ທະ​ນາ​ຄານ​ໂລກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

10:03 | 25/12/2022

ດ້ວຍ​ຫາດ​ຊາຍ​ທະເລທີ່ຍາວ​ກ່​ວາ 3.200 ກີ​ໂລ​ແມັດ, ມີຫຼາຍ​ນະ​ຄອນ​ທີ່​ມີ​ພູ​ມີ​ສາດ​ຕ່ຳ ແລະ ເຂດ​ທົ່ງ​ພຽງ​ແຄມແມ່​ນ້ຳ​ແຫ່ງ​ຕ່າງໆ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່ມີຄວາມ​ສ່ຽງຫຼາຍ​ທີ່​ສຸດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ໂລກ.

ຫວຽດ​ນາມ​ໜູນ​ຊ່ວຍ​ລາວ ປະສົບຜົນ​ສຳ​ເລັດໃນການດຳລົງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ ຫວຽດ​ນາມ​ໜູນ​ຊ່ວຍ​ລາວ ປະສົບຜົນ​ສຳ​ເລັດໃນການດຳລົງ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ
ຫວຽດ​ນາມ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ ຫວຽດ​ນາມ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ຮອບ​ດ້ານ
ທະ​ນາ​ຄານ​ໂລກ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ ຫວຽດ​ນາມ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ທ່ານ Andrea Coppola ຫົວໜ້ານັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ທະ​ນາ​ຄານ​ໂລກ ປະ​ຈຳ ຫວຽດ​ນາມ

ຫວຽດ​ນາມ ພວມ​ນັບ​ມື້​ນັບ​ເຫັນ​ປະ​ຈັກ​ຕາ​ຜົນ​ກະ​ທົບຫຼາຍ​ຢ່າງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກ່ຽວ​ກັບ​ກາ​ນ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ດ້ວຍ​ຫາດຊາຍ​ທະເລທີ່ຍາວ​ກ່​ວາ 3.200 ກີ​ໂລ​ແມັດ, ມີຫຼາຍ​ນະ​ຄອນ​ທີ່​ມີ​ພູມີ​ສາດ​ຕ່ຳ ແລະ ເຂດ​ທົ່ງ​ພຽງແຄມ​ແມ່​ນ້ຳ​ແຫ່ງ​ຕ່າງໆ, ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດທີ່ມີ​ຄວາມສ່ຽງຫຼາຍ​ທີ່​ສຸດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ໂລກ. ບັນ​ດາ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ສ່ວນຫຼາຍ​ແມ່ນ ອູນ​ຫະ​ພູມ ແລະ ລະ​ດັບ​ນ້ຳ​ທະ​ເລຍື່ງ​ຂຶ້ນ​ສູງກ່​ວາ ແລະ ມີ​ການ​ປ່ຽນ​ແປງຫຼາຍ​ຢ່າງ ໄດ້ ແລະ ພວມ​ເຮັດ​ໃຫ້​ກ​ານ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດຖືກ​ຂາດ​ວັກ​ຂາດ​ຕອນ ແລະ ​ການ​ເຕີ​ບ​ໂຕຊຸດ​ໂຊ​ມ. ບັນ​ດາ​ການ​ຄິດ​ໄລ່​ເບື້ອງ​ຕົ້ນ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ຖືກ​ເສຍ​ຫາຍ​ປະ​ມານ 10 ຕື້ USD ໃນ​ປີ 2020, ປະ​ມານ 3,2% GDP ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທ່ານ Andrea Coppola ຫົວໜ້ານັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ​ທະ​ນາ​ຄານ​ໂລກ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ ທະ​ນາ​ຄານ​ໂລກ ຕ້ອງ​ປະ​ຕິ​ບັດ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ພັດ​ທະ​ນາ ໃຫ້​ແກ່ ຫວຽດ​ນາມ, ໃນ​ນັ້ນ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ນະ​ໂຍ​ບາຍ ແລະ ການ​ລົງ​ທຶນ​ທີ່​ຈຳ​ເປັນ​ເພື່ອ​ຮັກ​ສາ​ການ​ເຕີບ​ໂຕ​ໃນ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ບົດ​ລາຍ​ງານ​ນີ້​ໄດ້​ສະ​ເໜີ​ສອງ​ຂັ້ນຕອນເພື່ອ​ຄຸ້ມ​ຄອງ​ການ​ເຕີບ​ໂຕ​ຕໍ່​​ສິ່ງ​ທ້າ​ທາຍ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້​າ​ອາ​ກາດ.

ທ່ານ Andrea Coppola ໃຫ້​ຮູ້​ວ່າ ອາຍ​ພິດ​ພວມ​ເຮັດ​ໃຫ້​ລະ​ດັບ​ມົນ​ລະ​ພິດ​ອາ​ກາດ​ຮ້າຍ​ແຮງ​ກ່​ວາ​ອີກ, ພິ​ເສດ​ຢູ່​ຮ່າ​ໂນ້ຍ, ສິ່ງ​ນີ້​ພວມ​ກໍ່​ຜົນ​ສະ​ທ້ອນ​ຕໍ່​ສຸ​ຂະ​ພາບ ແລະ ຈາກ​ນັ້ນ​ກໍ່​ສ້າງຜົນ​ກະ​ທົບ​ຕໍ່​ສະ​ມັດ​ຕະ​ພາບ​ໃນ​ການ​ອອກ​ແຮງ​ງານ ກໍ່​ຄື​ຜົນ​ສະ​ທ້ອນ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດທີ່​ພວມ​ພັດ​ທະ​ນາ​ນີ້.

ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ທະ​ນາ​ຄານ​ໂລກ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜອງ​ການ​ໜູນ​ຊ່ວຍ​ດ້ານເຕັກ​ນິກ ແລະ ການ​ເງິນ ເມື່ອ ຫວຽດ​ນາມ ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍທົບ 3 ເທົ່າ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ການ​ເຕີບ​ໂຕ​ໄວ ແລະ ກວມ​ລວມ, ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.