ທອັບ 5 ທ້ອງຖິ່ນທີ່ມີຄ່າໃຊ້ຈ່າຍແພງທີ່ສຸດໃນປະເທດ

07:05 | 25/07/2022

ຍສໝ - ຮ່າ​ໂນ້ຍ ສືບ​ຕໍ່​ຄອງ​ຕຳ​ແໜ່ງ “ແຊ້ມ” ດ້ວຍ​ຄະແນນ 100% ກ່ຽວກັບ​ຄ່າໃຊ້ຈ່າຍແພງ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ.

ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5) ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5)
ໜັງສືພິມອີຢິບ  ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ໜັງສືພິມອີຢິບ ໄດ້ລົງບົດຂຽນຍ້ອງຍໍປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ ຄົບຮອບ 130 ປີ (19/5/1890 – 19/5/2020)

ບົດລາຍງານດັດຊະນີຄ່າໃຊ້ຈ່າຍຕາມບໍລິເວນ (SCOLI) ປີ 2021 ຂອງກົມໃຫຍ່ສະຖິຕິ ຫາກໍ່ເປີດເຜີຍທອັບ 5 ທ້ອງຖິ່ນທີ່ມີຄ່າໃຊ້ຈ່າຍ ແພງທີ່ສຸດໃນປະເທດ.

ທອັບ 5 ທ້ອງຖິ່ນທີ່ມີຄ່າໃຊ້ຈ່າຍແພງທີ່ສຸດໃນປະເທດ
ຮ່າ​ໂນ້ຍ ສືບ​ຕໍ່​ຄອງ​ຕຳ​ແໜ່ງ “ແຊ້ມ” ດ້ວຍ​ຄະແນນ 100% ກ່ຽວກັບ​ຄ່າໃຊ້ຈ່າຍແພງ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ພາບ: congthuong.vn

​ໃນ​ຈຳນວນ 63 ​ແຂວງ ​ແລະ ນະຄອນສັງກັດສູນ​ກາງ, ຮ່າ​ໂນ້ຍ ສືບ​ຕໍ່​ຄອງ​ຕຳ​ແໜ່ງ “ແຊ້ມ” ດ້ວຍ​ຄະແນນ 100% ກ່ຽວກັບ​ຄ່າໃຊ້ຈ່າຍແພງ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ.

ດັດຊະນີລາຄາບໍລິໂພກ (CPI) ໃນເດືອນມິຖຸນາ ຂອງຮ່າໂນ້ຍ ເພີ່ມຂຶ້ນ 0,70% ເມື່ອທຽບໃສ່ເດືອນກ່ອນ, ເພີ່ມຂຶ້ນ 3,15% ເມື່ອທຽບໃສ່ເດືອນທັນວາ 2021 ແລະ ເພີ່ມຂຶ້ນ 4,31% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. CPI ສະ​ເລ່ຍ​ໃນ 6 ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 3,25% ເມື່ອ​ທຽບ​ໃສ່ລະດັບ​ສະ​ເລ່ຍ​ຂອງ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021.

ກວາງ​ນິງ ຢືນ​ອັນ​ດັບ​ທີ 2 ຂອງ​ປະ​ເທດ ດ້ວຍ​ດັດ​ຊະ​ນີ SCOLI ປີ 2021 ເທົ່າ​ກັບ 99,5% ເມື່ອ​ທຽບ​ໃສ່​ຮ່າ​ໂນ້ຍ, ເພີ່ມ​ຂຶ້ນ 4 ລະ​ດັບ​ເມື່ອ​ທຽບ​ໃສ່​ປີ 2020.

ນະຄອນ​ໂຮ່ຈີ​ມິນ​ ຢືນ​ອັນ​ດັບ​ທີ 3 ຂອງ​ປະ​ເທດ​ດ້ວຍ​ດັດຊະນີ SCOLI 98,98%.

ຖັດມາແມ່ນ ດ່ານັ້ງ ຢືນອັນດັບທີ 4 ດ້ວຍດັດຊະນີ SCOLI ໃນປີ 2021 ເທົ່າກັບ 96.4%.

ຫາຍ​ຟ່ອງ ​ຢືນ​ອັນ​ດັບ​ທີ 5 ຂອງ​ປະ​ເທດ​ດ້ວຍ​ດັດ​ຊະ​ນີ SCOLI ປີ 2021 ເທົ່າ​ກັບ 95,58%, ຫຼຸດ​ອັນດັບຄ່າໃຊ້ຈ່າຍ​ແພງລົງ 2 ຂັ້ນ​ເມື່ອ​ທຽບ​ໃສ່​ປີ 2020.

ຕາມ​ກົມໃຫຍ່​ສະຖິຕິ​​ແລ້ວ, ​ເມື່ອ​ທຽບ​ໃສ່​ປີ 2020, ອັນດັບ​ຂອງ​ທ້ອງ​ຖິ່ນ​ທີ່​ມີ​ຄ່າໃຊ້ຈ່າຍ​ແພງ​ໃນ​ປີ 2021 ຈະ​ບໍ່​ປ່ຽນ​ແປງ​ຫຼາຍ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.