ງານບຸນໝາກໄມ້ພາກໃຕ້ຫວຽດນາມປີ 2018 ດໍາເນີນໄປຢ່າງຟົດຟື້ນ

08:10 | 04/06/2018

ທ້າຍ​ທິດ​ທີ່​ຜ່ານ​ມາ, ພະແນກທ່ອງທ່ຽວ ນະຄອນ ໂຮ່ຈິມິງ ສົມທົບກັບ ບໍລິສັດຫຸ້ນສ່ວນທ່ອງທ່ຽວວັດທະນະທໍາ ຊ໋ວຍຕຽນ, ພະແນກກະສິກໍາ ແລະ ພັດທະນາຊົນນະບົດ, ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນ ໄດ້​ເປີດງານບຸນໝາກໄມ້ພາກໃຕ້ຫວຽດນາມ ປີ 2018.

ງານບຸນໝາກໄມ້ພາກໃຕ້ຫວຽດນາມປີ 2018 ດໍາເນີນໄປຢ່າງຟົດຟື້ນ

ງານບຸນໝາກໄມ້ພາກໃຕ້ປີ 2018 ດໍາເນີນໄປຢ່າງຟົດຟື້ນ. ພາບ: ເລກຸກ.

ງານບຸນໝາກໄມ້ປີນີ້ໄດ້ແນະນໍາເຖິງແຂກທ່ອງທ່ຽວຈຸດທີ່ເປັນເອກະລັກສະເພາະ, ອຸດົມສົມບູນ ແລະຫຼາຍຮູບຫຼາຍແບບຂອງໝາກໄມ້ພາກໃຕ້, ເຊີດຊູໝາກຜົນຂອງຜູ້ອອກແຮງງານໃນຂົງເຂດກະສິກໍາ. ພິທີໄຂງານບຸນໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈໍານວນຫຼວງຫຼາຍດ້ວຍລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ພິທີແຫ່ຂະບວນ “ໝາກໄມ້ໃຫຍ່ພິລຶກ”. ນອກຈາກນີ້, ຍັງມີບໍລິເວນທີ່ວາດພາບຕະຫຼາດໝາກໄມ້ພາກໃຕ້ເທິງໜ້ານໍ້າພ້ອມດ້ວຍເຮືອຂາຍໝາກໄມ້ຫຼາຍລໍາ, ແນະນໍາໝາກໄມ້ 150 ແນວທີ່ມີລາຄາຖືກກວ່າໃນຕະຫຼາດແຕ່ 20-30%, ການແຂ່ງຂັນໝາກໄມ້ແຊບ, ປອດສານພິດ.... ງານບຸນຈະດໍາເນີນເຖິງວັນທີ 17 ມິຖຸນາ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.