ນັກຮຽນຫວຽດນາມເຂົ້າຮ່ວມການແຂ່ງຂັນ Olympic ຄະນິດສາດ ສາກົນ 2018 ໄດ້ຫຼຽນໝົດທຸກຄົນ

10:34 | 13/07/2018

ຍ​ສ​ໝ - ນັກສອບເສັງຫວຽດນາມ ທັງ 6 ຄົນທີ່ ເຂົ້າຮ່ວມການແຂ່ງຂັນ Olympic ຄະນິດສາດສາກົນ 2018 ລ້ວນແຕ່ໄດ້ຫຼຽນກັບບ້ານ: 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ.

ການ​ນຳ​ກົມ​ຄຸ້ມ​ຄອງ​ຄຸນ​ນະ​ພາບ ກະ​ຊວງ ສືກ​ສາ​ທິ​ການ ແລະ ກໍ່​ສ້າງ ໄດ້​ລາຍ​ງານ​ຢ່າງ​ເປັນ​ທາງ​ການ​ວ່າ: ​ໄດ້​ຮັບ​ການ​ລາຍ​ງານຜົນ​ການ​ສອບເສັງ ທີ່​ ໂລ​ມາ​ເນຍ, ສະ​ຖານ​ທີ່​ຈັດການ​ແຂ່ງ​ຂັນ Olympic ຄະ​ນິດ​ສາດສາ​ກົນ ຄັ້ງ​ທີ 59 ປີ 2018, ນັກ​ສອບ​ເສັງ​ຫວຽດ​ນາມ​ທີ່​ເຂົ້າ​ຮ່ວມ 6ຄົນ ລ້ວນ​ແລ້ວ​ແຕ່​ໄດ້​ຮັບ​ຫຼຽ​ນ​ເຊິ່ງ​ປະ​ກອບ​ມີ: 1 ຫຼຽ​ນ​ຄຳ, 2 ຫຼຽນ​ເງິນ ແລະ 3 ຫຼຽ​ນ​ທອງ​.

ນັກຮຽນຫວຽດນາມເຂົ້າຮ່ວມການແຂ່ງຂັນ Olympic ຄະນິດສາດ ສາກົນ 2018 ໄດ້ຫຼຽນໝົດທຸກຄົນ

ນັກ​ຮຽນ​ທີມ​ຊາດ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ໂອ​ລິມ​ປິກ ຄະ​ນິດ​ສາດ​ສາ​ກົນ 2018.

ຕົວ​ຈິງ​ມີ​ດັ່ງ​ຕໍ່​ໄປ​ນີ້:

1. ນ້ອງ ຫງວ໋ຽ​ນກວາງ​ບິນ ນັກ​ຮຽນ​ຫ້ອງ ມ 7 ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ​ພອນ​ສະ​ຫວັນ ວິ​ທະ​ຍາ​ສາດ-ທຳ​ມະ​ຊາດ ຂື້ນ​ກັບ ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ ຮ່າ​ໂນ້ຍ. ໄດັ​ຮັບ​ຫຼຽນ​ຄຳ

2. ນ້ອງ ຟານ​ມິງ​ດຶກ ນັກ​ຮຽນ​ຫ້ອງ ມ 6 ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ພອນ​ສະ​ຫວັນ ຮ່າ​ໂນ້ຍ-ອາ​ສະ​ເດ​ເຕີ​ດຳ, ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ. ໄດ້​ຮັບ​ຫຼຽນ​ເງິນ

3. ນ້ອງ ຈິ້ງວັນ​ຮ​ວ່ານ ນັກ​ຮຽນ​ ມ7 ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ພອນ​ສະ​ຫວັນ ເຈີ່ນ​ຟູ໋ ນະ​ຄອນ ຫ໋າຍ​ຟ່ອງ. ໄດ້​ຮັບ​ຫຼຽນ​ເງິນ.

4. ນ້ອງ ເຈີ່ນ​ຫວຽດ​ຮ​ວ່າງ ນັກ​ຮຽນ ມ 7 ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ພອນ​ສະ​ຫວັນ ເຈີ່ນ​ຟູ໋ ນະ​ຄອນ ຫ໋າຍ​ຟ່ອງ. ໄດ້​ຮັບ​ຫຼຽນ​ທອງ.

5. ນ້ອງ ເຈືອງ​ແມັ້ງ​ຕ໋ວນ ນັກ​ຮຽນ ມ 7 ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ພອນ​ສະ​ຫວັນ ວິ​ທະ​ຍາ​ສາດ-ທຳ​ມະ​ຊາດ ຂື້ນ​ກັບ ມະ​ຫາ​ວິ​ທະ​ຍາ​ໄລ ແຫ່ງ​ຊາດ ຮ່າ​ໂນ້ຍ. ໄດັ​ຮັບ​ຫຼຽນ​ທອງ.

6. ນ້ອງ ໂດ໋​ຮ​ວ່າງ​ຫວຽດ ນັກ​ຮຽນ ມ 7 ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ ພອນ​ສະ​ຫວັນ ຫງວ໋ຽນ​ກວາງ​ຢ້ຽວ ແຂວງ ດົ່ງ​ທ໋າບ. ໄດັ​ຮັບ​ຫຼຽນ​ທອງ.

ນັກຮຽນຫວຽດນາມເຂົ້າຮ່ວມການແຂ່ງຂັນ Olympic ຄະນິດສາດ ສາກົນ 2018 ໄດ້ຫຼຽນໝົດທຸກຄົນ

ນັກ​ຮຽນ​ທີມ​ຊາດ​ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ໂອ​ລິມ​ປິກ ຄະ​ນິດ​ສາດ​ສາ​ກົນ 2018.

ດ້ວຍ​ຜົນ​ການ​ສອບ​ເສັງ​ດັ່ງ​ກ່າວ ທີມ​ຊາດ​ຫວຽດ​ນາມ​ເຂົ້າ​ຮ່ວມ ການ​ແຂ່ງ​ຂັນ Olympic ຄະ​ນິດ​ສາດ​ສາ​ກົນ ປີ 2018 ຍັງ​ຄົງ​ສືບ​ຕໍ່ ຢັ້ງ​ຢືນ 100% ນັກ​ຮຽນ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ຕ້ອງ​ໄດ້​ຮັບ​ຫຼຽນ.

ຜົນ​ສຳ​ເລັດ​ຂອງ​ຄະ​ນະ Olympic ຄະ​ນິດ​ສາດ​ສາ​ກົນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດອັນ​ຕັ້ງ​ໜ້າຂອງ ກະ​ຊວງ ສຶກ​ສາ​ທິ​ການ ແລະ ກໍ່​ສ້າງ ໃນ​ວຽກ​ງານ​ການກໍ່​ສ້າງ​ປາຍ​ແຫຼມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.