ພິທີ​ເຄົາ​ລົບ​ທຸງ​ທີ່​ສັກ​ກະ​ລະ​ບູ​ຊາ​ຢູ່​ຈຸດ​ຕາ​ເວັ​ນ​ອອກ​ສຸດໃນ​ດິນ​ຕໍ່​ແຜ່ນ​ຂອງ​ປະ​ເທດ​ຊາດ

16:21 | 03/01/2023

ຍ​ສ​ໝ - ວັນ​ທີ 1 ມັງ​ກອນ, ຢູ່​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ ​ແຫຼມ​ດ້ຽນ (ຍັງ​ໄດ້​ເອ​ີ້ນ​ວ່າ ແຫຼມ ດ້າຍ​ແລງ) ຈຸດ​ຕາ​ເວັນ​ອອກ​ສຸດ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຮັບ​ແສງ​ຕາ​ເວັນ​​ທຳ​ອິດ​ຢູ່ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງຝຸ​ອຽນ ໄດ້​ເປັນ​ກຽດ​ຈັດ​ຕັ້ງ​ພິ​ທີ​ເຄົາ​ລົບ​ທຸງ​ຕົ້ນ​ປີ 2023.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ນາ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ ທ່ານ​ພົນ​ເອກ ຫວໍຫ​ງວຽນ​ຢາບ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເວ​ນາ​ຊູ​ເອ​ລາ ປະ​ຈຳ ຫວຽດ​ນາມ: ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຄົາ​ລົບ ທ່ານ​ພົນ​ເອກ ຫວໍຫ​ງວຽນ​ຢາບ
ການ​ນຳ ຫວຽດ​ນາມ ສົ່ງ​ສານແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ເຖິງ​ການ​ນຳ ອິນ​ໂດ​ເນ​ເຊຍ ຕໍ່​ການເສຍ​ຫາຍ​ຈາ​ກ​ເຫດ​ແຜ່ນ​ດິນ​ໄຫວ​​ ການ​ນຳ ຫວຽດ​ນາມ ສົ່ງ​ສານແບ່ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ເຖິງ​ການ​ນຳ ອິນ​ໂດ​ເນ​ເຊຍ ຕໍ່​ການເສຍ​ຫາຍ​ຈາ​ກ​ເຫດ​ແຜ່ນ​ດິນ​ໄຫວ​​
ພິທີ​ເຄົາ​ລົບ​ທຸງ​ທີ່​ສັກ​ກະ​ລະ​ບູ​ຊາ​ຢູ່​ຈຸດ​ຕາ​ເວັ​ນ​ອອກ​ສຸດໃນ​ດິນ​ຕໍ່​ແຜ່ນ​ຂອງ​ປະ​ເທດ​ຊາດ
ພິ​ທີ​ເຄົາ​ລົບ​ທຸງ (ພາບ: TTXVN)

ເຂົ້າ​ຮ່ວມ​ພິ​ທີ​ມີ​ສະ​ຫາຍ ເຈືອງ​ຮ່​ວາ​ບິ່ງ, ອະ​ດີດ​ກຳ​ມະ​ການ​ກົມ​ການ​ເມືອງ, ອະ​ດີດ​ຮອງ​ນາ​ຍົ​ກລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ, ກັບ​ພະ​ນັກ​ງານ, ນັກ​ຮົບ, ປະ​ຊາ​ຊົນ​ໃນ​ແຂວງ ແລະ ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼາຍ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​​ນາງຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຝຸ​ອຽນ ດ່າວ​ໝີ ​ເນັ້ນ​ໜັກ​ວ່າ: ພິ​ທີ​ເຄົາ​ລົບ​ທຸງ ຕ້ອນ​ຮັບ​ປີ​ໃໝ່​ຢູ່​ແຫຼມ​ດ້​າຍ​ແລ​ງ​ ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ ເພື່ອ​ແນ​ໃສ່​ສຶກ​ສາ​ຄວາມ​ຮັກ​ປະ​ເທດ​ຊາດ, ນ້ຳ​ໃຈ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ພະ​ນັກ​ງານ, ນັກ​ຮົບ, ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ ແລະ ປະ​ຊາ​ຊົນ. ການ​ເຄື່ອນ​ໄຫວ​ນີ້​ກໍ່​ແນ​ໃສ່​ລະ​ດົມ​ກຳ​ລັງ​ໃຈ​ຊາວ​ປະ​ມົງ ສືບ​ຕໍ່​ທຳ​ມາ​ຫາ​ກິນຢ​ູ່​ທະ​ເລ, ສ້າງ​ກຳ​ລັງ​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ນ້ອງໆ​ນັກ​ຮຽນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ບືນ​ຕົວ​ຂຶ້ນ​ໃນ​ກາ​ນ​ຮ່ຳ​ຮຽນ…

ເຂົ້າ​ຮ່ວມ​ພິ​ທີ​ເຄົາ​ລົບ​ທຸງ​ຕ້ອນ​ປີ​ໃໝ່, ນາງ ຫວໍ​ທິ​ຖຸຍ​ຢຸງ (ຕາ​ແສງ ຮ່​ວາ​ຮຽບ​ນາມ, ເທດ​ສະ​ບານ ດົງ​ຮ່​ວາ, ແຂວງ ຝຸ​ອຽນ) ໃຫ້​ຮູ້​ວ່າ ໂດຍເປັນຊາວ​ທ້ອງ​ຖິ່ນ, ລາວ​ມີ​ຄວາມ​ເປັນ​ກ​ຽດ ແລະ ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ້ອນ​ຮັບ​​ຮຸ່ງອາລຸນຍາມ​ເຊົ້​າ​ແຫ່ງ​ທຳ​ອິດຂອງມື້​ຢູ່ ຫວຽດ​ນາມ. ສະ​ຖານ​ທີ່​ແຫ່ງ​ນີ້​ມີ​ທິ​ວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ, ອາ​ກາດ​ປອດ​ໂປ່ງ​ເຢັນ​ສະ​ບາຍ, ມີ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ​ດັ່ງ​ນັ້ນ ເອື້ອຍ​ຢຸງ ຫວັງ​ວ່າ ຈະ​ມີຫຼາຍວ​ິ​ສາ​ຫະ​ກິດ​ລົງ​ທຶນ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ມາທີ່​ນີ້, ນຳ​ມາ​ເຊິ່ງ​ແຫຼ່ງ​ລາຍ​ຮັບ​ໃຫ້​ແກ່​ຊາວ​ທ້ອງ​ຖິ່ນ.

ທີ່​ພິ​ທີ, ສະ​ຫາຍ ເຈືອງ​ຮ່​ວາ​ບິ່ງ ໄດ້​ມອບ​ທຸງ​ຊ​າດ​ໃຫ້​ແກ່​ຊາວ​ປະ​ມົງ ແຂວງ​ຝຸ​ອຽນ, ມອບ​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ນັກ​ຮຽນ​ທຸກ​ຍາກ ແລະ ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບໍ​ລິ​ເວນ​ແຂວງ​ຝຸ​ອຽນ.

ພິ​ທີ​ເຄົາ​ລົບ​ທຸງ​ຍາມ​ຕົ້ນ​ປີ​ໃໝ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຈຸດ​ຕ​າ​ເວັນ​ອອກ​ສຸດ ຂອງປະ​ເທດ​ຊາດ ຫຼື​ຍັງ​ໄດ້​ເອີ້ນ​ວ່າ​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ພາບ​ພົດ​ການ​ທ່ອງ​ທ່ຽວ​ແຂວງ​ຝຸ​ອຽນ​ມາ​ຍັງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນຫຼາຍ.

ໂດຍ​ແມ່ນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຄົນ​ທຳ​ອິດທີ່​ມາ​ທ່ຽວແຫຼມ​ດ້າຍ​ແລງ ໃນ​ຊຸມ​ວັນ​ທຳ​ອິດ​ໃນ​ປີ ແລະ ໄດ້​ຮັບ​ຊໍ່​ດອກ​ໄມ້​ອວຍ​ພອນ​ຈາກ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ຝຸ​ອຽນ, ທ່ານ Michael Melzer ແຂກ​ທ່ອງ​ທ່ຽວຊາວ​ເຢຍ​ລະ​ມັນ​ແບ່ງ​ປັນ​ວ່າ ລຸງ​ໄດ້​ມາ​ທ່ຽວຫຼາຍ​ແຫ່ງ​ຢູ່ ຫວຽດ​ນາມ ແລ້ວ ແຕ່​ນີ້​ເປັນ​ຄັ້ງ​ທຳ​ອິດ ມາ​ທ່ຽວ​ຝຸ​ອຽນ. ເຂດ​ດິນ​ແດນ​ແຫ່ງ​ນີ້​ມີ​ທິ​ວ​ທັດ​ທຳ​ມະ​ຊາດຫຼາຍ​ແຫ່ງ​ທີ່​ສວຍ​ງາມ. ທ່ານ Michael Melzer ເລືອກ​ເອົາ​ແຫຼມ​ດ້າຍ​ແລງ​ ແມ່ນ​ສະ​ຖານ​ທີ່​ມາ​ທ່ອງ​ທ່ຽວ​ໃນ​ຊຸມ​ວັນ​ຕົ້ນ​ປີ ດ້ວຍ​ຄວາມ​ຫວັງ​ຢາກ​ຮັບ​ຊົມ​ຮຸ່ງ​ອາລຸນເຊົ້າ​ຢູ່​ແຫ່ງ​ນີ້.

ດ້ວຍ​ທ່າ​ໄດ້​ປຽບຫຼາຍ​ຢ່າງ ກ່ຽວ​ກັບ​ທິ​ວ​ທັດ​ທຳ​ມະ​ຊາດ, ຮ່ອງ​ຮອຍ​ປະ​ຫວັດ​ສາດ ແລະ ຊາວ​ທ້ອງ​ຖິ່ນ​ທີ່​ມີ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ແຂກ​ຄົນ ແລະ ໃຈດີ​, ຝຸ​ອຽນ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດີ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ, ເພື່ອນ​ມິດ​ສາ​ກົນ. ການ​ທ່ອງ​ທ່ຽວ​ຝຸ​ອຽນ​ ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 2,4 ລ້ານ​ຄົນ (ໃນ​ນັນ​ມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 15.000 ຄົນ) ແລະ ອາດ​ຈະຫຼາຍ​ກ່​ວາ​ໃນ​ປີ 2023. ໃນ​ອະ​ນາ​ຄົດ, ທ້ອງ​ຖິ່ນ​ກຳ​ນົດ​ທິດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ສູນ​ທ່ອງ​ທ່ຽວ​ຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ແຫ່ງ​ຊາດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.