ເສດຖະກິດຫວຽດນາມໃນປີ 2022 ສະແດງໃຫ້ເຫັນຄວາມສາມາດຮັກສາສະຖຽນລະພາບ ແລະ ພັດທະນາໃນສະພາບວິກິດການ

16:31 | 21/12/2022

ວິ​ທະ​ຍຸ Sputnik ​ໄດ້​ຄັດ​ສະ​ເໜີ​ບົດ​ວິ​ເຄາະ​ຂອງ​ທ່ານ ສາດສະດາຈານ​ດ້ານ​ເສດຖະກິດ Vladimir Mazyrin, ຜູ້ອຳນວຍການ​ສູນ​ກາງ​ຄົ້ນຄວ້າ ຫວຽດນາມ ​ແລະ ອາ​ຊຽນ ຂຶ້ນກັບ​ສະ​ຖາ​ບັນ​ສຶກສາ​ຈີນ ​ແລະ ອາ​ຊຽນ ​ທັນສະໄໝ, ໄດ້ຕີ​ລາຄາ​ພື້ນຖານ​ເສດຖະກິດ​ຫວຽດນາມ ​ໃນ​ປີ 2022 ໄດ້​ບັນທຶກຕົວເລກສະແດງຢ່າງຕັ້ງໜ້າ​, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ພັດທະນາ ໃນ​ສະ​ພາບ​ການ​ຂອງ​ວິ​ກິດ​ການ​ທີ່​ທັບ​ຊ້ອນ​ກັນ​.

ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ ຊຸກຍູ້ວຽກງານການທູດເສດຖະກິດຫວຽດນາມ - ລາວ
AVPI:ເສດຖະກິດຫວຽດນາມ ຟື້ນຕົວຢ່າງເຂັ້ມແຂງ ພາຍຫຼັງໂລກລະບາດໂຄວິດ-19 AVPI:ເສດຖະກິດຫວຽດນາມ ຟື້ນຕົວຢ່າງເຂັ້ມແຂງ ພາຍຫຼັງໂລກລະບາດໂຄວິດ-19

ທ່ານ Vladimir Mazyrin ຕີ​ລາຄາ​ການ​ເຕີບ​ໂຕ​ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ​ເປັນ​ຜົນສຳ​ເລັດ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ຂອງ​ຫວຽດນາມ. ອີງຕາມທ່ານ Vladimir Mazyrin, ເຖິງແມ່ນວ່າບໍ່ມີຂໍ້ມູນສຸດທ້າຍ ແລະ ກໍ່ບໍ່ມີຂໍ້ມູນດັ່ງກ່າວໃນບົດລາຍງານສະຖິຕິໃນ 11 ເດືອນທໍາອິດຂອງປີ, ແຕ່ຂໍ້ມູນການເຕີບໂຕຂອງ GDP ໃນ 6 ເດືອນທໍາອິດແມ່ນປະມານ 3%. ບັນດາ​ອົງການ​ຈັດ​ອັນ​ດັບ ​ແລະ ທະນາຄານ​ໂລກ ຄາດ​ຄະ​ເນ​ການ​ເຕີບ​ໂຕ GDP ຂອງ​ຫວຽດນາມ ​ໃນ​ປີ​ນີ້ ​ແລະ ຊຸມ​ປີ​ຕໍ່​ໄປ​ ໄດ້ໃນ​ລະດັບ 6,5-7%.

ທ່ານ Mazyrin ຄາດ​ຄະ​ເນ​ວ່າ ຕົວ​ເລກ​ນີ້​ຈະ​ຢູ່​ໃນ​ລະດັບ 4-5%, ຖື​ວ່າ: ການ​ເຕີບ​ໂຕ​ນີ້​ກໍ່​ແມ່ນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ຂອງ​ເສດຖະກິດ​ຫວຽດນາມ, ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ COVID-19 ​ໄດ້​ເຮັດ​ໃຫ້​ດັດຊະນີ​ນີ້​ຂອງຫຼາຍ​ປະ​ເທດ​ ລົງໃນ​ແງ່​ລົບ.

ເສດຖະກິດຫວຽດນາມໃນປີ 2022 ສະແດງໃຫ້ເຫັນຄວາມສາມາດຮັກສາສະຖຽນລະພາບ ແລະ ພັດທະນາໃນສະພາບວິກິດການ
ເສດຖະກິດຫວຽດນາມໃນປີ 2022 ສະແດງໃຫ້ເຫັນຄວາມສາມາດຮັກສາສະຖຽນລະພາບ ແລະ ພັດທະນາໃນສະພາບວິກິດການ. (ພາບ: TTXVN)

ນອກຈາກນັ້ນ, ທ່ານສາດສະດາຈານ Mazyrin ກ່າວວ່າ ຂໍ້ມູນການຜະລິດອຸດສາຫະກໍາສໍາລັບ 11 ເດືອນສະແດງໃຫ້ເຫັນສະພາບການດີພໍສົມຄວນ. ຕາມ​ທ່ານ Mazyrin ​ແລ້ວ, ການ​ເຕີບ​ໂຕ​ດ້ານ​ການ​ຜະລິດ​ອຸດສາຫະກຳ​ໃນ 11 ​ເດືອນ​ແມ່ນ​ປະມານ 9%, ​ໃນ​ນັ້ນ​ການ​ຜະລິດ​ໄຟຟ້າ​ເພີ່ມ​ຂຶ້ນ 7,7%, ສະ​ແດງ​ໃຫ້​ເຫັນ​ວ່າ, ອຸດສາຫະກຳ​ຍັງ​ແມ່ນ​ຂະ​ແໜງ​ການ​ສຳຄັນ​ຂອງ​ເສດຖະກິດ​ຫວຽດນາມ. ນີ້​ແມ່ນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ພວມ​ມີ​ຄວາມ​ຄືບ​ໜ້າ​ໃນ​ຈຸດໝາຍ​ກາຍ​ເປັນ “ໂຮງງານຜະລິດ​ຂອງ​ໂລກ”.

ໝາກຜົນຂອງ 11 ເດືອນສະແດງໃຫ້ເຫັນວ່າ ການລົງທຶນໂດຍກົງຂອງຕ່າງປະເທດຢູ່ ຫວຽດນາມ ໄດ້ບັນລຸ 25 ຕື້ USD – ຕ່ຳກວ່າ 5% ທຽບກັບໄລຍະດຽວກັນຂອງປີກາຍ, ແຕ່ສາດສະດາຈານ Mazyrin ຕີລາຄາຕົວເລກນີ້ຍັງຢູ່ໃນລະດັບດີ. ທ່ານ Mazyrin ຕີ​ລາຄາ​ວ່າ ອັດຕາ​ສ່ວນ​ທຶນ​ສອງ​ປະ​ເທດ: ທຶນ​ຈົດ​ທະບຽນ ​ແລະ ທຶນ​ໃຊ້​ແລ້ວ ​ໃນ 11 ​ເດືອນ​ມີ​ຄວາມ​ແຕກ​ຕ່າງ​ໜ້ອຍ​ຫຼາຍ, ສະ​ແດງ​ໃຫ້​ເຫັນ​ຄວາມ​ດຸ່ນດ່ຽງ ​ແລະ ປະສິດທິພາບ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ທ່ານ​ Mazyrin ຍັງ​ໃຫ້​ຮູ້​ວ່າ, ອັດຕາ​ການ​ດູດ​ທຶນ​ຢູ່​ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຕັ້ງໜ້າ. ໃນ 11 ເດືອນ, ດັດຊະນີນີ້ ໄດ້ເຕີບໂຕ 15% ແລະ ບັນລຸເກືອບ 20 ຕື້ໂດລາ.

ທ່ານ​ສາດສະດາຈານ Mazyrin ​ໃຫ້​ຮູ້​ວ່າ: ການ​ຄ້າຕ່າງປະ​ເທດ ​ແມ່ນ​ຕົວ​ຢ່າງ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ. ໃນ​ໄລ​ຍະ​ໂລກ​ລະ​ບາດ, ກໍ່ຄື​ໃນ​ປີ 2022, ການ​ຄ້າຕ່າງປະ​ເທດ​ຫວຽດ​ນາມ ໄດ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ຢູ່​ຫວຽດນາມ, ທັງ​ໃນການ​ສົ່ງ​ອອກ ​ແລະ ການ​ນຳ​ເຂົ້າ​ໄດ້​ເພີ່ມ​ຂຶ້ນ, ​ໃນ​ນັ້ນ​ການ​ສົ່ງ​ອອກ​ໄດ້​ເຕີບ​ໂຕ​ໄວ​ກວ່າ. ທ່ານ Mazyring ຄາດ​ຄະ​ເນ​ວ່າ, ຮອດ​ທ້າຍ​ປີ 2022, ທັງ​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ​ຂອງ​ຫວຽດນາມ ຈະ​ບັນລຸ​ປະມານ 400 ຕື້ USD ​ແລະ ວົງ​ເງິນ​ການ​ຄ້າ​ຈະ​ບັນລຸ 800 ຕື້ USD. ບັນດາ​ອົງການ​ຈັດ​ອັນ​ດັບ​ ມີ​ພື້ນຖານ​ເພື່ອໃຫ້​ຮູ້​ວ່າ ດັດຊະນີ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຈະ​ບັນລຸ​ລະດັບ​ ພັນຕື້ USD ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ Mazyrin ໄດ້ເອົາໃຈໃສ່ ໃນຫຼາຍໆປັດໃຈກ່ຽວກັບສະຖານະພາບການຄ້າ ທີ່ສາມາດສົ່ງຜົນກະທົບຕໍ່ຕົວເລກໃນບົດລາຍງານ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.