ກະກຽມພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະບັນດາເພື່ອນມິດ” ຄັ້ງທີໜຶ່ງ

07:53 | 08/09/2022

ກອງບັນຊາການຕໍາຫຼວດທະເລ ຫາກໍ່ຈັດຕັ້ງການຊາບຊຶມ, ຜັນຂະຫຍາຍການປະຕິບັດແຜນການ ແລະວຽກງານກະກຽມໃຫ້ແກ່ການຈັດຕັ້ງລາຍການພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະບັນດາເພື່ອນມິດ” ຄັ້ງທີໜຶ່ງ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບ ຄະນະຜູ້ແທນອົງການກວດສອບແຫ່ງລັດ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບ ຄະນະຜູ້ແທນອົງການກວດສອບແຫ່ງລັດ ລາວ
ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ ຫວຽດ​ນາມ​ພ້ອມ​ແລ້ວ​ທີ່​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອາ​ຊີ - ປາ​ຊີ​ຟິກ
ກະກຽມພົບປະແລກປ່ຽນ “ຕໍາຫຼວດທະເລຫວຽດນາມ ແລະບັນດາເພື່ອນມິດ” ຄັ້ງທີໜຶ່ງ
ນັກຮົບຕໍາຫຼວດທະເລຫວຽດນາມ. ພາບ: ຕໍາຫຼວດທະເລຫວຽດນາມ

ຕາມແຜນການ, ລາຍການພົບປະແລກປ່ຽນຄາດວ່າຈະດໍາເນີນໃນເດືອນ ທັນວາ 2022, ດ້ວຍການເຂົ້າຮ່ວມຂອງ 6 ຄະນະທີ່ມາຈາກກໍາລັງປະຕິບັດກົດໝາຍຢູ່ທະເລຂອງ 6 ປະເທດ, ລວມມີ: ຄະນະກໍາມະການແຫ່ງຊາດປ້ອງກັນຄວາມສະຫງົບທາງທະເລກໍາປູເຈຍ (NCMS), ກົມຕໍາຫຼວດທະເລຈີນ, ຕໍາຫຼວດທະເລອິນໂດເນເຊຍ (BAKAMLA), ອົງການປະຕິບັດກົດໝາຍທະເລມາເລເຊຍ (MMEA), ກໍາລັງປົກປັກຮັກສາຝັ່ງທະເລຟິລິບປີນ, ສູນບັນຊາການເດີນທະເລໄທ (Thai-MECC). ບັນດາການເຄື່ອນໄຫວຕົ້ນຕໍຂອງລາຍການພົບປະແລກປ່ຽນຄາດວ່າຈະມີ: ການເຂົ້າຢ້ຽມຂໍ່ານັບລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ; ການພົບປະ, ແລກປ່ຽນສອງຝ່າຍລະຫວ່າງຕໍາຫຼວດທະເລຫວຽດນາມ ແລະບັນດາຄະນະ, ລະຫວ່າງບັນດາຄະນະ; ງານລ້ຽງໂດຍກອງບັນຊາການຕໍາຫຼວດທະເລຫວຽດນາມ ເປັນປະທານ...

ຜ່ານການເຄື່ອນໄຫວນີ້ແນໃສ່່ເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສ້າງຄວາມເຫັນດີເຫັນພ້ອມສູງໃນການສົມທົບ, ຮ່ວມມືປະຕິບັດໜ້າທີ່ລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປະຕິບັດກົດໝາຍບົນທະເລບັນດາປະເທດໃນພາກພື້ນ, ພິເສດແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດມີເຂດທະເລຕິດກັນ, ດ້ວຍເປົ້າໝາຍ “ເພື່ອເຂດທະເລໝັ້ນຄົງ, ປອດໄພ ແລະສະພາບແວດລ້ອມສະອາດ”. ນີ້ກໍ່ແມ່ນພື້ນຖານເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດ, ການຮ່ວມມືສາກົນຂອງຕໍາຫຼວດທະເລຫວຽດນາມ ໃນຊຸມປີຈະມາເຖິງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.