ໄທ ເຊີດຊູການຮ່ວມມືດ້ານອຸດສາຫະກໍາ ກັບຫວຽດນາມ

13:54 | 15/09/2022

ວັນທີ 13 ກັນຍາ, ທ່ານ ຟານຈີ໊ແທ່ັງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາໄທ ໄດ້ເຂົ້າຢ້ຽມຂໍ່ານັບ ແລະເຮັດວຽກກັບທ່ານ Suriya Juangroongruangkit, ລັດຖະມົນຕີກະຊວງອຸດສາຫະກໍາ ໄທ.

ອູຣູກວາຍ  ປາດຖະໜາຢາກຊຸກຍູ້ FTA ກັບຫວຽດນາມ ອູຣູກວາຍ ປາດຖະໜາຢາກຊຸກຍູ້ FTA ກັບຫວຽດນາມ
ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ “ຫາຍາກ” ກັບຫວຽດນາມ ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ “ຫາຍາກ” ກັບຫວຽດນາມ
ໄທ ເຊີດຊູການຮ່ວມມືດ້ານອຸດສາຫະກໍາ ກັບຫວຽດນາມ
ໄທ ຊຸກຍູ້ການພັດທະນາຂະແໜງອຸດສາຫະກໍາລົດໄຟຟ້າ. ພາບ: Bangkokpost.com

ທີ່ການເຮັດວຽກ, ທ່ານ ຟານຈີ໊ແທ່ັງ ສະເໜີໃຫ້ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ໄທ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ເຄື່ອນໄຫວ ຢູ່ໄທ, ປະກອບສ່ວນຊຸກຍູ້ການລົງທຶນ, ການຄ້າ, ການທ່ອງທ່ຽວສອງສົ້ນ.

ທ່ານ ຟານຈີ໊ແທ່ັງ ສະເໜີໃຫ້ກະຊວງອຸດສາຫະກໍາໄທ ແລະກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ພິຈາລະນາການເຄື່ອນໄຫວຮ່ວມມືໃນຂົງເຂດອຸດສາຫະກໍາ, ປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ສ່ວນທ່ານ Suriya Juangroongruangkit ຢັ້ງຢືນວ່າ ນີ້ແມ່ນການເລີ່ມຕົ້ນທີ່ດີ ເພື່ອຊຸກຍູ້ສາຍພົວພັນຮ່ວມມືໃນຂົງເຂດອຸດສາຫະກໍາລະຫວ່າງສອງປະເທດ, ພ້ອມທັງໃຫ້ຮູ້ວ່າ ຈະສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງຫວຽດນາມ ເຄື່ອນໄຫວຢູ່ໄທ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວລະຫວ່າງສອງປະເທດ ໃຫ້ຫຼາຍກວ່າອີກ, ທ່ານ ຫວັງວ່າ ສະຖານທູດຫວຽດນາມ ຈະໜູນຊ່ວຍຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າອີກລະຫວ່າງກະຊວງອຸດສາຫະກໍາ ໄທ ແລະກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃນໄລຍະຈະມາເຖິງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.