ແຂວງຈຳປາສັກຈັດຕັ້ງປະຕິບັດແຜນການຜະລິດລະດູແລ້ງປີ 2020: ສຸມໃສ່ປູກພືດ, ຜ່ານຜ່າຜົນເສຍຫາຍນ້ຳຖ້ວມ

17:53 | 02/01/2020

ແຂວງຈຳປາສັກເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາ ເພື່ອສູ້ຊົນຈັດຕັ້ງປະຕິບັດແຜນການຜະລິດລະດູແລ້ງປີ 2020 ໃຫ້ບັນລຸຕາມຕົວເລກຄາດໝາຍທີ່ໄດ້ວາງໄວ້ ແລະ ດຳ-ເນີນໄປຢ່າງເປັນຂະບວນກວ້າງຂວາງ ມີຈຸດສຸມ ທັງເປັນການສຸມໃສ່ຜະລິດເພື່ອທົດແທນຜົນເສຍຫາຍຈາກໄພນ້ຳຖ້ວມໃນລະດູຝົນຜ່ານມາ.

ທ່ານ ປະ​ດີດ ວັນ­ນະ​ລັດ­ສະ­ໝີ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ​ຈຳ­ປາ​ສັກ​ໄດ້​ໃຫ້​ສຳ­ພາດ​ອາ­ທິດ​ຜ່ານ​ມາ​ວ່າ: ເນື້ອ­ທີ່​ການ​ຜະ­ລິດ​ຖືກ​ນ້ຳ​ຖ້ວມ​ທົ່ວ​ແຂວງ 42.433 ເຮັກ­ຕາ ເນື້ອ­ທີ່​ເສຍ​ຫາຍ 23.795 ເຮັກ­ຕາ (ໃນ​ນັ້ນ ເຂົ້າ­ນາ​ປີ 20.822 ເຮັກ­ຕາ ແລະ ພືດ 2.973 ເຮັກ­ຕາ) ໜອງ​ປາ​ເສຍ​ຫາຍ 1.038 ໜອງ ລູກ​ປາ​ເສຍ​ຫາຍ 16.574.000 ກວ່າ​ໂຕ ປາ​ກະ­ຊັງ​ຖືກ­ເສຍ​ຫາຍ (ກະ­ຊັງ​ເພ ປາ​ນ໊ອກ ນ້ຳ​ຕາຍ) 51 ກະ­ຊັງ ປາ​ເສຍ​ຫາຍ ແລະ ຕາຍ 116 ໂຕນ ໄດ້​ເຄື່ອນ​ຍ້າຍ​ສັດ​ໄປ​ໄວ້​ທີ່​ສູງ ແຫຼ່ງ​ອາ­ຫານ ຄອກ​ຖືກ​ນ້ຳ​ຖ້ວມ ງົວ 27.293 ໂຕ ຕາຍ 618 ໂຕ ຄວາຍ 13.953 ໂຕ ຕາຍ 158 ໂຕ ແບ້ 3.905 ໂຕ ຕາຍ 321 ໂຕ ໝູ 3.406 ໂຕ ຕາຍ 325 ໂຕ ສັດ​ປີກ 139.492 ໂຕ ຕາຍ 92.947 ໂຕ ລະ­ບົບ​ຊົນ­ລະ­ປະ­ທານ​ຖືກ​ເປ່​ເພ 58 ແຫ່ງ ມູນ​ຄ່າ​ເສຍ​ຫາຍ​ທັງ​ໝົດ 157.906 ລ້ານ​ກີບ ຍ້ອນ​ສະ­ພາບ​ດັ່ງ­ກ່າວ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ໄດ້​ຖື​ສຳ­ຄັນ​ໃນ​ການ​ສຸມ​ໃສ່​ຊຸກ­ຍູ້​ຊາວ​ກະ­ສິ­ກອນ​ເອົາ­ໃຈ­ໃສ່​ປົກ​ປັກ​ຮັກ­ສາ​ເກັບ​ກູ້​ຜົນ​ຜະ­ລິດ​ລະ­ດູ​ນີ້ ແລະ ກະ­ກຽມ​ໃສ່​ການ​ຜະ­ລິດ​ລະ­ດູ­ແລ້ງ​ປີ 2020 ໂດຍ​ໄດ້​ວາງ​ຄາດ­ໝາຍ​ສູ້​ຊົນ ຄື​ວາງ​ແຜນ​ປູກ​ເຂົ້າ­ນາ­ແຊງ 5.069 ເຮັກ­ຕາ ຄາດ​ຄະ­ເນ​ສາ­ມັດ​ຖະ​ພາບ 5,17 ໂຕນ​ຕໍ່​ເຮັກ­ຕາ ຄາດ​ຄະ­ເນ​ຜົນ​ຜະ­ລິດ 26.207 ໂຕນ ເນື້ອ­ທີ່​ປູກ​ພືດ​ແຜນ­ການ 31.825 ເຮັກ­ຕາ ຄາດ​ຄະ­ເນ​ຜົນ​ຜະ­ລິດ 561.282 ໂຕນ (ປູກ​ໃນ​ເຂດ​ຊົນ­ລະ­ປະ­ທານ 3.511 ເຮັກ­ຕາ ນອກ​ເຂດ​ຊົນ­ລະ­ປະ­ທານ 28.314 ເຮັກ­ຕາ).

ແຂວງຈຳປາສັກຈັດຕັ້ງປະຕິບັດແຜນການຜະລິດລະດູແລ້ງປີ 2020: ສຸມໃສ່ປູກພືດ, ຜ່ານຜ່າຜົນເສຍຫາຍນ້ຳຖ້ວມ

ທ່ານ ປະ​ດີດ ວັນ­ນະ​ລັດ­ສະ­ໝີ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ແຂວງ​ຈຳ­ປາ​ສັກ.

ສຳ­ລັບ​ແນວ​ພັນ​ເຂົ້າ​ເພື່ອ​ການ​ຜະ­ລິດ​ເຂົ້າ­ນາ­ແຊງ​ຕ້ອງ­ການ​ແນວ​ພັນ 400 ກວ່າ​ໂຕນ ຜ່ານ​ການ​ສຳ​ຫຼວດ​ເຫັນ​ວ່າ​ແນວ​ພັນ​ເຂົ້າ​ສາ­ມາດ​ພຽງ­ພໍ​ກັບ​ຄວາມ​ຕ້ອງ­ການ​ຂອງ​ຊາວ​ກະ­ສິ­ກອນ ໃນ​ນັ້ນ ພະ​ແນກ​ກະ­ສິ­ກຳ ໄດ້​ຮັບ​ແນວ​ພັນ​ເຂົ້າ​ຈາກ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ (ບ້ວງ​ແກ້​ໄຂ​ໄພ­ພິ­ບັດ​ສຸກ​ເສີນ) 131 ໂຕນ ແລະ ໄດ້​ແຈກ​ຢາຍ​ໃຫ້​ນະ­ຄອນ​ປາກ​ເຊ 4,6 ໂຕນ ເມືອງ​ຊະ­ນະ​ສົມ­ບູນ 32,7 ໂຕນ ບາ​ຈຽງ​ຈະ­ເລີນ​ສຸກ 4,8 ໂຕນ ປະ­ທຸມ​ພອນ 24,3 ໂຕນ ໂພນ​ທອງ 6,8 ໂຕນ ຈຳ­ປາ​ສັກ 18,9 ໂຕນ ສຸ​ຂຸ​ມາ 8,8 ໂຕນ ມຸນ​ລະ​ປະ​ໂມກ 8,5 ໂຕນ ແລະ ເມືອງ​ໂຂງ 21,4 ໂຕນ ນອກ​ນີ້ ຍັງ​ມີ​ແນວ​ພັນ​ເຂົ້າ­ຂອງ​ບໍ­ລິ­ສັດ IDP ຈຳ­ນວນ 245 ໂຕນ ທີ່​ສະ­ໜອງ​ສະ­ເພາະ​ກຸ່ມ​ຜະ­ລິດ​ຂອງ​ບໍ­ລິ­ສັດ ແລະ ແນວ​ພັນ​ເຂົ້າ­ຂອງ​ສູນ​ຜະ­ລິດ​ເມັດ​ພັນ​ເຂົ້າ​ໂພນ​ງາມ 57 ໂຕນ ສາ­ມາດ​ສະ­ໜອງ​ໃຫ້​ຊາວ​ກະ­ສິ­ກອນ ແລະ ກຸ່ມ​ການ​ຜະ­ລິດ​ຫາກ​ມີ​ຄວາມ​ຕ້ອງ­ການ​ຄຽງ​ຄູ່​ກັບ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ສະ­ໜອງ​ຝຸ່ນ ແລະ ເອົາ­ໃຈ­ໃສ່​ສ້ອມ­ແປງ​ລະ­ບົບ​ຫົວ​ຈັກ​ຊົນ­ລະ­ປະ­ທານ ພາຍ​ໃນ​ແຂວງ​ມີ​ຈັກ­ສູບ­ນ້ຳ 73 ແຫ່ງ ເນື້ອ­ທີ່ 4.247 ເຮັກ­ຕາ ຝາຍ​ນ້ຳ​ລົ້ນ 19 ແຫ່ງ ເນື້ອ­ທີ່ 1.595 ເຮັກ­ຕາ ອ່າງ­ເກັບ­ນ້ຳ 11 ແຫ່ງ ເນື້ອ­ທີ່ 232 ເຮັກ­ຕາ ແລະ ຊົນ­ລະ­ປະ­ທານ​ປວງ​ຊົນ ເນື້ອ­ທີ່ 2.506 ເຮັກ­ຕາ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.