ສະຫາຍພົນໂທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສິລະປະກອນເຂດ 4 ກອງທັບປະຊາຊົນຫວຽດນາມ

15:08 | 07/08/2018

ມື້ວານນີ້ ທີ່ກະຊວງປ້ອງກັນປະເທດສະຫາຍພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະສິລະປະກອນທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ເຊິ່ງນໍາໂດຍສະຫາຍພັນໂທ ຟານເທ້ຮ້ຽນ ຊ່ວຍວຽກໂຄສະນາຫ້ອງການເມືອງທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໃນໂອກາດທີ່ຄະນະເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ

ໃນລະຫວ່າງວັນທີ 5-15 ສິງຫາ 2018. ໂອກາດນີ້, ທ່ານພົນໂທ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງຕໍ່ການມາຢ້ຽມຢາມ ແລະສະແດງຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງຖືວ່າເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານໃນຂົງເຂດການແລກປ່ຽນສິລະປະວັດທະນະທຳເຊິ່ງກັນ ແລະກັນລະຫວ່າງສອງກອງທັບ ລາວ-ຫວຽດນາມ, ການມາສະແດງຄັ້ງນີ້ບໍ່ພຽງແຕ່ເປັນການສະແດງສິລະປະເພື່ອສ້າງຄວາມເບີກບານມ່ວນຊື່ນເທົ່ານັ້ນແຕ່ຍັງເປັນການຮັດແຫນ້ນຄວາມສາມັກຄີລະຫວ່າງສອງຊາດ, ສອງກອງທັບໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ແລະສຸດທ້າຍທ່ານຫົວຫນ້າກົມໃຫຍ່ການເມືອງກອງທັບ ໄດ້ອວຍພອນໃຫ້ຄະນະຈົ່ງປະສົບຜົນສຳເລັດໃນຫນ້າທີ່ການມາສະແດງມິດຕະພາຍຢູ່ ສປປ ລາວ ຄັ້ງນີ້ດ້ວຍຄວາມຈົບງາມ.

ສະຫາຍພົນໂທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສິລະປະກອນເຂດ 4 ກອງທັບປະຊາຊົນຫວຽດນາມ

ສະຫາຍພົນໂທ ວິໄລ ຫຼ້າຄຳຟອງ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະສິລະປະກອນເຂດ 4 ກອງທັບປະຊາຊົນຫວຽດນາມ. (ພາບ: kongthap.gov.la)

ທ່ານພັນໂທ ຟານເທ້ຮ້ຽນ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຫົວຫນ້າກົມໃຫຍ່ການ ເມືອງກອງທັບປະຊາຊົນລາວ ແລະມີຄວາມດີອົກດີໃຈເປັນຢ່າງຍິ່ງຕັ້ງແຕ່ວິນາທີທຳອິດທີ່ໄດ້ເຫັນຄະນະຝ່າຍລາວເອົາໃຈໃສ່ໄປຕ້ອນຮັບຢູ່ດ່ານຊາຍແດນ, ເຊິ່ງນຳໂດຍ ພັນເອກ ສີພອນ ແກ້ວສະໄໝ ຮອງຫົວຫນ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ພ້ອມທັງສະແດງຄວາມເຊື່ອຫມັ້ນວ່າການມາສະແດງຢູ່ລາວ ຄັ້ງນີ້ຈະເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບທີ່ຢູ່ກົມໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ-ສອງກອງທັບ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນຍິ່ງຈະໄດ້ຮັບການເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ຫຼັງຈາກເຂົ້າຢ້ຽມຂ່ຳນັບທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ແລ້ວຄະນະສິລະປະກອນທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ສຳຄັນຕ່າງໆໃນນະຄອນຫຼວງວຽງຈັນ ເຊັ່ນ: ພະທາດຫຼວງວຽງຈັນ, ປະຕູໄຊ, ຫໍພະແກ້ວ, ວັດສີສະເກດ ແລະ ຍັງຈະໄປທ່ຽວຊົມເຂື່ອນໄຟຟ້ານ້ຳງຶ່ມ 1 ອີກດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.