KOICA ໜູນ​ຊ່ວຍ​ເກືອບ 8,5 ລ້ານ USD ​ເພື່ອ​ສ້າງ​ມະຫາວິທະຍາ​ໄລ​ດີ​ຈີ​ຕອນ​ຢູ່ ຫວຽດນາມ

08:19 | 26/12/2022

ຕາມ​ນັ້ນ​ແລ້ວ, ​ໂຄງການ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 8,5 ລ້ານ USD, ​ໃນ​ນັ້ນ 7,7 ລ້ານ USD ​ໄດ້ຄັດ​ຈາກ​ແຫຼ່ງທຶນຊ່ວຍ​ເຫຼືອລ້າ ODA ຂອງ​ລັດຖະບານ ສ.​ເກົາຫຼີ ຜ່ານ KOICA.

ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​
USAID  ແລະ KOICA ເຊັນບົດບັນທຶກຊ່ວຍຈໍາ ສະບັບທໍາອິດ ຢູ່ຫວຽດນາມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມ USAID ແລະ KOICA ເຊັນບົດບັນທຶກຊ່ວຍຈໍາ ສະບັບທໍາອິດ ຢູ່ຫວຽດນາມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມ

ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ແລະ ສື່ສານ ຫວຽດນາມ - ສ.​ເກົາຫຼີ (VKU), ມະຫາວິທະຍາ​ໄລ​ດາ​ນັ້ງ, ອົງການ​ຮ່ວມ​ມື​ສາກົນ ສ.​ເກົາຫຼີ (KOICA) ​ໄດ້​ຈັດ​ຕັ້ງ​ພິທີເລີ່ມດໍາເນີນໂຄງການ “​ຍົກສູງ​ກຳລັງ​ຄວາມ​ສາມາດ​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ບໍລິຫານ ​ແລະ ຄົ້ນຄວ້າ​ຂອງ ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ສື່ສານ​ ຫວຽດນາມ-ສ.​ເກົາຫຼີ ​ໄລຍະ 2022 – 2027”.

KOICA hỗ trợ gần 8.5 triệu USD xây dựng trường đại học số tại Việt Nam

KOICA ໜູນ​ຊ່ວຍ​ເກືອບ 8,5 ລ້ານ USD ​ເພື່ອ​ສ້າງ​ມະຫາວິທະຍາ​ໄລ​ດີ​ຈີ​ຕອນ​ຢູ່ ຫວຽດນາມ.

ຕາມ​ນັ້ນ​ແລ້ວ, ​ໂຄງການ​ມີ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 8,5 ລ້ານ USD, ​ໃນ​ນັ້ນ 7,7 ລ້ານ USD ​ໄດ້ຄັດ​ຈາກ​ແຫຼ່ງທຶນຊ່ວຍ​ເຫຼືອລ້າ ODA ຂອງ​ລັດຖະບານ ສ.​ເກົາຫຼີ ຜ່ານ KOICA.

​ເປົ້າ​ໝາຍ​ຂອງ​ໂຄງການ​ແມ່ນ​ສ້າງ VKU ​ໃຫ້​ກາຍ​ເປັນ​ມະຫາວິທະຍາ​ໄລ​ດີຕີ​ຕອນ​ແຫ່ງ​ທຳ​ອິດ​ຢູ່​ພາກ​ກາງ, ລວມມີ ​ພື້ນຖານ​ໂຄງ​ລ່າງ​ດີ​ຈີ​ຕອນ, ລະບົບ​ເຊີບ​ເວີ, ອຸປະກອນ, ລະບົບ, ກົນ​ຈັກອັດສະລິຍະ ​ແລະ ​ທັນ​ສະ​ໄໝ...

ໂຄງການດັ່ງກ່າວກໍ່ຈະບຳລຸງສ້າງ ແລະ ພັດທະນາຖັນແຖວຄູ ອາຈານໃຫ້ມີຄຸນວຸດທິສູງ, ເກັ່ງດ້ານວິຊາສະເພາະ, ເປັນມືອາຊີບ ແລະ ມີຄວາມສາມາດໃນການຄົ້ນຄວ້າຕາມມາດຕະຖານສາກົນ. ພິ​ເສດ​ແມ່ນ​ໂຄງການ​ຈະ​ຊຸກຍູ້​ການ​ປ່ຽນແປງໃໝ່ປະດິດ​ສ້າງ, ຄົ້ນ​ຄ້ວາ, ເລີ່ມທຸລະກິດ, ການ​ເຊື່ອມ​ໂຍງ​ວິສາຫະ​ກິດ, ການ​ແລກປ່ຽນ​ດ້ານ​ວັດທະນະທຳ ​ແລະ ວິຊາ​ການ​ກັບ​ໂລກ ​ແລະ ສ.​ເກົາຫຼີ.

ທ່ານ ໂຈຮານແດວ (Cho Han Deog), ຜູ້ອໍານວຍການແຫ່ງຊາດ KOICA ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ: KOICA ພວມສຸມໃສ່ບັນດາໂຄງການການສຶກສາຊັ້ນສູງ ໃນຫຼາຍຂົງເຂດ, ມຸ່ງໄປເຖິງການເພີ່ມທະວີ ລະບົບນະວັດຕະກໍາແຫ່ງຊາດ (NIS) ເພື່ອຊ່ວຍໃຫ້ ຫວຽດນາມ ບັນລຸການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ໜຶ່ງໃນບັນດາກຳລັງຊຸກຍູ້ການເຕີບໂຕຂອງຫວຽດນາມ ໃນອະນາຄົດແມ່ນການພັດທະນາເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງດ້ານເຕັກໂນໂລຊີຂໍ້ມູນຂ່າວສານ. ໂຄງການຊ່ວຍເຫຼືອ ຍົກສູງຄວາມສາມາດ ດ້ານການສຶກສາ, ບຳລຸງສ້າງ, ຄຸ້ມຄອງ ແລະ ຄົ້ນຄວ້າໂຮງຮຽນໂນໂລຊີ ຂໍ້ມູນຂ່າວສານ ແລະ ສື່ສານ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ສານທີ່ເໝາະສົມ ແລະ ທັນການກັບຍຸດທະສາດເຕີບໂຕຂອງຫວຽດນາມ.

ບູນມີ

Tags: KOICA

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.