ນັກ​ຊ່ຽວ​ຊານ​ລັດ​ເຊຍ ຕີ​ລາ​ຄາ​ສູງ​ຕໍ່ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ດ້​ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

12:37 | 16/07/2022

ບົດຂຽນໄດ້ຢັ້ງຢືນວ່າ ວົງການນັກຮຽນຮູ້ສາກົນ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນ ປະເທດມະຫາອຳນາດລະດັບກາງ” ແລະ ຕ້ອງຮັບຟັງຄຳເຫັນຂອງ “ເສືອອາຊີ” ນີ້ ໃນບັນດາບັນຫາສາກົນ.

ທະ​ນາ​ຄານ UOB ຍົກ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນ​ເຖິງ 7% ທະ​ນາ​ຄານ UOB ຍົກ​ລະ​ດັບ​ການ​ເຕີບ​ໂຕ GDP ຂອງ ຫວຽດ​ນາມ ຂຶ້ນ​ເຖິງ 7%
ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ ທ​່​ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດິ, ອິດ​ສະ​ລາ​ແອັນ, ອາແຊກໄບຊານ ເຂົ້າ​ຢ້​ຽມ​ອຳ​ລາ
ພາບປະກອບ: TTXVN
ພາບປະກອບ: TTXVN

ຫວ່າງມໍ່ໆມານີ້, ເວັບໄຊໄຈ້ແຍກການເມືອງສະເພາະ ຂອງ ສະພາການຕ່າງປະເທດ ລັດເຊຍ ກ່ຽວກັບບັນດາບັນຫາສາກົນ (RIAC) ໄດ້ເອົາລົງບົດຂຽນຂອງທ່ານ Valeria Vershinina, ນັກຊ່ຽວຊານ ຫວຽດນາມວິທະຍາ ພວມປະຕິບັດງານຢູ່ສູນການຄົ້ນຄ້ວາ ອາຊຽນ ສັງກັດສະຖາບັນການພົວພັນຕ່າງປະເທດ ມົດສະກູ (MGIMO), ກະຊວງການຕາງປະເທດ ລັດເຊຍ, ຕີລາຄາສູງບົດບາດ ແລະ ຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ.

ບົດຂຽນໄດ້ຢັ້ງຢືນວ່າ ວົງການນັກຮຽນຮູ້ສາກົນ ໄດ້ຕີລາຄາວ່າ ຫວຽດນາມ ແມ່ນ ປະເທດມະຫາອຳນາດລະດັບກາງ” ແລະ ຕ້ອງຮັບຟັງຄຳເຫັນຂອງ “ເສືອອາຊີ” ນີ້ ໃນບັນດາບັນຫາສາກົນ. ນັກຊ່ຽວຊານ Vershinina ໄດ້ຕີລາຄາສູງຕໍ່ຄວາມໄວພັດທະນາຂອງເສດຖະກິດ ຫວຽດນາມ ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍຂອງເສດຖະກິດໂລກ. ຕາມທ່ານແລ້ວ, ຫວຽດນາມ ແມນ່ໜຶ່ງໃນຈຳນວນໜ້ອຍປະເທດ ຍັງຮັກສາການເຄື່ອນໄຫວເສດຖະກິດຕ່າງປະເທດ ແລະ ກຳລັງໜູນເຕີບໂຕຢ່າງຕັ້ງໜ້ານັບທັງໃນເງື່ອນໄຂເກີດພະຍາດໂຄວິດ - 19 ທົ່ວໂລກ ແລະ ໝູນໃຊ້ມາດຕະການແຍກຫ່າງສັງຄົມຢ່າງເຂັ້ມງວດ. ຕາມຫຼາຍການຄາດຄະເນແລ້ວ, ປີ 2022, ການເຕີບໂຕ GDP ຂອງ ຫວຽດນາມ ອາດຈະເໜັງຕີງແຕ່ 5,5% - 6,7%, ຜ່ານນັ້ນສະແດງໃຫ້ເຫັນສະຖຽນລະພາບຂອງຮູບແບບພັດທະນາເສດຖະກິດ ຫວຽດນາມ. ກ່ຽວກັບນະໂຍບາຍການຕ່າງປະເທດ, ນັກຊ່ຽວຊານ Vershinina ເນັ້ນໜັກເຖິງ ບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ຫວ່າງມໍ່ໆມາຫຼາຍພໍສົມຄວນ, ພິເສດແມ່ນຢູ່ເວທີປາໄສ ສປຊ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.