ໃນຫຼາຍປີມານີ້ ໝູ່ເກາະ ກ໋າດບ່າ (ຫ້າຍຟ່ອງ) ຂອງອ່າວ ລານຮະ ໄກ້ກັບ ອ່າວ ຮະລ໋ອງ ໂດ່ງດັງຂື້ນມາ ແລະ ດຶງດູດນັດທ່ອງທ່ຽວກໍ່ຄືຜຸ່ຄົນມາພັກອາໄສຢູ່ທີ່ນີ້ນັບມື້ນັບຫຼາຍຂື້ນ. ເມື່ອອອກມາຈາກສູນກາງຂອງ ກ໋າດບ່າ ນັກທ່ອງທ່ຽວຈະມາຮອດຊາຍຫາດ ກ໋າດກໍ່ 2 , ໜຶ່ງໃນຊາຍຫາດທີ່ມີຄວາມສະຫງົບ ບັນຍາກາດສະອອນໃຈ ທີ່ສຸດຂອງ ກ໋າດບ່າ, ສາມາດທີ່ຈະພັກເຊົາໄດ້ຕາມບັນດາ bungalow ( ບ້ານພັກຊັ້ນດຽວມີຊາຍຄາກ້ວາງ) ຊົມວີວ ທິວທັດທີ່ສວຍງາມຂອງສາຍພູຫີນປູນອ້ອມຮອບອ່າວ, ຕາມ Thrillist.
![]() |
ກ໋າດບ່າ, ອ່າວ ລານຮະ
ສະຖານທີ່ທ່ອງທ່ຽວອື່ນຂອງຫວຽດນາມ ທີ່ມີລາຍຊື່ໃນການຈັດອັນດັບຫາດຊາຍທີ່ງາມທີ່ສຸດຂອງ ອາຊີຕາເວັນອອກສ່ຽງໃຕ້ເທື່ອນີ້ແມ່ນ ບ໋າຍເທີມ, ຟູ໋ກ໋ວກ(ແຂວງ ກຽນຢາງ). ຟູ໋ກ໋ວກພື້ນຖານຖືກຮູ້ເຖິງຍ້ອນມີຫາດສະຫວັນຂອງຫວຽດນມ ແຕ່ກຳລັງຖືກຜົນກະທົບຈາກນັກທ່ອງທ່ຽວໃໝ່ເຂົ້າມາ ແລະ ຖິ້ມຂີ້ເຫຍື້ອ ສິ່ງປະຕິກູນໃສ່ຊາຍຫາດ.
ເຖິງຢ່າງໃດກໍ່ຕາມ ທີ່ ຟູ໋ກ໋ວກ ເມື່ອນັກທ່ອງທ່ຽວມາ ບ໋າຍເທີມ ຈະມີຄວາມຮູ້ສຶກວ່າແຕກຕ່າງ. ບ໋າຍເທີມ ນອນຊົ້ນຢູ່ພາຍໃຕ້ປີກຂອງພູເຂົາທີ່ກວ້າງໃຫຍ່, ຫ່າງໄກຈາກສູນກາງ ແລະ ເປັນຈຸດໝາຍໃໝ່ຂອງນັກທ່ອງທ່ຽວ ສາມາດເຮັດໃຫ້ນັກທ່ອງທ່ຽວໄດ້ປະສົບການ ນອກນີ້ Thrillist ຍັງຈັດອັນດັບບັນດາຫາດຊາຍທີ່ງາມທີ່ສຸດຂອງ ອາຊີຕາເວັນອອກສ່ຽງໃຕ້ ຄື: ພັດທະຍາ, ອ່າວເຂົາຄວາຍ (ໄທ), ມິລາ ແລະ ບາໂກ (ມາເລເຊຍ), ກີລິ ຕຼະວັນການ ແລະ ປູເລົາ ຕ໋ວງກູ (ອິນໂດເນເຊຍ), ໂອແທດສ ແລະ ໂລນລີ(ກຳປູເຈຍ) . ໜ້າສົນໃຈສຳລັບນັກທ່ອງທ່ຽວທີ່ມັກຄົ້ນຫາໂລກກວ້າງ.
(ຫັດທະບູນ)