​ໃນ​ຊ່ອງ​ທາງ​ການ​ທູດ​ລັດ​ຖະ​ສະ​ພາ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ນະ​ໂຍ​ບາຍ​ການ​ທູດ​ລວມ​ຂອງ ຫວຽດ​ນາມ ອີກ​ດ້ວຍ, ນັ້ນ​ແມ່ນ​ບຸ​ລິ​ມະ​ສິດ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ ກັ​ບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ມາ​ແຕ່​ດົນ​ນານ​ໃນ​ພາກ​ພື້ນ ເລິກ​ເຊິ່ງ​ກ່​ວາ​ອີກ.

ນອກ​ຈາກ​ນັ້ນ, ການ​ຢ້ຽມ​ຢາມກໍ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ​ເມື່ອ​ດຳ​ເນີນ​ໄປ​ຖືກ​ກັບໄລຍະສະ​ເຫຼີມ​ສະຫຼອງບັນ​ດາ​ເຫ​ດ​ການ​ສຳ​ຄັນ: 60 ປີ​ແຫ່ງວັນ​ກຸຍ​ບາ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສະ​ມັກຄີກັບພາກ​ໃຕ້ ຫວຽດ​ນາມ, 50 ປີ​ແຫ່ງວັນ​ການ​ນຳ Fidel Castro Ruz ມາ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ທຳ​ອິດ, 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ອາກ​ຊັງ​ຕິນ ແລະ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽນ​ດາມ - ອຸູຣຸກວາຍ.

ມາ​ຮອດ​ປັດ​ຈ​ຸ​ບັນ, ຫວຽດ​ນາມ ມີ​ການ​ພົວ​ພັວ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ກັບ 33 ປະ​ເທດ ອາ​ເມ​ລິ​ກາ ​ລາ​ຕິນ, ຜ່ານ​ນັ້ນ​ກໍ່ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດທີ່ເປັນຫຼາຍ​ຮູບ​ແບບ, ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຝ່າຍ, ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ພາ​ກພື້ນ​ນີ້​ເປັນ​ສຳ​ຄັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.