ກອງປະຊຸມຂັ້ນສູງ 3 ແຂວງ ເຊີນລາ-ຫົວພັນ-ຫຼວງພະບາງ ຄັ້ງທີ 5 ດ້ານການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

07:11 | 15/12/2018

ວັນທີ 14ທັນວາ ຢູ່ ແຂວງເຊີນລາ ໄດ້ດຳເນີນກອງປະຊຸມຂັ້ນສູງ 3 ແຂວງ : ແຂວງ ເຊີນລາ(ຫວຽດນາມ) -ຫົວພັນ-ຫຼວງພະບາງ ຄັ້ງທີ 5 ດ້ານການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ຈຸດໃຈແກນຫຼັກແມ່ນ ອາດສະຍາກອນດ້ານຢາເສບຕິດ.

ກອງປະຊຸມຂັ້ນສູງ 3 ແຂວງ ເຊີນລາ-ຫົວພັນ-ຫຼວງພະບາງ ຄັ້ງທີ 5 ດ້ານການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

ບັນຍາກາດ ກອງປະຊຸມຂັ້ນສູງ 3 ແຂວງ ເຊີນລາ-ຫົວພັນ-ຫຼວງພະບາງ ຄັ້ງທີ 5. (ພາບ: baosonla.org.vn)

ເຂົ້າຮ່ວມກອງປະຊຸມ ຄັ້ງນີ້ ແຂວງ ຫົວພັນ ນຳໂດຍທ່ານ ພູສົມ ທຳມະວີໄຊ, ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງໆຫົວພັນ; ແຂວງຫຼວງພະບາງ ນຳໂດຍ ທ່ານ ສົມຈັນ ແກ້ວຈັນດາ, ກຳມະການປະຈຳພັກແຂວງ ຫົວໜ້າ ປກສ ແຂວງ; ຝ່າຍແຂວງເຊີນລາ (ຫວຽດນາມ) ປະກອບມີບັນດາສະຫາຍ ຟ້າມ ວັນຖຸ້ຍ ຮອງປະທານ ກຳມະການປະຊາຊົນແຂວງ; ພັນເອກ ເຈີ່ນ ແອັງຕົ໋ນ ກຳມະການ ຄະນະປະຈຳພັກແຂວງ ຫົວໜ້າປກສ ແຂວງເຊີນລາ ແລະ ບັນດາສະຫາຍການນຳຂອງພະແນກ, ຫ້ອງການ ແລະ ການນຳຂັ້ນເມືອງພາຍໃນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຂັ້ນສູງ 3 ແຂວງ ເຊີນລາ-ຫົວພັນ-ຫຼວງພະບາງ ຄັ້ງທີ 5 ດ້ານການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ

ການນຳທັງສາມແຂວງຮ່ວມ ເຊັນບົດບັນທືກຊ່ວຍຈຳ. (ພາບ: baosonla.org.vn)

ພາຍຫຼັງກອງປະຊຸມຊິ້ນສຸດລົງ ທັງສາມແຂວງໄດ້ເຫັນດີເປັນເອກກະພາບກັນເຊັນ ບົດບັນທຶກຊ່ວຍຈຳ ກ່ຽວກັບການປະສານງານໃນການຕ້ານ ແລະ ສະກັດກັ້ນ ອາດສະຍາກອນ, ແກນຫຼັກແມ່ນ ອາດສະຍາກອນຢາເສບຕິດ ຂ້າມຊາດ ຄັ້ງທີ 5, ສຸມໃສ່ບັນດາເນື້ອໃນ: ແຕ່ລະແຂວງ ສືບຕໍ່ລົງທືນດ້ານຊັບພະຍາກອນມະນຸດໃນການຈັດຕັ້ງປະຕິບັດ ບັນດາ ແຜນການ ພັດທະນາ ເສດຖະກິດ-ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງລະບົບການເມືອງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ບັນດາເມືອງ, ກຸ່ມບ້ານຕິດຊາຍແດນ; ຄົງຮັກສາການຈັດກອງປະຊຸມສ່ອງແສງ ສອງຝ່າຍ ແຕ່ຂັ້ນແຂວງ ລົງຮອດຂັ້ນ ບ້ານ, ກຸ່ມບ້ານ, ຄ້າຍ ທະຫານຊາຍແດນ ລະຫ່ວາງ ສອງຝ່າຍ ເພື່ອແລກປ່ຽນຂໍ້ມູນ, ສະພາບການທີ່ກ່ຽວຂ້ອງກັບວຽກງານການປ້ອງກັນ ຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍ, ຕ້ານ ແລະ ສະກັດກັ້ນອາດສະຍາກອນ, ຕ້ານແລະ ສະກັດກັ້ນຢາເສບຕິດ ຕາມແນວຊາຍແດນ; ຢືນຢັນຕົວຜູ້ກະທຳຜິດ ແລະ ຈັບກຸມເປົ້າໝາຍໃນໝາຍຈັບ; ຍູ້ແຮງການເຄື່ອນໄຫວປະສານສົມທົບກວດສອບ ຢ່າງແໜ້ນແຟ້ນ ຂົງເຂດຊາຍແດນ, ກວດພົບຢ່າງທັນການ, ສະກັດກັ້ນ, ຕໍ່ສູ້ມ້າງເພການເຄື່ອນໄຫວ ຂອງອາດສະຍາກອນ, ພິເສດແມ່ນອາດສະຍາກອນດ້ານຢາເສບຕິດຂ້າມຊາດ...

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.