“ບ້ານຜາສຸກ” ຢູ່ເຂດພູສູງອຽນບາຍ

06:38 | 26/09/2022

ດ້ວຍຄວາມປາດຖະໜາໃຫ້ປະຊາຊົນໃນບ້ານໄດ້ຮັບຄວາມຜາສຸກນັ້ນ ກ່ອນອື່ນໝົດຕ້ອງປ່ຽນແປງຄວາມຄິດຂອງພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດ.

ເປັນ​ຄັ້ງ​ທຳ​ອິດ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ບັນ​ລຸ 4 ຕື້ USD ຕໍ່​ເດືອນ ເປັນ​ຄັ້ງ​ທຳ​ອິດ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ບັນ​ລຸ 4 ຕື້ USD ຕໍ່​ເດືອນ
ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືທາງດ້ານພຸດທະສາສະໜາ ລາວ - ຫວຽດນາມ ເພີ່ມທະວີການຮ່ວມມືທາງດ້ານພຸດທະສາສະໜາ
ແຂວງ ອຽນບາຍ ພວມສ້າງດັດຊະນີແຫ່ງຄວາມຜາສຸກຂອງປະຊາຊົນ)
ແຂວງ ອຽນບາຍ ພວມສ້າງດັດຊະນີແຫ່ງຄວາມຜາສຸກຂອງປະຊາຊົນ

ກໍ່ສ້າງບ້ານ, ໜ່ວຍຊຸມຊົນຜາສຸກແມ່ນໜຶ່ງໃນບັນດາມາດຕະການແກ້ໄຂເພື່ອຍົກສູງດັດຊະນີແຫ່ງຄວາມຜາສຸກໃຫ້ແກ່ປະຊາຊົນອຽນບາຍ, ມຸ່ງໄປເຖິງເປົ້າໝາຍສ້າງແຂວງອຽນບາຍໃຫ້ພັດທະນາຕາມທິດສີຂຽວ, ມີຄວາມກົມກຽວທາງດ້ານສີສັນ ແລະ ຜາສຸກ. ແຂວງ ອຽນບາຍ ພວມສ້າງດັດຊະນີແຫ່ງຄວາມຜາສຸກຂອງປະຊາຊົນ ຜ່ານຫຼາຍວິທີເຮັດທີ່ດີ, ບັນລຸປະສິດທິຜົນເທື່ອລະກ້າວ. ໃນເບື້ອງຕົ້ນຮູບແບບ “ບ້ານຜາສຸກ” ໄດ້ຜັນຂະຫຍາຍຢູ່ບັນດາທ້ອງຖິ່ນເຂດພູສູງເຊິ່ງແມ່ນໜຶ່ງໃນຈຳນວນນັ້ນ.

ດ້ວຍຄວາມປາດຖະໜາໃຫ້ປະຊາຊົນໃນບ້ານໄດ້ຮັບຄວາມຜາສຸກນັ້ນ ກ່ອນອື່ນໝົດຕ້ອງປ່ຽນແປງຄວາມຄິດຂອງພໍ່ແມ່ປະຊາຊົນໃນການພັດທະນາເສດຖະກິດ, ທ່ານຟ່າງອາຟ່າ, ເລຂາໜ່ວຍພັກທັງເປັນນາຍບ້ານຕ່າຊົວ, ຕາແສງກົງ, ເມືອງຈ້າມເຕົາ, ແຂວງອຽນບາຍ, ໄດ້ເປັນເຈົ້າການຊອກຮູ້ແລະລົງທຶນກໍ່ສ້າງຮູບແບບລ້ຽງເປັດ, ໝູດຳດ້ວຍຈຳນວນນັບຮ້ອຍໂຕຕໍ່ຝູງ. ຍ້ອນຕັ້ງໜ້າຊອກຮູ້ຮ່ຳຮຽນ, ນຳໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດ, ຈຳນວນສັດລ້ຽງຂອງຄອບຄົວທ່ານຟ່າເຕີບໃຫຍ່, ພັດທະນາດີ, ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງພໍສົມຄວນ, ພ້ອມທັງເຮັດໃຫ້ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈ ແລະ ຮ່ຳຮຽນຕາມ. ທ່ານຟ່າງອາຟ່າໃຫ້ຮູ້ວ່າ:

“ຢູ່ໃນບ້ານ, ພວກຂ້າພະເຈົ້າຜັນຂະຫຍາຍການລ້ຽງເປັດເທບກັບໝູ, ໜູນຊ່ວຍປະຊາຊົນລົງທຶນກໍ່ສ້າງຄອກ, ຟາມ, ເປີດກວ້າງເນື້ອທີ່, ຂອບເຂດການລ້ຽງສັດເພື່ອຍົກສູງລາຍຮັບ”.

ມາຮອດປະຈຸບັນ, ທັງບ້ານຕ່າຊົວໄດ້ມີນັບ 10 ຮູບແບບເສດຖະກິດສ້າງລາຍຮັບນັບຮ້ອຍລ້ານດົ່ງ/ປີ, ຈາກນັ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ມີການປ່ຽນແປງຫຼາຍຢ່າງ, ນັບມື້ນັບອີ່ມໜຳສຳລານ, ສົມບຸນພູນສຸກ. ທ່ານມົ່ວອາຢ່າ, ພະນັກງານຫ້ອງການວັດທະນະທຳ - ຖະແຫຼງຂ່າວເມືອງຈ້າມເຕົາໃຫ້ຮູ້ວ່າປີ 2022, ເມືອງ ຈ້າມເຕົາ ໄດ້ວາງເປົ້າໝາຍຍົກລະດັບຕົວເລກແຫ່ງງຄວາມຜາສຸກຂອງປະຊາຊົນຂຶ້ນ 52%, ເພີ່ມຂຶ້ນ 2% ເມື່ອທຽບໃສ່ປີ 2021. ເລື່ອງສ້າງບັນດາຮູບແບບບ້ານຜາສຸກບັນລຸຜົນສຳເລັດຄືຢູ່ຕ່າຊົວນັ້ນຈະປະກອບສ່ວນສຳຄັນເພື່ອໃຫ້ເມືອງເຂດພູສູງນີ້ປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ.

“ກ່ຽວກັບການສ້າງບ້ານຜາສຸກ, ໃນຈຳນວນ 10 ມາດຕະຖານນັ້ນທາງເມືອງພວກຂ້າພະເຈົ້າໄດ້ສຸມໃສ່ບັນດາມາດຕະຖານລະອຽດແມ່ນ: ການພັດທະນາເສດຖະກິດ, ພັດທະນາບັນດາຮູບແບບເສດຖະກິດ; ກ່ຽວກັບການພັດທະນາຄົມມະນາຄົມ; ອາຍຸແລະ ການເບິ່ງແຍງສຸຂະພາບ”.

ໂດຍໄດ້ຮັບການຄັດເລືອກຈາກຄະນະພັກເມືອງໝູ່ກາງຈາຍສ້າງເປັນຮູບແບບ “ບ້ານຜາສຸກ” ເພື່ອຍົກສູງດັດຊະນີແຫ່ງຄວາມຜາສຸກໃຫ້ແກ່ປະຊາຊົນ, ບ້ານຈົງລ່າ, ຕາແສງໂຮ່ບົນ, ເມືອງ ໝູ່ກາງຈາຍ ກໍພວມສູ້ຊົນປະຕິບັດສຳເລັດບັນດາມາດຕະຖານຄື: 100% ຈຳນວນຄອບຄົວໄດ້ນຳໃຊ້ນ້ຳສະອາດ; 100% ຈຳນວນເດັກອາຍຸຕ່ຳກວ່າ 6 ປີໄດ້ສັກວັກຊິນທັງໝົດ; ຜູ້ອາຍຸສູງກວ່າ 60 ປີຂຶ້ນໄປລ້ວນແຕ່ເຂົ້າຮ່ວມສະມາຄົມຜູ້ອາຍຸສູງ… ໃນບ້ານຮູບແບບພັດທະນາເສດຖະກິດບັນລຸປະສິດທິຜົນ, ຍືນຍົງ, ສ້າງລາຍຮັບເປັນປົກກະຕິແຕ່ 5 – 10 ຮູບແບບຂຶ້ນໄປ; ອັດຕາຄອບຄົວທຸກຍາກຫຼຸດລົງເຫຼືອພຽງ 12%... ທ່ານລິມວັນຮ່ວາ, ຫົວໜ້າຄະນະວຽກງານແນວໂຮມບ້ານຈົງລ່າ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າກໍ່ຂົນຂວາຍໃຫ້ບັນດາຄອບຄົວຮໍ່າຮຽນແລະຄົ້ນຄວ້າກັບບັນດາບ້ານ, ຕາແສງອື່ນເປັນປະຈຳເພື່ອໃຫ້ພໍ່ແມ່ປະຊາຊົນຜັນຂະຫຍາຍປະຕິບັດ. ຜ່ານການສະຫຼຸບໃນເບື້ອງຕົ້ນ ແລະຕີລາຄາໃຫ້ຄະແນນ ຖ້າຫາກບັນລຸໄດ້ນັ້ນ, ແຕ່ນີ້ຮອດທ້າຍປີພວກຂ້າພະເຈົ້າຈະເປີດໂຕ ບ້ານຜາສຸກ”.

ຮູບແບບ “ບ້ານຜາສຸກ” ພວມໄດ້ຮັບການຜັນຂະຫຍາຍໃນເບື້ອງຕົ້ນຢູ່ບາງບ້ານໃນເມືອງເຂດພູສູງໝູ່ກາງຈາຍ, ຈ້າມເຕົາ ແລະຈະໄດ້ຮັບການທະວີຄູນໃນໄລຍະຈະມາເຖິງ. ເພື່ອສ້າງຮູບແບບນີ້ໃຫ້ບັນລຸຜົນສຳເລັດ, ນອກຈາກຄວາມມານະພະຍາຍາມຂອງພໍ່ແມ່ປະຊາຊົນຢູ່ເຂດພູສູງ, ຄວາມມານະພະຍາຍາມຂອງພະນັກງານໃນບ້ານແລ້ວ, ທາງຕາແສງກໍຈັດສົ່ງພະນັກງານລົງຊ່ວຍເຫຼືອ ປະຊາຊົນໃນມື້ທ້າຍອາທິດ. ທ່ານນາງດ່າວທິທູຖຸຍ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກເມືອງ ໝູ່ກາງຈາຍ, ໃຫ້ຮູ້ວ່າ:

“ພະນັກງານ, ສະມາຊິກພັກໄດ້ລົງພົບປະກັບປະຊາຊົນ, ພ້ອມກັບປະຊາຊົນແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢູ່ຂັ້ນຮາກຖານ, ຊ່ວຍປະຊາຊົນຫັນປ່ຽນຄວາມຮັບຮູ້ໃນການອອກແຮງງານທຳການຜະລິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກແລະຍົກສູງຊີວິດທາງດ້ານວັດຖຸແລະຈິດໃຈໃຫ້ແກ່ປະຊາຊົນ".

ພ້ອມກັບຮູບແບບ “ບ້ານຜາສຸກ” ແລ້ວ, ແຂວງອຽນບາຍຍັງທະວີຄູນບັນດາຮູບແບບ: ເຂດຊຸມຊົນຜາສຸກ, ໂຮງຮຽນຜາສຸກ, ອົງການ, ຫົວໜ່ວຍຜາສຸກ… ຈາກນັ້ນ, ກໍຍົກສູງຄຸນນະພາບຊີວິດການເປັນຢູ່ແລະດັດຊະນີແຫ່ງຄວາມຜາສຸກຂອງປະຊາຊົນຂຶ້ນເທື່ອລະກ້າວ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.