ຫວຽດ​ນາມ: ບັນ​ຍາ​ກາດ​ກ່ອນ​ເຂົ້າ​ຫ້ອງ​ເສັງ ໃນ​ການ​ສອບເສັງ​ຈົບ​ມັດ​ທະ​ຍົມ​ປາຍ ແຫ່ງ​ຊາດປີ 2018

10:50 | 25/06/2018

ຍ​ສ​ໝ - ຕອນ​ເຊົ້າ​ມື້​ວັນ​ທີ 25 ມິ​ຖຸ​ນາ 2018, ນັກ​ສອບ​ເສັງ​ທົ່ວ​ປະ​ເທດ​ຈະ​ເລີ່ມ​ເສັງ​ສອງວິ​ຊາ: ເສັງ​ວິ​ຊາ ວັນ​ນະ​ຄະ​ດີ ຕອນ​ເຊົ້າ ແລະ ເສັງ​ວິ​ຊາ​ ຄະ​ນິດ​ສາດ ຕອນ​ແລງ.

ຫວຽດ​ນາມ: ບັນ​ຍາ​ກາດ​ກ່ອນ​ເຂົ້າ​ຫ້ອງ​ເສັງ ໃນ​ການ​ສອບເສັງ​ຈົບ​ມັດ​ທະ​ຍົມ​ປາຍ ແຫ່ງ​ຊາດປີ 2018

ນັອງ​ນັກ​ຮ​ຽນ​ມີ​ຄວາມ​ໝັ້ນ​ໃຈ​ກ້າວ​ເຂົ້າ​ສູ່​ການ​ສອບ​ເສັງ​ຕອນ​ເຊົ້າ​ນີ້.

ສະ​ພາບ​ອາ​ກາດ​ຕອນ​ເຊົ້າ​ມື້ນີ້ ຢູ່​ນະ​ຄອນ​ໂຮ່​ຈີ໋​ມິງ ແລະ ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ ເຢັນ​ສະ​ບາຍ​ເໝາ​ະ​ສົມ​ໃຫ້​ນ້ອງນັກຮຽນເຂົ້າ​ສອບ​ເສັງ​ດ້ວຍ​ຄວາມ​ໝັ້ນ​ໃຈ.

ຫວຽດ​ນາມ: ບັນ​ຍາ​ກາດ​ກ່ອນ​ເຂົ້າ​ຫ້ອງ​ເສັງ ໃນ​ການ​ສອບເສັງ​ຈົບ​ມັດ​ທະ​ຍົມ​ປາຍ ແຫ່ງ​ຊາດປີ 2018

ອ້າຍ​ນ້ອງ​ຊາວ​ໜຸ່ມ ໃຫ້​ກຳ​ລັງ​ຈັງ​ນ້ອງ​ນັກ​ຮ​ຽນ​ທີ່​ກຳ​ລັງ​ຈະ​ເຂົ້າ​ຫ້ອງ​ສອບ​ເສັງ​ໃນ​ຕອນ​ເຊົ້າ​ນີ້.

ເຊົ້າ​ນີ້ນອກ​ຈາກ​ພໍ່​ແມ່​ນັກ​ຮຽນ​ພາ​ນັກ​ສອບ​ມາ​ໂຮງ​ຮຽນແລ້ວກ​ໍ່​ຍັງ​ມີ​ກອງ​ເຊີຍ​ທີ່​ພາ​ກັນ​ຢືນ​ຢູ່​ຂ້າງນອກ ຈຸດ​ສອບ​ເສັງ​ຖື​ປ້າຍ​ທີ່​ຂຽນ​ຄຳ​ເວົ້າ​ໃຫ້​ກຳ​ລັງ​ໃຈ​ນ້ອງ​ນັກ​ຮຽນ. ພ້ອມ​ນັ້ນ​ກໍ​ຍັງ​ມີ ກອງ​ກຳ​ລັງ​ຕຳ​ຫຼວດ​ຈາ​ລະ​ຈອນ​ຂອງ ຕາ​ແສງ, ເມືອງ, ນະ​ຄອນ ກໍ່​ໄດ້​ລົງ​ພື້ນ​ທີ່​ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ຢ່າງ​ເຕັມ​ໃຫ້​ນ້ອງ​ນັກ​ຮຽນ​ໄປ​ເຖິງ​ຫ້ອງ​ສອບ​ເສັງ​ຢ່າງ​ທັນ​ເວ​ລາ.

ຫວຽດ​ນາມ: ບັນ​ຍາ​ກາດ​ກ່ອນ​ເຂົ້າ​ຫ້ອງ​ເສັງ ໃນ​ການ​ສອບເສັງ​ຈົບ​ມັດ​ທະ​ຍົມ​ປາຍ ແຫ່ງ​ຊາດປີ 2018

​ນັກ​ຮຽນ​ຟ້າວ​ແລ່ນ​ເພື່ອ​ໃຫ້​ທັນ​ເຂົ້າ​ຫ້ອງ​ສອບ​ເສັງ

ການ​ສອບ​ເສັງ​ມັດ​ທະ​ຍົມ​ປາຍ ແຫ່ງ​ຊາດ ປີ 2018ນີ້, ໃນ​ທົ່ວ​ປະ​ເທດ​ມີ​ນັກ​ສອບ​ເສັງ​ເກືອບ 1 ລ້ານ​ຄົນ ລົງ​ທະ​ບຽນ​ສອບ​ເສັງ. ຢູ່​ດ່າ​ໜັງ​ມີ​ນັກ​ຮຽນ ປະ​ມານ 11.000ຄົນ ໄດ້​ກະ​ຈາຍ​ກັນ​ໄປ​ເສັງ​ຢູ່ 25 ຈຸດ​ສອບ​ເສັງ​ ໃນ​ຂອບ​ເຂດ​ທົ່ວ​ແຂວງ, ເຮັ​ດ​ໃຫ້​ບັນ​ຍາ​ກາດ​ໃນ​ການ​ສອບ​ເສັງ​ຄັ້ງ​ນີ້​ມີ​ຄວາມ​ຟົດ​ຟື້ນ.

ຫວຽດ​ນາມ: ບັນ​ຍາ​ກາດ​ກ່ອນ​ເຂົ້າ​ຫ້ອງ​ເສັງ ໃນ​ການ​ສອບເສັງ​ຈົບ​ມັດ​ທະ​ຍົມ​ປາຍ ແຫ່ງ​ຊາດປີ 2018

​ນ້ອງ​ນັກ​ຮຽນ​ໂອ້​ລົມ​ແລະ​ຖາມ​ກັນ​ກ່ອນ​ເຂົ້າ​ຫ້ອງ​ສອບ​ເສັງ

ຫວຽດ​ນາມ: ບັນ​ຍາ​ກາດ​ກ່ອນ​ເຂົ້າ​ຫ້ອງ​ເສັງ ໃນ​ການ​ສອບເສັງ​ຈົບ​ມັດ​ທະ​ຍົມ​ປາຍ ແຫ່ງ​ຊາດປີ 2018

​ບັນ​ຊາ​ກາດ​ໃນ​ຫ້ອງ​ສອບ​ເສັງ.

ຫວຽດ​ນາມ: ບັນ​ຍາ​ກາດ​ກ່ອນ​ເຂົ້າ​ຫ້ອງ​ເສັງ ໃນ​ການ​ສອບເສັງ​ຈົບ​ມັດ​ທະ​ຍົມ​ປາຍ ແຫ່ງ​ຊາດປີ 2018

ນັກ​ຮຽນ​ກຽມ​ເຂົ້າ​ຫ້ອງ​ສອບ​ເສັງ

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.