ສ້າງກໍາລັງໜູນຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ-ນິວຊີແລນ

16:57 | 11/12/2022

ໃນຂອບເຂດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ຫວ່າງແລ້ວນີ້, ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບທ່ານນາງ Jacinda Ardern ນາຍົກລັດຖະມົນຕີ ນິວຊີແລນ ທີ່ສໍານັກງານສະພາແຫ່ງຊາດ ນິວຊີແລນ.

ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ນິວຊີແລນ
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນການພົວພັນກັບນິວຊີແລນ ແລະປາດຖະໜາຢາກຊຸກຍູ້ການພົວພັນໃນທຸກຂົງເຂດ ກໍ່ຄືໃນທຸກຊ່ອງກວ່າອີກ. ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືດ້ານການບິນ, ການທ່ອງທ່ຽວຫຼາຍກວ່າ, ສ້າງຕັ້ງສາຍການບິນໂດຍກົງລະຫວ່າງສອງປະເທດ, ອໍານວຍຄວາມສະດວກໃຫ້ນັກທຸລະກິດ ແລະນັກທ່ອງທ່ຽວໄປມາ. ທ່ານ ເວືອງດິ່ງເຫວ້ ສະເໜີ ນິວຊີແລນ ພິຈາລະນາຍົກເລີກຮົ້ວກີດຂວາງດ້ານການຄ້າ, ຫຼີກລ້ຽງການນໍາໃຊ້ບັນດາມາດຕະການປົກປ້ອງການຄ້າເພື່ອແນໃສ່ສ້າງເງື່ອນໄຂຫຼາຍສຸດໃຫ້ການຄ້າສອງຝ່າຍ; ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມວິສາຫະກິດສອງຝ່າຍແລກປ່ຽນ, ພົບປະເພື່ອແນໃສ່ຊຸກຍູ້ວິວັດການແລກປ່ຽນການຄ້າ ແລະການລົງທຶນ; ຜັນຂະຫຍາຍບັນດາລາຍການສົ່ງເສີມການຄ້າ; ທ່ານ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະນໍາເຂົ້າສິນຄ້າຂອງນິວຊີແລນ ແລະປາດຖະໜາຢາກສົ່ງອອກບັນດາຜະລິດຕະພັນ, ເປັນຕົ້ນແມ່ນຜະລິດຕະພັນກະເສດໄປຍັງ ນິວຊີແລນ.

ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານນາງ Jacinda Ardern ນາຍົກລັດຖະມົນຕີນິວຊີແລນ ທີ່ສໍານັກງານສະພາແຫ່ງຊາດນິວຊີແລນ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາງ Jacinda Ardern ເນັ້ນໜັກວ່າ ການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ ຄັ້ງນີ້ ຂອງທ່ານ ເວືອງດິ່ງເຫວ້ ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ໃນທຸກຂົງເຂດກວ່າອີກ, ໃນນັ້ນມີເສດຖະກິດ-ການຄ້າ, ກະສິກໍາ, ການສຶກສາ-ກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ... ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້, ທ່ານນາງ Jacinda Ardern ຖືວ່າ, ດ້ວຍບັນດາໝາກຜົນທີ່ດີງາມຂອງບັນດາການຢ້ຽມຢາມ, ໃນນັ້ນມີສອງເວທີປາໄສຮ່ວມມືດ້ານເສດຖະກິດ ທີ່ຈັດຕັ້ງປະສົບຜົນສໍາເລັດຢູ່ສອງປະເທດ, ນິວຊີແລນ ປາດຖະໜາຢາກສືບຕໍ່ຊອກຮູ້ຕະຫຼາດ ແລະບັນດາກາລະໂອກາດຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນ ກັບຫວຽດນາມ. ທ່ານນາງ Jacinda Ardern ປາດຖະໜາວ່າສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂໃຫ້ຜູ້ອອກແຮງງານຫວຽດນາມ, ເປັນຕົ້ນແມ່ນຜູ້ອອກແຮງງານທີ່ມີສີມືການຊ່າງສູງເຮັດວຽກຢູ່ນິວຊີແລນ, ບຸລິມະສິດຜູ້ອອກແຮງງານໃນບັນດາຂົງເຂດສາທາລະນະສຸກ, ກໍ່ສ້າງ ແລະກະສິກໍາ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.