ຄົ້ນຫາບັນດາຈອມພູໃຫຍ່ໂຕມະໂຫຖານ ແລະ ມະຫັດສະຈັນຢູ່ແຂວງ ລາຍເຈົາ

14:26 | 12/05/2022

ດ້ວຍທັດຊະນີຍະພາບທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແຂວງ ລາຍເຈົາ ມີຫຼາຍຈອມພູຂຶ້ນກັບສາຍພູ ຮວ່າງລຽນເຊີນ ແມ່ນບັນດາຈອມພູທີ່ໄດ້ຮັບການເລືອກເຟັ້ນ ແມ່ນຈອມພູງາມທີ່ສຸດຢູ່ ຫວຽດນາມ. ແຂກທ່ອງທ່ຽວມີຄວາມປະທັບໃຈດ້ວຍເສັ້ນທາງພິຊິດບັນດາຈອມພູໃນແຂວງ ລາຍເຈົາ ຍ້ອນຄວາມຮົກເຮຶ້ອມະຫັດສະຈັນ ໃຫຍ່ໂຕມະໂຫຖານ.

ລາຍເຈົາ ສະຖານທີ່ທ່ອງທ່ຽວທີ່ປອດໄພ ເປັນມິດ ແລະ ດູດດື່ມ ລາຍເຈົາ ສະຖານທີ່ທ່ອງທ່ຽວທີ່ປອດໄພ ເປັນມິດ ແລະ ດູດດື່ມ
ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ
ແຂກທ່ອງທ່ຽວພວມຢູ່ ຈອມພູ ປູຊີລຸງ ມີຄວາມສູງ 3.083 ແມັດ
ແຂກທ່ອງທ່ຽວພວມຢູ່ ຈອມພູ ປູຊີລຸງ ມີຄວາມສູງ 3.083 ແມັດ

ເມື່ອເວົ້າເຖິງບັນດາຈອມພູສູງໃນແຂວງ ລາຍເຈົາ ຜູ້ຄົນທັງຫຼາຍກໍ່ຄິດເລີຍເຖິງຈອມພູ ປູຊີລຸງ ມີຄວາມສູງ 3.083 ແມັດ ຂຶ້ນກັບບໍລະເວນຕາແສງ ປາເວສື໋ ເມືອງ ເມື່ອງແຕ່. ຈອມພູນີ້ນອນຢູ່ຄຽງຂ້າງຊາຍແດນ ຫວຽດນາມ- ຈີນ ເປັນເໝືອນເສັ້ນຂີດຂັ້ນທຳມະຊາດ ລະຫວ່າງສອງປະເທດ. ຢູ້ແຫ່ງນີ້ມີຄວາມງາມເປັນເອກະລັກສະເພາະ ຂອງທຳມະຊາດຢູ່ເຂດພູຜາປ່າໄມ້ ເຕິຍບັກ ໝາຍເຖິງເຂດທາງທິດຕາເວັນພາກເໜືອ ດ້ວຍບັນດາເນື້ອທີ່ປ່າດົງດິບ ມີຫ້ວຍນ້ຳສີເຫຼືອງໃສເຢັນ. ທ່ານ ຮວ່າງກວັກຫວຽດ ຜູ້ຊ່ຽວຊານດ້ານທ່ອງທ່ຽວພະຈົນໄພ ມາຈາກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

“ທາດແທ້ຂອງການທ່ອງທ່ຽວຄົ້ນຫາ, ຜະຈົນໄພ ນັ້ນແມ່ນການຄົ້ນຫາໂດຍຕົນເອງຂອງແຂກທ່ອງທ່ຽວ. ຄວາມແຕກຕ່າງຂອງບັນດາຈອມພູສູງໃນແຂວງ ລາຍເຈົາ ເມື່ອທຽບໃສ່ບັນດາຈອມພູສູງອື່ນໃນເຂດ ເຕິຍບັກ ນັ້ນແມ່ນມີປ່າດົງດິບ ແລະ ປ່າທຳມະຊາດ. ທິວທັດທຳມະຊາດທີ່ສວຍສົດງົດງາມຢູ່ທີ່ນີ້ ເບິ່ງຄືວ່າຈະເປັນຄັ້ງທຳອິດ ທີ່ແຂກທ່ອງທ່ຽວຫຼາຍຄົນໄດ້ຄົ້ນຫາ ແລະ ເຊື່ອມຕົວເຂົ້າກັບບັນຍາກາດນີ້”.

ໂດຍບໍ່ແມ່ນຈອມພູສູງສຸດໃນແຂວງ ລາຍເຈົາ ແຕ່ຈອມພູ ຕ໋າລຽນເຊີນ ຫຼື ຍັງເອີ້ນວ່າ ພູໂກ໋ເຈົາ ຕາແສງ ຕ໋າແລ່ງ ເມືອງ ຕາມເດື່ອງ ພັດແມ່ນສະຖານທີ່ໄດ້ຮັບຄວາມຊົມຊອບຈາກແຂກທ່ອງທ່ຽວ. ດ້ວຍຄວາມສູງ 2.996 ແມັດ ກໍ່ພໍດີໃຫ້ແກ່ທຸກໆຄົນມັກຄົ້ນຫາ. ພິເສດ ຕາມເສັ້ນທາງຂຶ້ນຈອມພູກໍ່ມີຫຼາຍຈຸດ ເພື່ອຢືນຮັບຊົມເມກເລື່ອນລອຍທີ່ເປັນໜ້າປະທັບໃຈ. ແຕ່ລະລະດູຢູ່ແຫ່ງນີ້ກໍ່ພັດມີສີສັນສະເພາະຂອງດອກໄມ້ຊະນິດໃດໜຶ່ງ. ຢູ່ແຫ່ງນີ້ຍັງມີປ່າຊາ ດ້ວຍຕົ້ນຊາໃຫຍ່ ຊານຕວ໊ຽດ ມີອາຍຸນັບ 100 ປີ. ນາງ ລິວລານເຟືອງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

“ຕ໋າລຽນເຊີນ ແມ່ນຈອມພູທຳອິດໃນແຂວງ ລາຍເຈົາທີ່ຂ້າພະເຈົ້າໄດ້ຂຶ້ນຄົ້ນຫາ. ທີ່ຈິງແລ້ວຄວາມປະທັບໃຈແມ່ນມີຫຼາຍຢ່າງເພາະວ່າ ນີ້ແມ່ນເນື້ອທີ່ປ່າດົງດິບງາມທີ່ສຸດ. ຍິ່ງຂຶ້ນສູງທິວທັດກໍ່ຍິ່ງເປັນໜ້າປະທັບໃຈ ຍ້ອນບັນດາຕົ້ນໄມ້ໃຫຍ່ ທີ່ມີອາຍຸຫຼາຍຮ້ອຍປີ ພ້ອມກັບດອກໄມ້ນາໆສະຊິດບານສະພັ່ງສວຍສົດງົດງາມ”.

ກໍ່ເຊັ່ນດຽວກັນກັບຈອມພູ ຕ໋າລຽນເຊີນ, ຈອມພູ ປູ່ຕ໋າແລ່ງ ຢູ່ຕາແສງ ໂຮ່ເທົ່າ ເມືອງ ຕາມເດືອ່ງ ເປັນທີ່ຮູ້ຈັກກັນດີດ້ວຍຄວາມສູງ 3.049 ແມັມ, ໄດ້ຮັບຖືວ່າເປັນຫຼັງຄາຂອງແຫຼມອິນດູຈີນ ທັດຈາຫຈອມພູ ຟາມຊີບັງ ຈອມພູ ປູ່ຊີລຸງ. ເພື່ອພິຊິດຈອມພູ ປູ່ຕ໋າແລ່ງ ແຂກທ່ອງທ່ຽວຕ້ອງຜ່ານບັນດາເຂດປ່າດົງດິບ, ບັນດານ້ຳຕົກຕາດ, ຫ້ວຍນ້ຳຫຼາຍສາຍ ຫຼື ບັນດາເນື້ອທີ່ປ່າທີ່ອຸດົມສົມບູນ. ນາງ ຟ້າມທິຫ່ຽນຍີ ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ເປີດເຜີຍວ່າ:

“ເມື່ອຕົກລົງເຂົ້າຮ່ວມການເດີນທາງຄົ້ນຫາຈອມພູ ປູ່ຕ໋າແລ່ງ ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ເພະວ່ານີ້ແມ່ນຈອມພູຍັງຮົກເຮື້ອ. ເສັ້ນຍທາງຂຶ້ນຈອມພູກໍ່ລຳບາກ ດັ່ງນັ້ນຜູ້ຂຶ້ນພູກໍ່ຕ້ອງມີສຸຂະພາບທົນທານ. ເສັ້ນທາງຂຶ້ນຈອມພູນີ້ ກໍ່ຍັງມີຫຼາຍຕອນສູງຊັນ ດັ່ງນັ້ນແຂກທ່ອງທ່ຽວຕ້ອງມີທັກສະປີນພູ ແລະ ມີຄວາມລະມັດລະວັງ”.

ຈອມພູ ແບກໝົກເລືອງຕື໋ ຂຶ້ນກັບຕາແສງ ສິນສວຍໂຮ່ ເມືອງ ຟອງໂຖ໋ ກໍ່ແມ່ນໜຶ່ງໃນຈຳນວນພູ 5 ໜ່ວຍສູງທີ່ສຸດຢູ່ ຫວຽດນາມ ແລະ ອາຊີຕາເວັນອອກສຽງໃຕ້. ນີ້ແມ່ນຈອມພູມມີທັດຊະນີຍະພາບສວຍສົດງົດງານມທີ່ສຸດ ແລະ ເສັ້ນທາງຄົ້ນຫາກໍ່ຄົດລ້ຽວເປັນໜ້າປະທັບໃຈ. ໂດຍນອນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ຈີນ, ພູຟ່າມລຽນຊານ ຂຶ້ນກັບເມືອງ ຟອງໂທ໋ ຫຼື ຍັງເອີ້ນວ່າ ພູຄາງສຸວັນ. ພູໜ່ວຍນີ້ກໍ່ມີລະບົບກຳແພງ ເຊິ່ງເປັນການຢັ້ງຢືນທາງດ້ານປະຫວັດສາດ ກ່ຽວກັບກິດຈະການປົກປັກຮັກສາອະທິປະໄຕ ຜືນແຜ່ນດິນຂອງປູ່ຍ່າຕາຍາຍ. ສ່ວນຈອມພູ ເປີ່ມາລຸງ ສູງ 2.967 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ ກໍ່ແມ່ນຈອມພູສູງທີ່ 7 ຢູ່ ຫວຽດນາມ ໃນບໍລິເວນຕາແສງ ບ໋ານລາງ ເມືອງ ຟອງໂຖ໋ ແຂວງ ລາຍເຈົາ. ທ່ານ ເຈິ່ນຕ໊ຽນຢຸ໊ງ ປະທານຄະນະກຳມະການປະຊາຊົນແຂວງ ລາຍເຈົາ ໃຫ້ຮູ້ວ່າ:

“ແຂວງ ລາຍເຈົາ ກໍ່ມີທິວທັດທຳມະຊາດ ມະຫັດສະຈັນໃຫຍ່ໂຕມະໂຫຖານຫຼາຍແຫ່ງຄື ຈອມພູ ປູ່ຕ໋າແລ່ງ, ພ້ອມກັນນັ້ນມັນກໍ່ໄດ້ຕິດແໜ້ນກັບສີສັນວັດທະນະທຳຂອງພໍ່ແມ່ ພີ່ນ້ອງບັນດາເຜົ່າ. ທາງແຂວງ ກໍ່ໄດ້ໄປສຳຫຼວດຈອມພູເຫຼົ່ານັ້ນ ເຫັນວ່າທິວທັດທຳມະຊາດຢູ່ແຫ່ງນີ້ສວຍງາມທີ່ສຸດ ແທດເໝາະກັບການທ່ອງທ່ຽວພະຈົນໄພ”.

ປະຊາຊົນດຳລົງຊີວິດຢູ່ອ້ອມແອ້ມບັນດາຈອມພູໃນແຂວງ ລາຍເຈົາ ກໍ່ແມ່ນບັນດາໝູ່ບ້ານຊາວເຜົ່າສ່ວນໜ້ອຍ, ສາມາດເກັບຮັກສາບັນດາສີສັນວັດທະນະທຳສະເພາະຂອງຕົນ. ທິວທັດທຳມະຊາດສະຫົງບງຽບຮົກເຮື້ອຢູ່ແຫ່ງນີ້ ໄດ້ກາຍເປັນສະຖານທີ່ທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.