ງານບຸນປີໃໝ່ທີ່ປະທັບໃຈຢູ່ຫວຽດນາມ

15:50 | 06/02/2023

ເດືອນຈຽງ ເປັນຊ່ວງເວລາທີ່ມີງານບຸນຫຼາຍທີ່ສຸດຂອງປີ ແລະ ຍັງເປັນເວລາທີ່ຄົນໄປບຸນປີໃໝ່ເພື່ອລະນຶກເຖິງກົກເຄົ້າເຫງົ້າຕໍ, ຂໍຮ້ອງໃຫ້ຄວາມໂຊກດີ, ຫຼືວ່າງ່າຍໆ ແມ່ນເວລາພັກຜ່ອນກັບຄອບຄົວ.

ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ ນຳ “ບຸນປີໃໝ່” ໄປຍັງກອງທັບ ແລະ ປະຊາຊົນ ເຈື່ອງຊາ
ງານບຸນປີໃໝ່ປະຈຳຊາດ ຢູ່ໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ງານບຸນປີໃໝ່ປະຈຳຊາດ ຢູ່ໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ

ບຸນວັນເພງເດືອນຈຽງ ແມ່ນໜຶ່ງໃນບັນດາງານບຸນທີ່ສຳຄັນມີມາແຕ່ດົນນານ ຢູ່ໂຮ້ຍອານ.

ບຸນວັນເພງເດືອນຈຽງ ແມ່ນໜຶ່ງໃນບັນດາງານບຸນທີ່ສຳຄັນມີມາແຕ່ດົນນານ ຢູ່ໂຮ້ຍອານ ມີມູນຄ່າທີ່ເປັນເອກະລັກສະເພາະຂອງ ງານບຸນ ຢູ່ໂຮ້ຍອານ ແມ່ນໝາກຜົນຂອງວິວັດການປະສົມປະສານລະຫວ່າງບັນດາພື້ນຖານວັດທະນະທຳ ຫວຽດນາມ, ຍີ່ປຸ່ນ, ຈີນ.

ຕອນເຊົ້າວັນທີ 5 ກຸມພາ, ຢູ່ນະຄອນ ໂຮ້ຍອານ, ແຂວງກ໋ວາງນາມ, ກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ ໄດ້ມອບຂໍ້ຕົກລົງຮັບຮອງເອົາ ບຸນວັນເພງເດືອນຈຽງ ຢູ່ນະຄອນ ໂຮ້ຍອາຍ, ແຂວງ ກ໋ວາງນາມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ.

ງານບຸນປີໃໝ່ທີ່ປະທັບໃຈຢູ່ຫວຽດນາມ

ບຸນວັນເພງເດືອນຈຽງ ແມ່ນໜຶ່ງໃນບັນດາງານບຸນທີ່ສຳຄັນມີມາແຕ່ດົນນານ ຢູ່ໂຮ້ຍອານ. ມີມູນຄ່າທີ່ເປັນເອກະລັກສະເພາະຂອງ ງານບຸນ ຢູ່ໂຮ້ຍອານ ແມ່ນໝາກຜົນຂອງວິວັດການປະສົມປະສານລະຫວ່າງບັນດາພື້ນຖານວັດທະນະທຳ ຫວຽດນາມ, ຍີ່ປຸ່ນ, ຈີນ.

ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນຢູ່ ເມືອງເກົ່າໂຮ້ຍອານ ສະແດງຄວາມເຄົາລົບນັບຖືຕໍ່ ພະພຸດທະຮູບ, ເທວະດາ, ບັນພະບຸລຸດ… ພາວະນາຂໍຄວາມຢູ່ເຢັນເປັນສຸກ. ວັນບຸນ ແມ່ນໜຶ່ງໃນບັນດາງານບຸນທີ່ເປັນມູນເຊື້ອໃຫຍ່ທີ່ສຸດຍາມຕົ້ນລະດູບານໃໝ່ ໂດຍປະຊາຄົມປະຊາຊົນເມືອງເກົ່າໂຮ້ຍອານຮັກສາໄດ້.

ບ້ານ ທິເກິມ ແຂ່ງຂັນດັງໄຟຫຸງເຂົ້າ

ງານບຸນແຂ່ງຂັນດັງໄຟຫຸງເຂົ້າ ແມ່ນງານບຸນປະເພນີ ມີມາແຕ່ດົນນານຢູ່ບ້ານ ທິເກິມ (ຕາແສງ ຊວັນເຟືອງ, ຕືລຽມ, ຮ່າໂນ້ຍ) ໄດ້ຈັດຂຶ້ນໃນວັນທີ 08 ເດືອນຈຽງ (ໄລ່ຕາມຈັນທະປະຕິທິນ) ໃນແຕ່ລະປີ ແລະ ແຂກຢູ່ທຸກສາລະທິດໄດ້ມາ ເຂົ້າຮ່ວມງານບຸນແຂ່ງຂັນດັງໄຟຫຸງເຂົ້າຢູ່ສາລາບ້ານ.

ງານບຸນປີໃໝ່ທີ່ປະທັບໃຈຢູ່ຫວຽດນາມ
ງານບຸນປີໃໝ່ທີ່ປະທັບໃຈຢູ່ຫວຽດນາມ
ເກືອບ 11 ໂມງ, ຢູ່ເດີ່ນສາລາບ້ານມີຜູ້ມາເບິ່ງເປັນຈຳນວນຫຼາຍ. ງານບຸນແຂ່ງຂັນຫຸງເຂົ້າໄດ້ແບ່ງປັນ 3 ພາກ: ດັງໄຟ, ແຂ່ງຂັນໄປເອົານ້ຳ ແລະ ຫຸງເຂົ້າ.

ບັນດາຖົງເຟືອງແຫ້ງໂດຍຄະນະຈັດຕັ້ງກະກຽມໄດ້ເອົາມາວາງໄວ້ຢູ່ບ່ອນທີ່ແຕ່ລະທິມກຽມຈະແຂ່ງຂັນ. ໃນເວລາກະກຽມ, ບັນດາທິມຈະເລີ່ມມັດເຟືອງວາງໄວ້ລຸ່ມ ແລະ ເທິງຄົກຫີນຕຳເຂົ້າ. ເກືອບ 11 ໂມງ, ຢູ່ເດີ່ນສາລາບ້ານມີຜູ້ມາເບິ່ງເປັນຈຳນວນຫຼາຍ. ງານບຸນແຂ່ງຂັນຫຸງເຂົ້າໄດ້ແບ່ງປັນ 3 ພາກ: ດັງໄຟ, ແຂ່ງຂັນໄປເອົານ້ຳ ແລະ ຫຸງເຂົ້າ. ເວລາ 11 ໂມງ, ການແຂ່ງຂັນໄປເອົານ້ຳ ແລະ ດັງໄຟໄດ້ເລີ່ມຂຶ້ນ.

ງານບຸນປີໃໝ່ທີ່ປະທັບໃຈຢູ່ຫວຽດນາມ
ພາຍຫຼັງໝົດເວລາ, ໝໍ້ເຂົ້ານັ້ນຈະໄດ້ເອົາມາກວດໃຫ້ຄະແນນ.

ພິທີຖວາຍເຄື່ອງຂອງບູຊາຕໍ່ພະລາດຊະວັນເຫ້ວ ຍາມລະດູບານໃໝ່

ພິທີຖວາຍເຄື່ອງຂອງບູຊາຕໍ່ພະລາດຊະວັນເຫ້ວ ຍາມລະດູບານໃໝ່ແມ່ນເພື່ອສະແດງຄວາມເຄົາລົບນັບຖືຂອງບັນດາທ້ອງຖິ່ນ, ບັນດານັກສິລະປະການຢູ່ເຫ້ວທີ່ມີຕໍ່ບັນພະບຸລຸດຜ່ານນັ້ນແຜ່ກະຈາຍຄວາມງາມອັນເປັນປະເພນີຂອງຊາວເຫ້ວ ແລະ ສິນພິເສດ ຢູ່ດິນແດນເມືອງຫຼວງເກົ່າ.

ງານບຸນປີໃໝ່ທີ່ປະທັບໃຈຢູ່ຫວຽດນາມ
ງານບຸນປີໃໝ່ທີ່ປະທັບໃຈຢູ່ຫວຽດນາມ
ຈຸດວັດທະນະທຳນີ້ເພື່ອແນໃສ່ໂຄສະນາວັດນະທະທຳ, ປະຊາຊົນ ແລະ ສິນພິເສດຢູ່ເຫ້ວໃຫ້ແກ່ ແຂກທ່ອງທ່ຽວ.

ພິທີຖວາຍເຄື່ອງຂອງບູຊາຕໍ່ພະລາດຊະວັນເຫ້ວ ຍາມລະດູບານໃໝ່ແມ່ນເພື່ອສະແດງຄວາມເຄົາລົບນັບຖືຂອງບັນດາທ້ອງຖິ່ນ, ບັນດານັກສິລະປະການຢູ່ເຫ້ວທີ່ມີຕໍ່ບັນພະບຸລຸດຜ່ານນັ້ນແຜ່ກະຈາຍຄວາມງາມອັນເປັນປະເພນີຂອງຊາວເຫ້ວ ແລະ ສິນພິເສດ ຢູ່ດິນແດນເມືອງຫຼວງເກົ່າ.

ງານບຸນປີໃໝ່ທີ່ປະທັບໃຈຢູ່ຫວຽດນາມ

ພິທີແຫ່ເຄື່ອງຂອງບູຊາລວມມີການເປີດພິທີ ແລະ ແຕ່ງຕັ້ງຄະນະແຫ່ເຄື່ອງຂອງບູຊາດ້ວຍຫຼາກຫຼາຍສີສັນອັນເປັນປະເພນີ, ຄະນະແຫ່ເຄື່ອງຂອງບູຊາຈະແຫ່ເຄື່ອງຂອງຈາກທາງວັນທີ 23 ສິງຫາ - ເງາະມົນ - ເທ໊ມຽວ. ຕາມເອກະສານປະຫວັດສາດໃນສະໄໝລາດຊະວົງຫງວຽນ ແຕ່ລະປີຮອດບັນດາວັນບຸນພິເສດ ບັນດາທ້ອງຖິ່ນຈະກະກຽມອາຫານ, ບັນດາສິນພິເສດຂອງທ້ອງຖິ່ນເພື່ອຖວາຍຕໍ່ພະລາດຊະວັງ. ຕາມສູນອະນຸລັກຮັກສາປູຊະນີຍະສະຖານເມືອງເຫຼືອງຫຼວງເກົ່າເຫ້ວ, ຊາວເຫ້ວໄດ້ວາດພາບເຖິງພິທີນີ້ເພື່ອແນໃສ່ຫວນຄືນປະຫວັດສາດ ແລະ ສ້າງຮູບພາບກ່ຽວກັບຮີດຄອງປະເພນີ, ພິທີກຳທີ່ເຕັມໄປດ້ວຍລັກສະນະອັນເປັນປະເພນີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.