ທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບດິນຟ້າອາກາດ ຈະເດີນທາງມາຢ້ຽມຢາມຫວຽດນາມ ໃນໄວໆນີ້

07:30 | 30/08/2022

ກ່ອນຈະມາຢ້ຽມຢາມ ຫວຽດນາມ, ທ່ານ Kerry ຈະໄປຢ້ຽມຢາມ ເກັຼກ ໃນວັນທີ 28 – 29 ກັນຍາ, ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ລັດຖະບານປະເທດນີ້ກ່ຽວກັບຄວາມມານະພະຍາຍາມຫລຸດຜ່ອນການປ່ອຍອາຍພິດທົ່ວໂລກ.

ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ
ສະມາຊິກສະພາສູງ John McCain - ຜູ້ມີການປະກອບສ່ວນອັນໃຫຍ່ຫຼວງໃນການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ ສະມາຊິກສະພາສູງ John McCain - ຜູ້ມີການປະກອບສ່ວນອັນໃຫຍ່ຫຼວງໃນການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ
Fox News
ທ່ານ John Kerry. ພາບ: Fox News

ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ທ່ານ John Kerry, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບດິນຟ້າອາກາດ ຈະມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 2 – 6 ກັນຍາ. ທ່ານ John Kerry ຈະພົບປະກັບບັນດາເຈົ້າໜ້າທີ່ລັດຖະບານ ແລະ ການນຳວິສາຫະກິດເພື່ອແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການເຄື່ອນໄຫວຫຼັກແຫຼ່ງໃນການຮັບມືກັບວິກິດການດິນຟ້າອາກາດ ພ້ອມທັງຍູ້ໄວວິວັດການຫັນໄປສູ່ພື້ນຖານເສດຖະກິດພະລັງງານສະອາດ.

ກ່ອນຈະມາຢ້ຽມຢາມ ຫວຽດນາມ, ທ່ານ Kerry ຈະໄປຢ້ຽມຢາມ ເກັຼກ ໃນວັນທີ 28 – 29 ສິງຫາ, ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ລັດຖະບານປະເທດນີ້ກ່ຽວກັບຄວາມມານະພະຍາຍາມຫລຸດຜ່ອນການປ່ອຍອາຍພິດທົ່ວໂລກ. ທ່ານ John Kerry ກໍ່ຈະຢ້ຽມຢາມ ບາລີ, ປະເທດ ອິນໂດເນເຊຍ ໃນວັນທີ 30 ສິງຫາ ຫາວັນທີ 1 ກັນຍາ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດິນຟ້າອາກາດ ແລະ ສິ່ງແວດລ້ອມ ຈີ 20.

ການປະຕິບັດງານຂອງທ່ານ John Kerry ຈະແມ່ນກາລະໂອກາດເພື່ອໃຫ້ ອາເມລິກາ ເຂົ້າຮ່ວມການປຶກສາຫາລືກ່ຽວກັບການຮ່ວມມືດິນຟ້າອາກາດກ່ອນທີ່ຈັດກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ຢູ່ ອີຢິບ ແຕ່ວັນທີ 6 – 18 ພະຈິກຈະມາເຖິງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.