ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ເພີ່ມ​ພູນ​ຄູນ​ສ້າງ ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ກັບ ລາວ ຢ່າງ​ບໍ່​ຢຸດ​ຢັ້ງ

07:39 | 11/09/2022

ຕອນບ່າຍວັນທີ 9 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ອາລູນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ
ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ ຫວຽດ​ນາມ ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຢູ່ ຫວຽດ​ນາມ ຢ່າງ​ສຳ​ເລັດ​ຜົນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ ອາລູນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ (ພາບ: TTXVN)
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ ອາລູນໄຊ ສູນນະລາດ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຈະປະຕິບັດຈົນສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ. ໂດຍຕີລາຄາສູງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາວ ແລະ ຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ປະກອບສ່ວນຢ່າງແທດຈິງ ໃຫ້ແກ່ສາຍພົວພັນຫວຽດນາມ - ລາວ, ທ່ານນາຍົກລັດຖະມົນຕີ ສະເໜີ ໃນໄລຍະຈະມາເຖິງ, ສອງຫ້ອງວ່າການ ຈະສືບຕໍ່ສົມທົບກັນແບ່ງປັນ, ແລກປ່ຽນປະສົບການ ໃນການແກ້ໄຂວຽກງານ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືຢ່າງມີປະສິດທິຜົນ, ນັບມື້ນັບຍົກສູງຄຸນນະພາບວຽກງານເປັນເສນາທິການລວບລວມໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີຂອງສອງປະເທດໃນການບໍລິຫານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສ້າງເງື່ອນໄຂໃຫ້ວິສາຫະກິດ ຫວຽດນາມ ໄປລາວ ແລະ ນຳວິສາຫະກິດລາວ ມາຫວຽດນາມ ຫຼາຍກ່ວາເກົ່າ, ເປັນຕົ້ນແມ່ນໃນຂົງເຂດອຸດສາຫະກຳ.

ສ່ວນທ່ານ ອາລູນໄຊ ສູນນະລາດ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ຍາມໃດກໍ່ໄດ້ໃຫ້ການສະໜັບສະໜູນລາວ, ການຊ່ວຍເຫຼືອອັນຍິ່ງໃຫຍ່, ທັນການ ແລະ ມີປະສິດທິຜົນນັບແຕ່ກ່ອນມາຮອດປັດຈຸບັນ, ທ່ານກໍ່ຢັ້ງຢືນວ່າ ຍາມໃດລາວກໍ່ຖືເປັນສຳຄັນ, ປາດຖະໜາ ຢາກຮັກສາ ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.