ມຽນມາ ປະກາດໃຫ້ເງິນຢວນ-ເງິນເຢນ ຊຳລະສະສາງທາງການ

00:54 | 14/05/2019

ທະນາຄານ​ກາງມຽນມາໄດ້​ອອກ​ແຈ້ງ​ການເມື່ອ​ບໍ່​ດົນ​ມາ​ນີ້ວ່າຈະ​ໃຫ້ສະກຸນ​ເງິນ​ຢວນ ​​ແລະ ​ເງິນ​ເຢັນ ເປັນ​ເງິນຕາ​ຊຳລະ​ສະ​ສາງ​ຢ່າງເປັນທາງ​ການພາຍໃນປະເທດ.

ມຽນມາ ປະກາດໃຫ້ເງິນຢວນ-ເງິນເຢນ ຊຳລະສະສາງທາງການ

ມຽນມາ ປະກາດໃຫ້ເງິນຢວນ-ເງິນເຢນ ຊຳລະສະສາງທາງການ

ທະນາຄານ​ກາງ ​ມຽນມາ ​ໄດ້​ອອກ​ແຈ້ງ​ການ​​ເມື່ອ​ບໍ່​ດົນ​ມາ​ນີ້ວ່າຈະ​ໃຫ້ສະກຸນ​ເງິນ​ຢວນ ​​ແລະ ​ເງິນ​ເຢັນ ເປັນ​ເງິນຕາ​ຊຳລະ​ສະ​ສາງ​ຢ່າງເປັນທາງ​ການພາຍໃນປະເທດເພື່ອ​ຊຸກຍູ້​ການ​ພັດທະນາ​ດ້ານ​ການ​ຊຳລະ​ສະ​ສາງ​ໃນ​ສາກົນ ​ແລະ ​ການ​ພັດທະນາ​ການ​ຄ້າ​​ຊາຍ​ແດນຈຶ່ງ​ອະນຸຍາດ​ໃຫ້​ຖື​ເອົາ​ເງິນ​ຢວນ ​ແລະ​ ເງິນ​ເຢນ​ເປັນ​ເງິນຕາ​ຊຳລະ​​ສະ​ສາງໃນສາກົນ.

ນອກນີ້ຍັງຫ້າມ​ບໍ່​ໃຫ້​ອົງການຈັດຕັ້ງອື່ນໆ ​ແລະ​ ສ່ວນບຸກຄົນ ​ເປີດ​ບັນຊີ​ເງິນ​ຢວນ ​ແລະ​ ເງິນ​ເຢນ ​ເປັນ​ການ​ຊົ່ວຄາວສົ່ງຜົນໃຫ້ການ​ຊຳລະ​ສະ​ສາງການ​ຄ້າ​ຊາຍ​ແດນ ​ມຽນມາ-ຈີນ​ ຈະ​ສະດວກ ສະບາຍ ຫລາຍຂຶ້ນກວ່າ​ເກົ່າ. ​​ກ່ອນໜ້ານີ້, ມຽນມາ​ ໄດ້​ອະນຸ​ຍາດ ​ໃຫ້​ຖື​ເອົາ​ເງິນ ​ເອີ​ໂຣ, ​ໂດ​ລາ​ ສະຫະລັດ ​ແລະ ​ໂດ​ລາ​ ສິງກະ​ໂປ ​ເປັນ​ເງິນຕາຊຳລະ​ສະ​ສາງຢ່າງເປັນທາງ​ການ​ແລ້ວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.