ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ

17:51 | 16/02/2023

ຍສໝ - ວັນທີ 15 ກຸມພາ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການຊ່ວຍເຫຼືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ແຂວງ Hatay, ຕວັກກີ.

ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ
ກອງທັບນຳໃຊ້ທຸກທ່າແຮງເຂົ້າໃນການກອບກູ້ໄພພິບັດຢູ່ 6 ແຂວງພາກກາງ ແລະ ພາກໃຕ້ ກອງທັບນຳໃຊ້ທຸກທ່າແຮງເຂົ້າໃນການກອບກູ້ໄພພິບັດຢູ່ 6 ແຂວງພາກກາງ ແລະ ພາກໃຕ້

ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ເຫັນດີອະນຸຍາດໃຫ້ ສປຊ ຂົນສົ່ງເຄື່ອງຂອງອຸປະຖຳເຖິງເຂດຕາເວັນຕົກສ່ຽງເໜືອ ຊີຣີ ໂດຍຝ່າຍຄ້ານຄວບຄຸມຜ່ານດ່ານຊາຍແດນ

ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ, ບໍ່ພຽງແຕ່ກ່ຽວກັບກຳລັງຄວາມສາມາດເທົ່ານັ້ນ, ຫາກນັບທັງຄວາມດຸໝັ່ນຂະຫຍັນພຽນ, ຄວາມພະຍາຍາມໃນຕະຫຼອດໄລຍະທີ່ມີໜ້າຢູ່ສະຖານທີ່ເກີດເຫດອີກດ້ວຍ.

ໄລ່ຮອດເວລາ 14 ໂມງ (ຕາມເວລາ UTC) ຂອງວັນທີ 13 ກຸມພາ, ຈຳນວນຜູ້ເສຍຊີວິດຍ້ອນເຫດແຜ່ນດິນໄຫວຢູ່ ຕວກກີ ແລະ ຊີີຣີ ໄດ້ຂຶ້ນເຖິງກ່ວາ 37.000 ຄົນ. ຢູ່ຕວກກີ, ຄາດວ່າຜົນເສຍຫາຍຍ້ອນເຫດແຜ່ນດິນໄຫວອາດຈະຂຶ້ນເຖິງຕົວເລກກ່ວາ 84 ຕື້ USD.

ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ
ວັນທີ 15 ກຸມພາ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການຊ່ວຍເຫຼືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ແຂວງ Hatay, ຕວັກກີ, ໂດຍໄດ້ແບ່ງເປັນ 2 ໜ່ວຍງານ

ວັນທີ 13 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ເຫັນດີອະນຸຍາດໃຫ້ ສປຊ ຂົນສົ່ງເຄື່ອງຂອງອຸປະຖຳເຖິງເຂດຕາເວັນຕົກສ່ຽງເໜືອ ຊີຣີ ໂດຍຝ່າຍຄ້ານຄວບຄຸມຜ່ານດ່ານຊາຍແດນ ສອງແຫ່ງເພີ່ມເຕີມຈາກ ຕວກກີ ໃນຮອບເວລາ 3 ເດືອນ. ສ່ວນຢູ່ ຕວກກີ, ວຽກງານກູ້ໄພກູ້ຊີບພວມໄດ້ດຳເນີນໄປຢ່າງຮີບດ່ວນ.

ວັນທີ 14 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ຕວກກີ ໄດ້ຮັບພະນັກງານ, ທະຫານ ຫວຽດນາມ 76 ຄົນ ໄປເຂົ້າຮ່ວມວຽກງານກູ້ໄພກູ້ຊີບ ແລະ ຕິດຕໍ່ພົວພັນກັບອົງການປ້ອງກັນຄວາມສະຫງົບຢູ່ປະເທດປະຈຳຖິ່ນເພື່ອມີມາດຕະການຮັບປະກັນຄວາມປອດໄພໃຫ້ແກ່ຄະນະປະຕິບັດງານ ຫວຽດນາມ.

ໃນຂະນະນັ້ນ, ວັນທີ 13 ກຸມພາ, ພາຍຫຼັງໄປຮອດສະຖານທີ່ຮັບເຄາະຮ້າຍແຫ່ງໃໝ່ຈາກເຫດແຜ່ນດິນໄຫວຢູ່ເຮືອນເລກທີ 2801 ຖະໜົນ Yeni Sanayi, ນະຄອນ Adiyaman (ປະເທດ ຕວກກີ) ກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ ຫວຽດນາມ ໄດ້ນຳໃຊ້ເຄື່ອງອຸປະກອນຊອກຫາດ້ວຍຣາດາ ເພື່ອຊອກຫາຜູ້ປະສົບເຄາະຮ້າຍ ແລະ ໄດ້ພົບເຫັນ 4 ຊາກສົບ. ຄະນະກູ້ໄພກູ້ຊີບ ຕຳຫຼວດ ຫວຽດນາມ ໄດ້ສົມທົບກັບບັນດາກົມກອງຂອງປະເທດປະຈຳຖິ່ນນຳໃຊ້ເຄື່ອງອຸປະກອນເພື່ອຮັບປະກັນ ແລະ ຊ່ວຍຍູ້ໄວຄວາມຄືບໜ້າໃນການຊອກຫາກູ້ໄພກູ້ຊີບ. ຢູ່ສະຖານທີ່ເກີດເຫດ, ຊາວ ຕວກກີ ມີຄວາມສະເທືອນໃຈໂດຍແບ່ງປັນວ່າ:

“ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈພວກເພື່ອນທີ່ໄດ້ມາຊ່ວຍເຫຼືອ, ກອບກູ້ເອົາຊີວິດ ບັນດາຜູ້ປະສົບເຄາະຮ້າຍ”.

ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ

ກ່ອນໜ້ານັ້ນ, ຢູ່ຖະໜົນ 531, Adiyaman Merkez, ນະຄອນ Adiyaman, ກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດໄດ້ສົມທົບກັບກອງກູ້ໄພກູ້ຊີບຂອງກອງທັບ ປາກິດສະຖານ ໄດ້ກອບກູ້ເອົາຊີວິດຂອງເດັກຊາຍອາຍຸ 14 ປີ ແລະ ນຳ 2 ຊາກສົບອອກຈາກຊາກຫັກພັງດັ່ງກ່າວ.

ວັນທີ 15 ກຸມພາ, ຄະນະກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມການຊ່ວຍເຫຼືອແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວຢູ່ແຂວງ Hatay, ຕວັກກີ, ໂດຍໄດ້ແບ່ງເປັນ 2 ໜ່ວຍງານ ເພື່ອຊຸກຍູ້ວຽກງານຊອກຫາຜູ້ປະສົບເຄາະຮ້າຍ. ກຳລັງຂອງກອງທັບປະຊາຊົນ ຫວຽດນາມ ໄດ້ດຳເນີນການສືບສວນ 8 ບ່ອນ, ໃນນັ້ນ ພົບເຫັນ 3 ບ່ອນມີຜູ້ປະສົບເຄາະຮ້າຍ. ໃນວັນດຽວກັນ, ທ່ານ ໂດະເຊີນຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕວັກກີ ໃຫ້ຮູ້ວ່າ ປະຊາຊົນ ຕວັກກີ ກໍຄືບັນດາທິມງານກູ້ໄພກູ້ຊີບສາກົນ ຕີລາຄາສູງຕໍ່ການເຄື່ອນໄຫວເບື້ອງຕົ້ນຂອງສອງໜ່ວຍງານກູ້ໄພກູ້ຊີບ ຫວຽດນາມ, ບໍ່ພຽງແຕ່ກ່ຽວກັບກຳລັງຄວາມສາມາດເທົ່ານັ້ນ, ຫາກນັບທັງຄວາມດຸໝັ່ນຂະຫຍັນພຽນ, ຄວາມພະຍາຍາມໃນຕະຫຼອດໄລຍະທີ່ມີໜ້າຢູ່ສະຖານທີ່ເກີດເຫດອີກດ້ວຍ.

ສຳລັບການເຄື່ອນໄຫວຊ່ວຍເຫຼືອ, ສະຖານທູດ ຫວຽດນາມ ປະຈຳ ຕວັກກີ ແລະ ສະຖານທູດ ຫວຽດນາມ ປະຈຳ ອີຣານ ທັງຮັບຜິດຊອບ ຊີຣີ ຫາກໍສົ່ງຈົດໝາຍຢື້ຢາມຖາມຂ່າວ ແລະ ແຈ້ງໃຫ້ລັດຖະບານປະເທດປະຈຳຖິ່ນຮັບຊາບວ່າ ກ່ຽວກັບເລື່ອງລັດຖະບານ ຫວຽດນາມ ຕົກລົງໜູນຊ່ວຍເງິນໃຫ້ ຕວັກກີ ແລະ ຊີຣີ ປະເທດລະ 100.000 USD.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.