ຫວຽດນາມ - ກໍາປູເຈຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

09:14 | 04/11/2019

ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ພິທີຕ້ອນຮັບທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ໂດຍພາຍໃຕ້ການເປັນປະທານຂອງທ່ານພົນເອກ Vong Pisen, ຜູ້ບັນຊາການທະຫານສູງສຸດກອງທັບລາດຊະວົງ ກໍາປູເຈຍ.

ທີ່ການພົບປະເຈລະຈາ, ທ່ານພົນເອກ Vong Pisen ໄດ້ຊົມເຊີຍທ່ານພົນໂທ ຟານວັນຢາງ ພ້ອມດ້ວຍຄະນະປະຕິບັດງານທີ່ມາຢ້ຽມຢາມກໍາປູເຈຍ ຢ່າງເປັນທາງການ, ຢັ້ງຢືນວ່າການຢ້ຽມຢາມມີຄວາມໝາຍສໍາຄັນໃນການຕີລາຄາຜົນການສົມທົບກັນ ແລະຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານປ້ອງກັນຊາດ ໃນໄລຍະຜ່ານມາລະຫວ່າງສອງປະເທດ, ສອງກອງທັບ.

ຫວຽດນາມ - ກໍາປູເຈຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

ທ່ານພົນເອກ Vong Pisen ເປັນປະທານພິທີຕ້ອນຮັບທ່ານພົນໂທ ຟານວັນຢາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. (ພາບ: qdnd.vn)

ຕາງໜ້າກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນໂທ ຟານວັນຢາງ ໄດ້ອວຍພອນໃຫ້ນາຍ ແລະພົນທະຫານ, ນັກຮົບກອງທັບລາດຊະວົງກໍາປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບລາດຊະວົງກໍາປູເຈຍ ຄົບຮອບ 66 ປີ (9-11-1953 / 9-11-2019), ອວຍພອນກອງທັບລາດຊະວົງກໍາປູເຈຍ ນັບມື້ເຕີຍໃຫຍ່ເຂັ້ມແຂງ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.

ກໍທີ່ການພົບປະເຈລະຈາ, ທ່ານພົນເອກ Vong Pisen ຢັ້ງຢືນເຖິງການສະໜັບ ແລະມີຄວາມເຊື່ອໝັ້ນຕໍ່ຜົນສໍາເລັດຂອງຫວຽດນາມ ໃນປີເປັນປະທານໝູນວຽນອາຊຽນ 2020 ກໍຄືຈັດຕັ້ງກອງປະຊຸມຜູ້ບັນຊາການທະຫານສູງສຸດບັນດາປະເທດອາຊຽນ ທີ່ຈະມາເຖິງ.

ຫວຽດນາມ - ກໍາປູເຈຍ ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

ານພົນໂທ ຟານວັນຢາງ ເຂົ້າຢ້ຽມຂໍ່ານັບທ່ານພົນເອກ Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. (ພາບ: qdnd.vn)

ເຫັນດີເຫັນພ້ອມກັບການຕີລາຄາຂອງທ່ານພົນເອກ Vong Pisen, ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ຫວຽດນາມ ແລະກໍາປູເຈຍ ແມ່ນສອງປະເທດ “ບ້ານໃກ້ເຮືອນຄຽງທີ່ດີງາມ, ມີມິດຕະພາບທີ່ເປັນມູນເຊື້ອ, ມີການຮ່ວມມືຮອບດ້ານ, ຍືນຍົງຍາວນານ”, ຫວຽດນາມ ຍາມໃດກໍປາດຖະໜາຢາກໃຫ້ກໍາປູເຈຍ ມີຄວາມໝັ້ນຄົງ ແລະພັດທະນາ. ໃນໄລຍະຈະມາເຖິງ, ທ່ານພົນໂທ ຟານວັນຢາງ ປາດຖະໜາວ່າ, ສອງຝ່າຍຈະຕັ້ງໜ້າ, ເປັນເຈົ້າການໃນການເປັນເສນາທິການໃຫ້ແກ່ລັດຖະບານ ແລະກະຊວງປ້ອງກັນປະເທດສອງປະເທດ ຍູ້ແຮງວຽກງານຂີດເສັ້ນ ແລະປັກຫຼັກໝາຍຊາຍແດນ, ສ້າງເງື່ອນໄຂໃຫ້ແກ່ພົນລະເມືອງຫວຽດນາມ ທີ່ດໍາລົງຊີວິດຢູ່ກໍາປູເຈຍ; ເອົາໃຈໃສ່ເຖິງວຽກງານກໍ່ສ້າງ, ປັບປຸງ, ອະນຸລັກຮັກສາບັນດາເຂດປູຊະນີຍະສະຖານປະຫວັດສາດຢູ່ປະເທດກໍາປູເຈຍ ກ່ຽວກັບການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງກອງທັບ.

ຕອນບ່າຍວັນດຽວກັນ, ທ່ານພົນໂທ ຟານວັນຢາງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.