ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຢ້ຽມຂໍ່ານັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ

08:39 | 03/11/2022

ເນື່ອງໃນໂອກາດການປະຕິບັດງານຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຕອນບ່າຍວັນທີ 1 ພະຈິກ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ນຳໂດຍສະຫາຍພົນໂທ ຫວູຫ໋າຍຊ໋ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ເຂົ້າຮ່ວມຍັງມີສະຫາຍພົນໂທ ຟຸ່ງສີເຕິ໊ນ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບປະຊາຊົນຫວຽດນາມ.

undefined
ສະຫາຍພົນໂທ ຫວູຫ໋າຍຊ໋ານ ແລະຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄປຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບສະຫາຍພົນເອກ ຈັນສະໝອນ ຈັນຍາລາດ. ພາບ: qdnd.vn

ທີ່ການຕ້ອນຮັບ, ສະຫາຍພົນໂທ ຫວູຫ໋າຍຊ໋ານ ຫວັງວ່າ ໃນໄລຍະຈະມາເຖິງ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຈະສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາອົງການ, ກົມກອງທີ່ກ່ຽວຂ້ອງຜັນຂະຫຍາຍການເຄື່ອນໄຫວຮ່ວມມືຕາມແຜນການລະຫວ່າງກະຊວງປ້ອງກັນປະເທດສອງປະເທດຢ່າງຄົບຊຸດ ແລະມີປະສິດທິຜົນ, ສ້າງກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການພົວພັນສອງປະເທດ, ສອງກອງທັບ.

ສ່ວນສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ ການຢ້ຽມຢາມຂອງຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໃນຄັ້ງນີ້ມີຄວາມໝາຍທີ່ສຸດ, ເປັນຕົ້ນແມ່ນໃນສະພາບການທີ່ພັກ, ລັດ, ກອງທັບສອງປະເທດພວມມີການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ. ພ້ອມທັງຢັ້ງຢືນວ່າ ລາວ ແລະຫວຽດນາມ ຍາມໃດກໍ່ມີຄວາມສະໜິດຕິດພັນ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ຕີລາຄາສູງຕໍ່ການເຄື່ອນໄຫວສະເຫຼີມສະຫຼອງ, ການຮ່ວມມືໃນໄລຍະຜ່ານມາ ແລະຫວັງວ່າ ການເຄື່ອນໄຫວຮ່ວມມືລະຫວ່າງພັກ, ລັດ, ກອງທັບສອງປະເທດຈະນັບມື້ນັບຮັດແໜ້ນ, ມີປະສິດທິຜົນ, ແທດຈິງກວ່າອີກ.

ໃນວັນດຽວກັນ, ຄະນະປະຕິບັດງານກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ແລະທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ລາວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.