ເຊີນຊວນນັກຮຽນກວດສຸຂະພາບໂດຍບໍ່ເສຍຄ່າ

15:55 | 23/05/2019

ໃນໂອກາດວັນເດັກນ້ອຍສາກົນ 1 ມິຖຸນາ ຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດລາວ ປີ 2019 ຫຼາຍພາກສ່ວນໃນສັງຄົມທັງພາກລັດ ແລະ ເອກະຊົນ ໄດ້ຮ່ວມກັນຈັດກິດຈະກຳເພື່ອສະເຫຼີມ-ສະຫຼອງວັນດັ່ງກ່າວ ໃຫ້ເປັນຂະບວນຟົດຟື້ນຄືກັບທຸກປີຜ່ານມາ ສະເພາະລາວອິນເຕີຄລີນິກ ເປັນຫົວ¬ໜ່ວຍທຸລະກິດໜຶ່ງທີ່ດຳເນີນທຸລະກິດກວດ ແລະ ປິ່ນປົວສຸຂະພາບໃຫ້ຄົນເຈັບ ກໍໄດ້ມີສ່ວນຮ່ວມປະກອບສ່ວນວັນດັ່ງກ່າວ ດ້ວຍການຈັດໃຫ້ມີກິດຈະກຳກວດສຸຂະພາບທົ່ວໄປໂດຍບໍ່ເສຍຄ່າໃຫ້ນັກຮຽນ ເພື່ອເປັນການສົ່ງເສີມສຸຂະພາບບຸຄະລາກອນຂອງຊາດ.

ທ່ານ​ນາງ ສີ​ວິ​ໄຊ ທຳ​ມະ​ລັງ­ສີ ອຳ­ນວຍ​ການ​ລາວ​ອິນ​ເຕີ​ຄລີ​ນິກ ໃຫ້​ສຳ­ພາດ​ວັນ​ທີ 21 ພຶດ­ສະ­ພາ 2019 ວ່າ: ກິດ­ຈະ­ກຳ​ແບບ​ນີ້​ໄດ້​ຈັດ​ຂຶ້ນ​ມາ​ຫຼາຍ​ປີ ເພື່ອ​ເປັນ​ການ​ສົ່ງ­ເສີມ​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ ໂດຍ​ຄລີ​ນິກ​ພວກ​ເຮົາ​ໄດ້​ມີ​ສ່ວນ​ຮ່ວມ ແລະ ເປັນ​ສ່ວນ​ໜຶ່ງ​ຊ່ວຍ​ພັກ-ລັດ ໂດຍ​ສະ­ເພາະ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໃນ​ການ​ປິ່ນ­ປົວ​ຄົນ​ເຈັບ​ມາ​ຕະ­ຫຼອດ. ເຊິ່ງ​ໃນ​ໂອ­ກາດ​ວັນ​ກຳ­ມະ­ກອນ 1 ພຶດ­ສະ­ພາ 2019 ກໍ​ໄດ້​ຈັດ​ກິດ­ຈະ­ກຳ​ກວດ​ສຸ­ຂະ­ພາບ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ແລະ ປະ­ຊາ­ຊົນ ມີ​ຜູ້​ເຂົ້າ​ມາ​ກວດ​ຫຼາຍ​ກວ່າ 200 ຄົນ.

ເຊີນຊວນນັກຮຽນກວດສຸຂະພາບໂດຍບໍ່ເສຍຄ່າ

ທ່ານ​ນາງ ສີ​ວິ​ໄຊ ທຳ​ມະ​ລັງ­ສີ - ອຳ­ນວຍ​ການ​ລາວ​ອິນ​ເຕີ​ຄລີ​ນິກ. (ພາບ: vientianemai)

ໃນ​ໂອ­ກາດ​ວັນ­ເດັກ­ນ້ອຍ​ສາ­ກົນ​ທີ່​ຈະ​ມາ​ເຖິງ​ນີ້ ລາວ​ອິນ​ເຕີ​ຄລີ​ນິກ ກໍ​ໄດ້​ສືບ­ຕໍ່​ຈັດ​ກິດ­ຈະ­ກຳ​ກວດ​ສຸ­ຂະ­ພາບ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ນັກ­ຮຽນ​ຕື່ມ​ອີກ ເຊິ່ງ​ການ​ກວດ​ສຸ­ຂະ­ພາບ​ແມ່ນ​ຈະ​ກວດ​ດ້ວຍ​ເຄື່ອງ​ຄອມ​ພິວ​ເຕີ​ທີ່​ທັນ​ສະ­ໄໝ​ຮູ້​ຜົນ​ກວດ​ທັນ­ທີ ດັ່ງ­ນັ້ນ ລາວ​ອິນ​ເຕີ​ຄລີ​ນິກ ຈຶ່ງ​ແຈ້ງ​ມາ​ຍັງ​ນັກ­ຮຽນ​ທີ່​ມີ​ອາ­ຍຸ​ແຕ່ 8-18 ປີ ຜູ້​ທີ່​ມີ​ຄວາມ​ສົນ­ໃຈ​ຢາກ​ມາ​ກວດ​ສຸ­ຂະ­ພາບ​ຂອງ​ຕົນ ກໍ​ໃຫ້​ມາ​ລົງ­ທະ­ບຽນ​ນັບ​ແຕ່​ນີ້​ເປັນ­ຕົ້ນ​ໄປ ສ່ວນ​ມື້​ກວດ​ສຸ­ຂະ­ພາບ​ແມ່ນ​ວັນ​ທີ 1 ມິ­ຖຸ­ນາ 2019 ເລີ່ມ​ແຕ່​ເວ­ລາ 8-16:00 ໂມງ ເຊິ່ງ​ສະ­ຖານ­ທີ່​ຄລີ​ນິກ​ແມ່ນ​ຕັ້ງ​ຢູ່​ຖະ­ໜົນ​ມິດ­ຕະ­ພາບ​ລາວ-ໄທ ບ້ານ​ສະ­ພານ​ທອງ​ເໜືອ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ​ຈັນ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.