ກອງ​ປະ​ຊຸມ​ພົບ​ປະ​ວິ​ສາ​ຫະ​ກິດຫວຽດ​ນາມ ຢູ່​ລາວ ປີ 2022

07:35 | 13/12/2022

ກອງ​ປະ​ຊຸມ​ພົບ​ປະ​ວິ​ສາ​ຫະ​ກິດຫວຽດ​ນາມ ປະ​ຈຳ ລາວ ປີ 2022 ຈະ​ດຳ​ເນີນ​ຢູ່​ນະ​ຄອນຫຼວງວຽງ​ຈັນ ​ໃນ​ວັນ​ທີ 9 ທັນ​ວາ.

WB ຄາດ​ວ່ານັບ​ແຕ່​ປີ 2022, ເສດ​ຖະ​ກິດຫວຽດ​ນາມຈະຟື້ນ​ຟູ​ກັບ​ຄືນ​ລະ​ດັບ 6,5 – 7% WB ຄາດ​ວ່ານັບ​ແຕ່​ປີ 2022, ເສດ​ຖະ​ກິດຫວຽດ​ນາມຈະຟື້ນ​ຟູ​ກັບ​ຄືນ​ລະ​ດັບ 6,5 – 7%
ເສດ​ຖະ​ກິດຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວພາຍຫຼັງສິ້ນ​ສຸດ​​ໂລກລະບາດ​ໂຄ​ວິດ - 19 ເສດ​ຖະ​ກິດຫວຽດ​ນາມ​ຈະ​ຟື້ນຕົວ​ຄືນ​ໃໝ່​ໂດຍໄວພາຍຫຼັງສິ້ນ​ສຸດ​​ໂລກລະບາດ​ໂຄ​ວິດ - 19
ພາບ​ປະ​ກອບ:
ພາບ​ປະ​ກອບ

ເປົ້າ​ໝາຍ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ເພື່ອ​ກະ​ກຽມ​ໃຫ້​ແກ່​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 45 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ລາວ - ຫວຽດ​ນາມ. ໃນ​ຂອບ​ເຂດ​ຂອງກອງ​ປະ​ຊຸມ, ຜູ້​ແທນ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ປະ​ຈຳ ລາວ ກໍ່​ຈະ​ລາຍ​ງານ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​ທີ່ຍັງ​ຄົງຄ້າງ ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດຫວຽດ​ນາມ ​ຢູ່​ລາວ. ຜ່ານ​ນັ້ນ ຈະ​ຊອກ​ຫາ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ, ພ້ອມ​ທັງ​ສ້າງ​ກຳ​ລັງ​ໜູນ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ວິ​ສາ​ຫະ​ກິດຫວຽດ​ນາມ ຢູ່​ລາວ ຫຼາຍ​ກ່​ວາ​ອີກ.

ກອງ​ປະ​ຊຸມ​ຄັ້ງ​ນີ້ ຈະ​ຊ່ວຍ​ເພີ່ມ​ທະ​ວີ​ການ​ຕິດ​ພັນ ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດຫວຽດ​ນາມ ໃນ​ປະ​ເທດ​ລາວ, ສ້າງ​ເຄືອ​ຂ່າຍ​ຂໍ້​ມູນ​ເພື່ອ​ແນ​ໃສ່​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ໃນ​ບັນ​ດາ​ຂົງ​ເຂດ​ດຳ​ເນີນ​ທຸ​ລະ​ກິດ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ພັດ​ທະ​ນາ ເພື່ອໃຫ້​ມີ​ການ​ປະ​ກອບ​ສ່ວນເຂົ້າ​ໃນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ສອງ​ປະ​ເທດຫຼາຍ​ກ່​ວາ​ອີກ.

ກອ່ນ​ໜ້າ​ນັ້ນ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາວ​ຢ່າງ​ເປັນ​ທາງ​ການ, ຕ່ອນ​ບ່າຍ​ວັນ​ທີ 15 ພຶດ​ສະ​ພາ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ແລະ ຄະ​ນະ​ຜູ້​ແທນຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ວິ​ສາ​ຫະ​ກິດຫວຽດ​ນາມ ປະ​ຈຳ​ລາວ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເນັ້ນ​ໜັ້ກ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຕ້ອງ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ການ​ຄ້າ, ການ​ລົງ​ທຶນ​ໃຫ້​ສົມ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ການ​ທູດ​ສອງ​ປະ​ເທດ, ການ​ພົວ​ພັນແບບຢ່າງ, ​ສັດ​ຊື່​ບໍ​ລິ​ສຸດ​ທີ່​ຫາ​ຍາກ, ຄືອ້າຍນ້ອງ​ໃນ​ຄອບ​ຄົວ​ດຽວ​ກັນ.

ປັດ​ຈຸ​ບັນ ຫວຽດ​ນາມ ຢືນ​ຢູ່​ອັນ​ດັບ​ທີ 3 ໃນ​ຈຳ​ນວນບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ມາ​ລົງ​ທຶນ​ຢູ່ລາວ ດ້ວຍຍອດ​ເງິນ​ລົງ​ທຶນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ແມ່ນ ຫຼາຍ​ກ່​ວາ 5 ຕື້ USD. ໃນ​ຊຸມ​ປີ​ຜ່ານ​ມາ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດຫວຽດ​ນາມ ປະ​ຈຳ ລາວ ໄດ້ມີ​ການ​ປະ​ກອບ​ສ່ວ​ນຫຼາຍ​ຢ່າງ​ເຂົ້າໃນ​ບັນ​ດ​າການ​ເຄື່ອນ​ໄຫ​ວ​ໜູນ​ຊ່ວຍ​ສັງ​ຄົມ​ຂອງລາວ, ສ້າງຫຼາຍ​ພື້ນ​ຖານ​ໂຄງ​ລ່າງ, ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ​ລາວ​ນັບ​ພັນ​ຄົນ, ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.