ສີ​ສັນ ຫວຽດ​ນາມ ຢູ່​ວຽງ​ຈັນ

00:00 | 11/08/2023

ຍ​ສ​ໝ - ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ ໄດ້​ສົມ​ທົບ​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ມີ​ຊື່​ວ່າ ສີ​ສັນ ຫວຽດ​ນາມ ແລະ ນ້ຳ​ໃຈ​ມິດ​ຕ​ະ​ພາບ ຫວຽດ - ລາວ

ຜູ້​ເຊຍ ຫວຽດ​ນາມ ສ້າງ​ບັນ​ຍາ​ກາດ​ຢູ່ ວຽງ​ຈັນ ຜູ້​ເຊຍ ຫວຽດ​ນາມ ສ້າງ​ບັນ​ຍາ​ກາດ​ຢູ່ ວຽງ​ຈັນ
ຮ່າ​ໂນ້ຍ - ວຽງ​ຈັນ: ສາຍຈິດມິດໃຈທີ່ເລິກເຊິ່ງ, ຮ່ວມ​ເດີນທາງພັດ​ທະ​ນາ ຮ່າ​ໂນ້ຍ - ວຽງ​ຈັນ: ສາຍຈິດມິດໃຈທີ່ເລິກເຊິ່ງ, ຮ່ວມ​ເດີນທາງພັດ​ທະ​ນາ
ລາຍ​ການ​ສະ​ແດງ​ສິ​ລະ​ປະ (ພາບ: TTXVN)
ລາຍ​ການ​ສະ​ແດງ​ສິ​ລະ​ປະ (ພາບ: TTXVN)

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ປະ​ຈຳ ລາວ​ແລ້ວ, ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາກ​ານ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ຂ່ຳ​ນັບ​ຮັບ​ຕ້ອນ​ຜົນ​ສຳ​ເລັດປີ​ສ​າ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ 2022. ເຂົ້າ​ຮ່ວມ​ລາຍ​ການ​ມີ​ທ່ານ​ນາງ ຫວູ​ຕູ​ແອ​ວັງ, ທູດ​ທີ່ປຶກສາປະ​ຈຳ​ຄະ​ນະ​ປະ​ຕິ​ບັດ​ວຽກ​ງານ​ປະ​ຊາ​ຄົມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ຢູ່​ນະ​ຄອນຫຼວງວຽງ​ຈັນ, ຜູ້​ຕາງ​ໜ້າ​ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ລາວ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ໄທ - ຫວຽດ ແຂວງ​ໜອງຄາຍ (ໄທ), ພ້ອມ​ກັບ​ຄ​ູ​ສອນ​ນັກ​ຮຽນ​ໂຮງ​ຮຽນ​ສອງ​ພາ​ສາ ຫວຽດ​ - ລາວ ຫງວຽນ​ຢູ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ​ເລ​ແອັງ​ດຶກ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ມາ​ຄົມ​ຫວຽດ​ນາມ ນະ​ຄອນຫຼວງວຽງ​ຈັນ ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ, ນຳ​ນ້ຳ​ໃຈ​ບ້ານ​ເກີດ​ເມືອງນອນ, ຄວາມ​ງາມ​ປະ​ເທດ​ຊາດ​ ໄປ​ຍັງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ​ເວົ້າ​ລວມ ແລະ ນະ​ຄອນຫຼວງວຽງ​ຈັນ ​ເວົ້າ​ສະ​ເພາະ ຜ່ານ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ພົ້ນ​ເດັ່ນ, ປະ​ທັບ​ໃຈ.

ກໍ່​ທີ່​ພິ​ທີ, ທ່​ານ ເຈິ່ນ​ຮູຍ​ຕວານ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ກະ​ຊວງວັດ​ທ​ະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ໃຫ້​ຮູ້​ວ່າ ນີ້​ແມ່ນ​ຂອງ​ຂວັນ​ທາງ​ດ້ານ​ຈິດ​ໃຈ​ທີ່​ມີ​ປະ​ໂຫຍດ​ເພືື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເຊື່ອ​ໝັ້ນໃນ​ການ​ດຳ​ລົງ​ຊີ​ວິດ, ມາ​ນະ​ພະ​ຍາ​ຍາມ​ກ່​ວາ​ອີກ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຄອບ​ຄົວ​ປະ​ກອບ​ສ່ວນ​ສ້າງ​ເສດ​ຖະ​ກິດ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

ໃນ​ບັນ​ຍາ​ກາດອັນ​ອົບ​ອຸ່ນ​ທ່າມ​ກາງ​ອາ​ກາດ​ຂ້ອນຂ້າງໜາວ​​ຂອງ​ນະ​ຄອນຫຼວງວຽງ​ຈັນ, ບັນ​ດາ​ຜູ້​ແທນ​ພ້ອມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ແລະ ແຂກ​ຖືກ​ເຊີນ​ໄດ້​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຂອງ​ນັກ​ສິ​ລະ​ປະ​ການ ສັງກັດ​ໂຮງ​ລະ​ຄອນ​ສະ​ແດງ​ສິ​ລະ​ປະ​ຍຸກ​ສະ​ໄໝ​ຫວຽດ​ນາມ ທີ່​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ງາມ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ຍ້ອງ​ຍໍ​ຊົມ​ເຊີຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່​ລະ​ຫວາງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ​ອ້າຍ​ນ້ອງ.

ບຸນ​ຄົງ

302 Found

Found

The document has moved here.