Viettel ເປີດນຳໃຊ້ລະບົບ 5G ຢ່າງເປັນທາງການຢູ່ແຂວງວິ້ງຟຸກ ແລະ ມອບເຄືອຂ່າຍ wifi ຟຣີ

15:07 | 29/11/2021

ຍ​ສ​ໝ - ຫວ່າງແລ້ວນີ້, Viettel ໄດ້ປະກາດໂຄງການທົດລອງເຄືອຂ່າຍ 5G ຢ່າງເປັນທາງການ - ການເຄື່ອນໄຫວນີ້ນອນໃນໂຄງການຮ່ວມມືລະຫວ່າງຄະນະກໍາມະການປະຊາຊົນແຂວງວິ້ງຟຸກ ແລະ ກຸ່ມບໍລິສັດອຸດສາຫະກໍາ ແລະ ໂທລະຄົມມະນາຄົມກອງທັບ.

Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ Samsung ລົງທຶນເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ 5G ຢູ່ ຫວຽດນາມ
ການທົດລອງ 5G ຢູ່ຫວຽດນາມ ບັນລຸຄວາມໄວກວ່າ 4,7Gb/ວິນາທີ ການທົດລອງ 5G ຢູ່ຫວຽດນາມ ບັນລຸຄວາມໄວກວ່າ 4,7Gb/ວິນາທີ
Viettel ເປີດນຳໃຊ້ລະບົບ 5G ຢ່າງເປັນທາງການຢູ່ແຂວງວິ້ງຟຸກ ແລະ ມອບເຄືອຂ່າຍ wifi ຟຣີ
ພິ​ທີ ເປີດນຳໃຊ້ລະບົບ 5G ຢ່າງເປັນທາງການຢູ່ແຂວງວິ້ງຟຸກ (ພາ​ບ: cand.com.vn)

ການເປີດນຳໃຊ້ລະບົບ 5G ແລະ ການມອບເຄືອ​ຂ່າຍ wifi ຟຣີ ໄດ້ນຳມາເຊິ່ງຜົນປະໂຫຍດແທດຈິງຫຼາຍຢ່າງ, ປະກອບສ່ວນເຂົ້າໃນການພັດທະນາຂອງທ້ອງຖິ່ນດ້ວຍອຸດສາຫະກຳພັດທະນາຢ່າງເຂັ້ມແຂງ. ປະຊາຊົນ​ສາມາດ​ນຳ​ໃຊ້ລະບົບ 5G ​ໄດ້​ຟຣີ​ຢູ່​ເຂດ​ອ້ອມ​ແອ້ມ​ສະຖານີ​ໂທລະພາບ, ຄະນະ​ພັກ​ແຂວງ, ຄະນະ​ຊາວ​ໜຸ່ມ​ແຂວງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ວິ້ງ​ຟຸກ...

ເນື່ອງໃນໂອກາດເປີດນຳໃຊ້ລະບົບ 5G, Viettel ວິ້ງ​ຟຸກ ກໍ່ໄດ້ມອບ ແລະ ນຳໂຄງການເຄືອຂ່າຍ wifi ຟຣີເຂົ້າ​ເຄື່ອນ​ໄຫວຢ່າງເປັນທາງການ ດ້ວຍມູນຄ່າ 3 ຕື້ດົ່ງ ໃຫ້ແກ່ຄະນະກຳມະການປະຊາຊົນ ແຂວງວິ້ງຟຸກ. ເຄືອ​ຂ່າຍ wifi ໄດ້​ປົກ​ຄຸມທັງ​ໝົດບໍລິ​ເວນ​​ສະໜາມ​ຫຼວງ​ໂຮ່ຈີ​ມິນ ​ແລະ ​ເຂດ​ທ່ອງ​ທ່ຽວ​ໄຕ​ທຽນ (ຕາມ​ດ່າວ) ດ້ວຍ 24 ​ເຄື່ອງ​ສົ່ງ​ສັນຍານ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.