CIEM ຄາດ​ວ່າ GDP ຫ​ວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ຢູ່​ລະ​ດັບ 6,83% ໃນ​ປີ 2023

17:21 | 14/01/2023

ຍ​ສ​ໝ - ວັນ​ທີ 12 ມັງ​ກອນ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ CIEM ໄດ້​ປະ​ກາດ​ການ​ຄາດ​ຄະ​ເນ​ແງ່​ຫວັງ​ເສດ​ຖະ​ກິດ 2023, ດ້​ວຍ​ສອງ​ແບບແຜນ.

ທະນາຄານ UOB: ການເຕີບໂຕຂອງ GDP ຫວຽດນາມຈະບັນລຸ 6,6% ໃນປີ 2023 ທະນາຄານ UOB: ການເຕີບໂຕຂອງ GDP ຫວຽດນາມຈະບັນລຸ 6,6% ໃນປີ 2023
CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023 CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023
ພາບ​ປະ​ກອ​ບ: VnEconomy
ພາບ​ປະ​ກອ​ບ: VnEconomy

CIEM ຄາດ​ວ່າ GDP ຫ​ວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ຢູ່​ລະ​ດັບ 6,83%ໃນ​ປີ 2023

ວັນ​ທີ 12 ມັງ​ກອນ, ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ CIEM ໄດ້​ປະ​ກາດ​ການ​ຄາດ​ຄະ​ເນ​ແງ່​ຫວັງ​ເສດ​ຖະ​ກິດ 2023, ດ້​ວຍ​ສອງ​ແບບແຜນ.

ແບບແຜນທີ 1 ແມ່ນ​ແບບແຜນທີ່ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​​ທີ່​ສຸດ - ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2023 ອາດ​ຈະ​ບັນ​ລຸ​ລະ​ດັບ 6,47%. ລະ​ດັບ​ນີ້​ທຽບ​ເທົ່າ​ກັບ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ປີ 2023 ເຊິ່ງ​ລັດ​ຖະ​ບານ​ກຳ​ນົດ​ແມ່ນ 6,5%. ແບບແຜນ​ທີ 2 ການ​ເຕີບ​ໂຕ​ອາດ​ຈະ​ບັນ​ລຸເຖິງ 6,83%

"ຖ້າ​ສືບ​ຕໍ່​ປະ​ຕິ​ຮູບ​ໂດຍ​ໄວ, ເພີ່ມ​ທະ​ວີ​ສະ​ມັດ​ຕະ​ພາບ, ແບບແຜນທີ 2 ອາດ​ຈະ​ບັນ​ບ​ລຸ​ເປົ້າ​ໝາຍ” ທ່ານ ຫງວຽນ​ແອັງ​ເຢືອງ, ຫົວ​ໜ້າ​ຄະ​ນະ​ຄົ້ນ​ຄ້​ວາ​ສັງ​ລວມ (CIEM) ກ່າວ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເສດ​ຖະ​ກິດ ຫວຽດ​ນາມ ປີ 2022 ແລະ ​ແງ່​ຫວັງ 2023.

ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ, CIEM ກໍ່​ໄດ້​ປະ​ກາດ​ບົດ​ລາຍ​ງານ “ເສດ​ຖະ​ກິດ ຫວຽດ​ນາມ ປີ 2022 ແລະ ແງ່​ຫວັງ 2023” ໂດຍ CIEM ແລະ ອົງ​ການ​ຮ່ວມ​ມື​ພັດ​ທະ​ນາ ເຢຍ​ລະ​ມັນ​ ສົມ​ທົບ​ກັນ​ປະ​ຕິ​ບັດ. ຕາມ​ການ​ຕີ​ລາ​ຄາ​ຂອງ​ນັກ​ຊ່ຽວ​ຊານ, ໃນ​ປີ 2022 ຫວຽດ​ນາມ ​ໄດ້​ສືບ​ຕໍ່​ປະ​​ຕິ​ບັດ ການ​ປັບຕົວໃຫ້ແທດເໝາະ​ຢ່າງ​ປອດ​ໄພ, ມີ​ໄຫວ​ພິບ, ຄວບ​ຄຸມ​ພະ​ຍາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ”. ພະ​ຍ​າດ​ໂຄວິດ - 19 ສືບ​ຕໍ່​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຫວຽດ​ນາມ ໄດ້​ລົ​ບ​ລ້າງ​ບັນ​ດາ​ມາດ​ຕະ​ການ​ຈຳ​ກັດ​ຕໍ່​ການ​ເຂົ້າ​-ອອກ​ເມືອງ…

ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ. ລັດ​ຖະ​ບານ​ໄດ້​ມີ​ບັນ​ດາ​ການ​ກະ​ທຳ​ຂ້ຽວ​ຂາດ​ເພື່ອ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຄວາ​ມ​ຫຍຸ້ງ​ຍາ​ກ່ຽວ​ກັ​ບ​ແຫຼ່ງ​ສະ​ໜອງ​ນ້ຳ​ມັນ​ອາຍ​ແກັດ​ພາຍ​ໃນ​ປະ​ເທດ, ຫຼຸດ​ຜ່ອນ​ພາ​ສີ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ຕໍ່​ນ້ຳ​ມັນ​ອາຍ​ແກັດ ໄດ້​ຮັບ​ການ​ປະ​ຕິ​ບັດ​ໂດຍ​ດ່ວນ, ມີ​ປະ​ສິດ​ທິ​ຜົນ​ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍໃນການ​ນຳ​ໃຊ້​ນ້ຳ​ມັນ​ອາຍ​ແກັດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.

ຫວຽດ​ນາມສືບ​ຕໍ່​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ​ເສດ​ຖະ​ກິດ ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ເສດ​ຖະ​ກິດ​ທີ່​ໃຫຍ່​ກ່​ວາ, ມີ​ຄວາມ​ສະ​ດວກ​ກ​ວ່າ​ໃຫ້​ແກ່​ເຂດ​ເສດ​ຖະ​ກິດ​ເອ​ກະ​ຊົນ. ມີຫຼາຍ​ເນື້ອ​ໃນ, ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ໝູນ​ວຽນ, ພັດ​ທະ​ນາ​ເຂດ… ໄດ້​ຮັບ​ການ​ປະ​ກາດ. ວຽກ​ງານ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ກໍ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ປະ​ຕິ​ບັດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​ກ່​ວາ.

ການ​ເຄື່ອນ​ໄຫວ​ລົງ​ທຶນ​ໄດ້​ມີ​ການ​ຟື້ນ​ຟູ​ຢ່າງ​ຕັ້ງ​ໜ້າ. ຍອດ​ເງິນ​ລົງ​ທຶນ​ພັດ​ທະ​ນາ​ທົ່ວ​ສັງ​ຄົມ​ປີ 2022 ຄາດ​ວ່າ​ບັນ​ລຸ​ກ່​ວາ 3,2 ລ້ານ​ຕື້​ດົ່ງ, ເພີ່ມ​ຂຶ້ນ 11,2% ເມື່ອ​ທຽບ​ໃສ່​ກັບ​ປີ 2021, ສູງ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ຄວາມ​ໄວ​ໃນ​ການ​ເພີ່ມ​ຂຶ້ນ​ເງິນ​ລົງ​ທຶນ​ກ່ອນ​ເກີດ​ພະ​ຍາດ​ໂຄວິດ - 19. ການ​ລົງ​ທຶນ​ຂອງ​ພ​າກ​ລັດ ເພີ່ມ​ຂຶ້ນ​ໂດຍ​ໄວ​ທີ່​ສຸດ (14,6%), ຖັດ​ຈາກ​ນັ້ນ​ແມ່ນ​ເຂດ​ມີ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ (13,9%). ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ມີ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ, ແຕ່​ການ​ປ່ອຍ​ເງິນ​ລົງ​ທຶນ​ພາກ​ລັດ​ໃນ​ທົ່ວ​ປະ​ເທດ​ຍັງ​ຊ້າ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ແຜນ​ການ​ປີ 2022. ຍອດ​ທຶນ FDI ຈົດ​ທະ​ບຽ​ນ​ໄລ່​ຮອດ​ວັນ​ທີ 20 ທັນ​ວາ ປີ 2022 ບັນ​ລຸ 27,72 ຕື້ USD, ເທົ່າ 89% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.